ສຳນັກຂ່າວຕ່າງປະເທດລາຍງານວ່າ ເຮີລິເຄນໄມເຄິລ ໄດ້ເຄື່ອນຕົວຂຶ້ນຝັ່ງລັດຟໍຣິດາ ເມື່ອວັນພຸດທີ 10 ຕຸລາ 2018 ເຊິ່ງໄດ້ເພີ່ມກຳລັງເປັນເຮິລິເຄນລະດັບ 4 ມີຄວາມໄວລົມສູນກາງຢູ່ທີ່ 249 ກິໂລແມັດ/ຊົ່ວໂມງ, ເຮັດໃຫ້ເຮືອນຫຼາຍຫຼັງໃນເມືອງ ເມັກຊິກ ໄດ້ຮັບຄວາມເສຍຫາຍ.
ຕາມການລາຍງານລ່າສຸດ ຂອງສຳນັກງານປົກຄອງເຂດແກດສ໌ເດນ ເຄົາຕີ ເຜີຍວ່າ ພົບສົບຊາຍຄົນໜຶ່ງເສຍຊີວິດ ຍ້ອນຕົ້ນໄມ້ລົ້ມທັບເຮືອນ ແລະ ປະຊາຊົນປະມານ 375,000ຄົນ ໃນ 20 ເຂດຂອງລັດຟໍຣິດາ ໄດ້ຮັບຄຳເຕືອນໃຫ້ອົບພະຍົບລ່ວງໜ້າພາຍຸຈະເຂົ້າ ເນື່ອງຈາກຢູ່ໃນພື້ນທີ່ສ່ຽງເປັນເສັ້ນທາງຂອງພາຍຸຜ່ານ.
ດ້ານປະທານາທິບໍດີ ໂດນັລ ທຣ້ຳ ປະກາດສະຖານະການໄພພິບັດທາງທຳມະຊາດຄວມຄຸມທັງລັດຟໍຣິດາ ໃຫ້ມີຜົນລ່ວງໜ້າ 24 ຊົ່ວໂມງກ່ອນພາຍຸຈະຂຶ້ນຝັ່ງ ເພື່ອການກຽມຄວາມພ້ອມສົ່ງມອບຄວາມຊ່ວຍເຫຼືອຈາກສຳນັກງານຈັດການພາວະສຸກເສີນສ່ວນກາງ (ຟີມາ).
ມີລາຍງານເພີ່ມເຕີມວ່າພາຍຸດັ່ງກ່າວໄດ້ເຄື່ອນຕົວເຂົ້າສູ່ລັດອະລາບາມາ ກັບ ລັດຈໍເຈຍ ໂດຍຈະອ່ອນກຳລັງລົງເປັນເຮີລິເຄນລະດັບ 3 ໃນຊ່ວງຕອນແລງວັນດຽວກັນ (10 ຕຸລາ 2018) ແຕ່ຍັງຖືວ່າເປັນພາຍຸຂະໜາດໃຫຍ່ ມີຄວາມໄວລົມທີ່ 200 ກິໂລແມັດ/ຊົ່ວໂມງ.
https://www.facebook.com/cnn/videos/2042376839161791/
ຮຽບຮຽງຂ່າວ: ບຸດສະດີ ສາຍນ້ຳມັດ
ແຫຼ່ງຂໍ້ມູນ: thairath, dailynews
ຮູບປະກອບຂ່າວ: thairath, twitter/WhiteHouse
ວິດີໂອຂ່າວ: CNN