spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມ4 ພຶດຕິກຳ ຕາມໃຈປາກ ລຳບາກຮ່າງກາຍ

4 ພຶດຕິກຳ ຕາມໃຈປາກ ລຳບາກຮ່າງກາຍ

Published on

23

ພຶດຕິກຳ​ຂອງ​ຄົນ​ເຮົາ​ບໍ່​ມີ​ໃຜ​ບໍ່​ມັກ​ກິນ ການ​ກິນ​ລ້ວນ​ເປັນ​ສິ່ງ​ທີ່​ທຸກຄົນມັກ ເພີນເພີດ ​ທັງ​ໃຈ ຄວາມ​ສຸກ​ຂອງ​ຄົນ​ສ່ວນ​ໃຫຍ່​ຢູ່​ທີ່​ການ ຕາມ​ໃຈ​ປາກ ແຕ່​ຫາກ​ຮູ້​ບໍ່​ວ່າ ບາງ​ສິ່ງ​ອາດ​ເຮັດໃຫ້​ລຳ​ບາກ​ກາຍ​ໃນ​ອະ​ນາຄົດ

1. ການກິນອາຫານ​ລົດ​ເຂັ້ມຂຸ້ນ ແຊ​ບ ຕາມ​ໃຈ​ປາກ
ພຶດຕິກຳ​ການ​ກິນ​ຂອງ​ຄົນ​ສ່ວນໃຫ່ຍມັກ​ນິຍົມ​ຖຶກໃຈ​ໃນ​ອາຫານ​ລົດ​ເຂັ້ນຂຸ້ນ​ເປັນ​ທີ່ສຸດ ມີ​ເຄັມ​ແຮງກໍ​ສົ້ມ​ແຮງແລະ ກໍ່​ເຜັດ​ແຮງ

ຈື່​ໄວ້​ວ່າ ແມ່ນຫຍັງ​ທີ່​ມັນ​ກາຍ​ພໍ​ດີ ມັກ​ຈະ​ມີ​ໂທດ ຍິ່ງ​ຫາກ​ກິນ​ລົດ​ເຂັ້ມຂຸ້ນ​ຫລາຍ​ໆ ກາຍ​ພໍ​ດີ​ສິ່ງ​ທີ່​ນໍາ​ມາ​ຄື ຈະ​ມີ​ພະຍາດ​ແຖມ​ມາ​ໃຫ້

ສົ້ມ​ຫລາຍ: ບໍ່​ດີ​ຕໍ່​ກະເພາະ​ອາຫານ ອາດ​ມີ​ອາການ​ຖອກທ້ອງ​ ແລະ ​ກະດູກ​ບໍ່ແຂງແຮງ​ໄດ້

ຫວານ​ຫລາຍ: ສ່ຽງ​ສາລະພັດ​ພະຍາດ ສ່ຽງ​ຕໍ່​ນ້ຳ​ຕານ​ໃນ​ເລືອດ​ສູງ ເບົາ​ຫວານ ພະຍາດ​ຕຸ້ຍ ຄວາມ​ດັນ​ເລືອດ​ສູງ ພະຍາດ​ຫົວ​ໃຈ

ເຜັດ​ແຮງ: ມີ​ຜົນ​ຕໍ່​ກະເພາະ​ອາການ ເຮັດໃຫ້​ເກີດ​ກົດ​ໃນ​ກະເພາະ ຖ້າ​ກົດ​ຫລາຍ​ກໍ​ຈະ​ເຮັດໃຫ້ ທ້ອງ​ອືດ, ແສບ​ທ້ອງ, ເຈັບ​ທ້ອງ ຫລື​ ທີ່​ບາງ​ຄົນ​ຄິດ​ບໍ່​ເຖິງ​ຄື​ ພະຍາດ​ຕຸ້ຍ ແລະ ​ສ່ຽງ​ຕໍ່​ການ​ເປັນ​ພະຍາດ​ຫົວ​ໃຈ​ ເພາະລະບົບ​ໄຫລ​ວຽນ​ເລືອດ​ເຮັດວຽກ​ໜັກ​ເກີນ​ໄປແລະ ບໍ່​ພຽງ​ແຕ່​ພະຍາດ​ຫມາກໄຂ່ຫລັງ​ເທົ່າ​ນັ້ນ ຍັງມີ​ງານ​ວິ​ໄຈ​ທາງ​ການ​ແພດ​ພົບ​ວ່າ ສານ​ໂຊ​ດຽມ ຫລື ເກືອ ເປັນ​ສາ​ເຫດ​ຂອງ​ພະຍາດ​ຄວາມ​ດັນ​ເລືອດ​ສູງ ມີ​ຜົນ​ຮ້າຍແຮງ​ຢ່າງ​ຕໍ່​ເນື່ອງ​ກັບ​ພະຍາດ​ຫົວ​ໃຈ ແລະ ​ອຳ​ມະ​ພຶກ

2. ຂອງ​ໝັກ ຂອງ​ດອງ

ການ ນຳ​ວັດ​ຖຸ​ດິບ​ສົດໆ ມາ​ໝັກ​ ຫລື​ ດອງ ຖື​ວ່າ​ເປັນ​ກາ​ນຖະໜອມ​​ອາຫານ​ທີ່​ເປັນ​ພູ​ມ​ປັນຍາ​ຂອງ​ຄົນ​ບູຮານ​ມາ​ດົນ​ແລ້ວ ແຕ່​ກ່ອນ​ນັ້ນ​ມີ​ການ​ໝັກ​ດອງ​ເປັນ​ກາ​ນຸະໜອມ​ອາຫານ​ກັນ​ເອງ​ໃນ​ຄົວ​ເຮືອນ

ແຕ່​ໃນປະຈຸບັນ ອາຫານ​ໝັກ​ດອງ​ກາຍ​ມາ​ເປັນ​ອຸດສາຫະກຳ​ຫລາຍ​ຂຶ້ນ ແລ້​ວ​ແຊບຊ້ອຍ​ຖືກ​ປາກ ກໍ​ເປັນ​ທີ່​ຕ້ອງ​ການ​ຫລາຍ​ຂຶ້ນ ພໍ່​ຄ້າ​ແມ່​ຄ້າ​ກໍ​ຫົວ​ໃສ​ໃສ່​ສານ​ເຄ​ມີ​ທີ່​ເປັນ​ອັນຕະລາຍ​ປະສົມ​ເຂົ້າໄປ​ເພື່ອ​ເພີ່ມ​ລົດ​ຊາດ ຫລື ​ເຮັດໃຫ້​ໜ້າ​ຕາ​ເບິ່ງ​ໜ້າ​ກິນ ເຊິ່ງ​ສານ​ເຫລົ່າ​ນີ້​ເປັນ​ສານ​ກໍ່​ມະ​ເຮັງ ຫລື​ ໃນ​ບາງເທື່ອ ຫາກ​ເລືອກ​ກິນ​ຜັກ​ຫມາກໄມ້​ດອງ ແມ່ນ​ຈະ​ບໍ່​ໄດ້​ໃສ່​ສານ​ພິດ​ອື່ນໆ ລົງ​ໄປ ແຕ່​ອາດ​ມີ​ການ​ຕົກ​ຄ້າງ​ຢູ່​ຂອງ​ຢາ​ຂ້າ​ແມງໄມ້ ຫາກ​ສະ​ສົມ​ຢູ່ໃນ​ຮ່າງກາຍ​ ຈະ​ເຮັດໃຫ້​ເກີດ​ມະ​ເຮັງ​ໄດ້

3. ໝີ່​ເຄິ່ງສໍາເລັດຮູບ

​ໝີ່ ເຄິ່ງ​ສຳ​ເລັດ​ຮູບ ຖື​ເປັນ​ອາຫານ​ຈານ​ດ່ວນ ແບບ​ດ່ວນ​ຫລາຍ​ທີ່ສຸດ ແລະ ​ປະ​ຫຍັດ​ທີ່ສຸດ​ເທົ່າ​ທີ່​ມີ​ຢູ່ ເຕີມ​ນ້ຳ​ຮ້ອນ​ປະ​ມານ 3-5ນາ​ທີ ສຳເລັດ​ກໍ​ກິນໄດ້ ດັ່ງ​ນັ້ນ​ຄົນ​ຈຶ່ງ​ນິຍົມ​ກິນ​ກັນ​ຫລາຍ ໂດຍ​ສະເພາະ​ເດັກ​ນ້ອຍໃນ​ໄວ​ຮຽນ ໄວ​ໜຸ່ມ ແລະ ​ເດັກນ້ອຍ​ຫໍ​ພັກ ແມ່ນຢູ່​ທີ່​ໝີ່​ເຄິ່ງ​ສຳ​ເລັດ​ຮູບ​ເຮັດໃຫ້​ອິ່ມ​ທ້ອງ​ໄດ້ ແຕ່​ວ່າ​ມັນ​ບໍ່​ມີ​ຄຸນຄ່າ​ທາງ​ໂພສະນາ​ການ ແລະກໍ່​ໃຫ້​ເກີດ​ໂທດ​ຕໍ່​ສຸຂະພາບ ຫາກ​ມີ​ກາ​ນບໍ​ລິ​ໂພກ​ເປັນ​ອາຫານ​ຫລັກ

ຈາກ​ງານ​ວິ​ໄຈ​ຂອງ​ສະມາຄົມ​ຜູ້​ບໍລິ​ໂພກ​ ອົດສະຕາລີ (ເອ​ຊີ​ເອ) ສຳ​ຫລວດ​ພົບ​ວ່າ​ ​ໝີ່​ເຄິ່ງ​ສຳ​ເລັດ​ຮູບ 1ຊອງ ມີ “ໄຂ​ມັນ” ຫລາຍ​ພໍໆ ກັບ “ອາຫານ​ຂີ້ເຫຍື້ອ” ກໍ​ເທົ່າ​ກັບ​ມັນ​ຝະ​ຝຣັ່ງ​ຈືນ​ຈຳນວນ 1ຫໍ່​ນ້ອຍ ແຖມ​ຍັງມີ​ ໂຊ​ດຽມ ທີ່​ປະສົມ​ໃນ​ເຄື່ອງ​ປຸງ​ລົດ​ຢູ່ໃນ​ປະລິມານ​ທີ່​ເກີນ​ຄວາມ​ຕ້ອງ​ການ​ຂອງ​ຮ່າງກາຍ ໂດຍ​ປະລິມານ​ໂຊ​ດຽມ ​ທີ່​ເກີນ​ປະລິມານ​ທີ່​ຕ້ອງ​ການ​ຈະ​ເພີ່ມ​ຄວາມ​ສ່ຽງ​ຕໍ່​ການ​ເກີດ​ພະຍາດ ຄວາມ​ດັນ​ເລືອດ​ສູງ ພະຍາດ​ຫົວ​ໃຈ ແລະ​ ພະຍາດ​ຫມາກໄຂ່ຫລັງ

ນອກ​ຈາກ​ນີ້​ຍັງ​ສ່ຽງ​ຕໍ່​ການ​ສະ​ສົມ​ຂອງ “ຄາຣບອນ” ຊຶ່ງ​ເປັນ​ສານ​ກໍ່​ມະ​ເຮັງ ຈາກ​ນ້ຳ​ມັນ​ພືດ​ທີ່​ໃຊ້​ໃນ​ ​ການ​ທອດ ແລະ ​ຫາກ​ໃນ​ກະ​ບວນ​ການ​ທອດ​ໃຊ້​ນ້ຳ​ມັນ​ພືດ​ລາ​ຄາ​ຖືກ ເຊັ່ນ ນ້ຳ​ມັນ​ປາມ ເຊິ່ງ​ມີ​ຄຸນສົມບັດ ແຕກ​ຕົວ​ເປັນ “ກົດ​ໄຂ​ມັນ​ຊະນິດ​ຊາທ” ທີ່​ເປັນ​ໜຶ່ງ​ໃນ​ປະຈຸບັນ​ທີ່​ເຮັດໃຫ້​ເກີດ​ພະຍາດ​ຫົວ​ໃຈ​ໄດ້

4. ບໍ່ກິນແປ້ງນົວ

ເຄີຍ​ຄິດ​ຍ້ອນ​ບໍ​ວ່າ​ ມື້​ໜຶ່ງ​ໆ ອາຫານ​ທີ່​ຮັບປະທານ​ມີ​ແປ້ງນົວ​ເປັນ​ສ່ວນ​ປະສົມ​ຢູ່​ຫລາຍ​ນ້ອຍ​ພຽງ​ໃດ ເພາະ​ປະຈຸບັນ​ຄົນ​ເຮົາ​ມັກ​ເບິ່ງ​ຂ້າມ​ສ່ວນ​ປະສົມ​ເຫລົ່າ​ນີ້​ໄປ ຄິດ​ຮອດແຕ່​ພຽງ​ແຕ່​ຄວາມ​ແຊບ ຈົນ​ລືມ​ວ່າ​ບາງ​ທີ່​ມັນ​ອາດ​ມີ​ໂທດ​ຕໍ່​ຮ່າງກາຍ​ໄດ້

ໂທດ​ຂອງ​ແປ້ງນົວ​ນີ້ ຫາກ​ມີ​ການ​ເຕີມ​ລົງ​ໄປ​ໃນ​ອາຫານ​ເປັນ​ສານ​ເພີ່ມ​ລົດ​ຊາດ ໃນ​ປະລິມານ​ທີ່​ຫລາຍ​ເກີນ​ໄປ ຫລື​ ໃນ​ບາງ​ຄົນທີ່ແພ້​ແປ້ງນົວ​ເມື່ອ​ຮັບປະທານ​ເຂົ້າໄປ ອາດ​ເກີດ​ອາການ​ເໜື່ອຍ​ອ່ອນ ເຈັບ​ຫົວ ຫລື ​ມີ​ໄຂ້ ແລະ ​ຍັງ​ສົ່ງ​ຜົນ​ຕໍ່​ຮ່າງກາຍ​ໃນ​ໄລຍະ​ຍາວ​ໄດ້

ຈື່ໄວ້​ວ່າ ແມ່ນຫຍັງ​ທີ່​ມັນ​ເກີນ​ພໍ​ດີ ມັກ​ຈະ​ມີ​ໂທດ ຍິ່ງ​ເປັນ​ພຶດຕິກຳ​ການ​ກິນ​ແລ້ວ​ ​ກໍ​ບໍ່ແມ່ນ​ສິ່ງ​ທີ​ຄົນ​ ຈະ​ສາມາດ​ເບິ່ງ​ຂ້າມ​ໄປ​ໄດ້ ຈົ່ງ​ຈື່​ໄວ້​ວ່າ ຢ່າ​ມົວ​ແຊບຊ້ອຍ ຕາມ​ໃຈ​ປາກ ຫລາຍ​ເກີນ​ໄປ ບໍ່ດັ່ງນັ້ນ​ອາດ​ຈະຕ້ອງ​ເສຍ​ເງິນ​ຄຳຫລວງຫລາຍ​ໄປ​ກັບ​ການ​ປິ່ນປົວ​ຮ່າງກາຍ ເຊິ່ງ​ບໍ່​ຄຸ້ມ​ຄ່າ​ເລີຍ?

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...