ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວໍຊິງຕັນ ປະເທດສະຫະລັດອາເມລິກາເມື່ອວັນທີ 2 ຕຸລາ 2018 ວ່າ ກະຊວງການຕ່າງປະເທດສະຫະລັດອອກຖະແຫຼງການເມື່ອວັນອັງຄານນີ້ວ່າ ນັບຕັ້ງແຕ່ວັນທີ 1 ຕຸລາ 2018 ທີ່ຜ່ານມາ ລັດຖະບານວໍຊິງ ຕັນໄດ້ບັງຄັບໃຊ້ລະບຽບປະຕິບັດໃໝ່ສຳລັບການຍື່ນຂໍວີຊ່າຂອງນັກການທູດຕ່າງຊາດທຸກລະດັບ ແລະ ເຈົ້າໜ້າທີ່ທຸກຕຳແໜ່ງປະຈຳສຳນັກງານໃຫຍ່ຂອງສະຫະປະຊາຊາດ (United Nation: UN, ຢູເອັນ) ໃນນະຄອນນິວຢອກ ຕະຫຼອດຈົນຮອດເຈົ້າໜ້າທີ່ຕ່າງຊາດ ເຊິ່ງປະຕິບັດໜ້າທີ່ຕາມສະຖານທູດ, ສະຖານກົງສຸນ ແລະ ຖານທັບຂອງສະຫະລັດໃນປະເທດໃດໜຶ່ງ ໃນກໍລະນີມີສະຖານະຄູ່ຊີວິດເປັນເພດດຽວກັນຕ້ອງຈົດທະບຽນສົມຣົດພາຍໃນວັນທີ 31 ທັນວາ 2018 ນີ້ເທົ່ານັ້ນ, ຫາກຍັງບໍ່ມີການປະຕິບັດເມື່ອຄົບກຳນົດຕ້ອງເດີນທາງອອກນອກປະເທດພາຍໃນ 30 ວັນ ຫຼື ປ່ຽນຮູບແບບການຂໍວີຊ່າ.
ດ້ານແຫຼ່ງຂ່າວລະດັບສູງໃນລັດຖະບານສະຫະລັດເຜີຍວ່າ ຈະມີການພິຈາລະນາເປັນລາຍກໍລະນີ “ເພື່ອຊ່ວຍເຫຼືອຢ່າງສຸດຄວາມສາມາດ” ໃຫ້ບຸກຄະລາກອນທາງການທູດ ແລະ ຄູ່ຊີວິດທີ່ເປັນເພດດຽວກັນສາມາດອາໄສຢູ່ໃນສະຫະລັດດ້ວຍສະຖານະທີ່ “ຖືກຕ້ອງຕາມກົດໝາຍ” ເຊິ່ງມີລາຍງານວ່າປະມານ 105 ຄູ່ ຈະໄດ້ຮັບຜົນກະທົບ ແລະ ການບັງຄັບໃຊ້ມາດຕະການດັ່ງກ່າວເປັນໜຶ່ງໃນນະໂຍບາຍປະຕິຮູບວີຊ່າສຳລັບນັກການທູດໃຫ້ເກີດ “ຄວາມເທົ່າທຽມ” ລະຫວ່າງນັກການທູດເຊິ່ງມີຄູ່ສົມຣົດຕ່າງເພດ ກັບນັກການທູດເຊິ່ງມີຄູ່ສົມຣົດເພດດຽວກັນ.
ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: dailynews.co.th