ທາງການອິນໂດເນເຊຍກຽມຂຸມໃຫຍ່ໄວ້ຝັງ 1,300 ສົບ! ພ້ອມຂໍໃຫ້ນານາຊາດເຂົ້າຊ່ວຍເຫຼືອ

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 01 ຕຸລາ 2018 ເຖິງຄວາມຄືບໜ້າການຊ່ວຍເຫຼືອຜູ້ປະສົບໄພຈາກເຫດການແຜ່ນ ດິນໄຫວຮຸນແຮງຂະໜາດ 7.5 ແມກນິຈູດ ທີ່ເກາະສຸລາເວສີ ທາງພາກກາງຂອງປະເທດອິນໂດເນເຊຍ ຈົນເຮັດໃຫ້ເກີດສຶນາມິ ຄື້ນສູງ 6 ແມັດ ຕັ້ງແຕ່ວັນທີ 28 ກັນຍາ 2018 ທີ່ຜ່ານມາ, ເຊິ່ງເຮັດໃຫ້ມີຜູ້ປະສົບໄພນັບແສນຄົນຂາດທີ່ພັກອາໄສ.

ປັດຈຸບັນ, ມີລາຍງານພົບຜູ້ເສຍຊີວິດໃນເມືອງດອງກາລາຫຼາຍກວ່າ 1,200 ຄົນ ແລະ ຄາດວ່າຈະພົບຜູ້ເສຍຊີວິດເພີ່ມຫຼາຍຂຶ້ນ ເນື່ອງຈາກມີຜູ້ສູນຫາຍອີກຈຳນວນຫຼາຍ. ກ່ອນໜ້ານີ້ ມີລາຍງານວ່າ ມີຊາວບ້ານຜູ້ປະສົບໄພຫິວໂຫຍຂາດອາຫານ, ນໍ້າ ແລະ ຢາ ໄດ້ອອກໄປປຸ້ນຮ້ານຄ້າ ແລະ ຫ້າງຊັບພະສິນຄ້າໃນເມືອງປາລູ ເພື່ອຄວາມຢູ່ລອດ ແລະ ມີນັກໂທດໃນເຮືອນຈຳ 3 ແຫ່ງຫຼົບໜີອອກຈາກຄຸກຫຼັງກຳແພງເຮືອນຈຳຖະລົ່ມເພາະແຜ່ນດິນໄຫວ.

ໜ່ວຍງານປະຕິບັດການກູ້ໄພ ແລະ ຄົ້ນຫາຜູ້ລອດຊີວິດ 24 ຊົ່ວໂມງ ຍັງຕ້ອງເຮັດວຽກດ້ວຍຄວາມລຳບາກ ເພາະຂາດເຄື່ອງຈັກໜັກໃນການຂຸດເຈາະຊາກອາຄານທີ່ຫັກພັງ ທັງຍັງມີອາຟເຕີຊັອກ (Aftershock: ໝາຍເຖິງແຜ່ນດິນໄຫວຕາມ ເຊິ່ງເປັນແຜ່ນດິນໄຫວຂະໜາດນ້ອຍ ມັກເກີດຂຶ້ນຫຼັງຈາກທີ່ມີແຜ່ນດິນຂະໜາດໃຫຍ່ເກີດຂຶ້ນ) ຕາມມາອີກຫຼາຍຄັ້ງ.

ທ່ານ ສຸໂຕໂປ ປຸຣໂວ ນູໂກຣໂຮ ໂຄສົກສຳນັກງານບັນເທົາໄພພິບັດແຫ່ງຊາດອິນໂດເນເຊຍໄດ້ອອກມາຖະແຫຼງວ່າ ເຈົ້າໜ້າທີ່ຈະເລັ່ງຝັງສົບຜູ້ເສຍຊີວິດ ເພື່ອປ້ອງກັນໂຣກລະບາດ ແລະ ດ້ວຍເຫດຜົນທາງສາດສະໜາອິສລາມ ໂດຍໄດ້ຂຸດຂຸມຫຼາຍຂຸມ ລວມທັງຂຸມຂະໜາດໃຫຍ່ກວ່າ 10 ແມັດ, ຍາວ 100 ແມັດ ແລະ ອາດຂະຫຍາຍໃຫ້ໃຫຍ່ຂຶ້ນອີກເພື່ອຝັງສົບເຖິງ 1,300 ສົບ ຖ້າຈຳເປັນ ເຊິ່ງສະຖານທີ່ຈະຂຸດແມ່ນຕັ້ງທີ່ເມືອງປາລູ ເຊິ່ງຢູ່ຫ່າງຈາກນະຄອນຈາກາຕາ ໄປທາງຕາເວັນອອກສຽງເໜືອ 1,500 ກິໂລແມັດ ເພື່ອຝັງສົບຊຸດທຳອິດກວ່າ 300 ສົບ.

ທາງປະທານາທິບໍດີ ໂຈໂກ ວິໂດໂດ ໄດ້ລົງພື້ນທີ່ປະສົບໄພເມື່ອວັນທີ 30 ກັນຍາ 2018 ພ້ອມລະບຸວ່າ ເຈົ້າໜ້າທີ່ຈະມຸ່ງເນັ້ນທີ່ພາລະກິດຄົ້ນຫາຜູ້ລອດຊີວິດເປັນອັນດັບທຳອິດ, ນອກຈາກນີ້ ທາງລັດຖະບານໄດ້ສົ່ງເຂົ້າໃນສາງໄປຊ່ວຍເຫຼືອຜູ້ປະສົບໄພຈຳນວນ ຫຼາຍຮ້ອຍຕັນ, ລັດຖະບານໄດ້ຈັດສັນງົບປະມານຊ່ວຍເຫຼືອເບື້ອງຕົ້ນ 560.000 ຣູເປຍ ເພື່ອຟື້ນຟູເຂດໄພພິບັດ ແລະ ສັນຍາຈະຈ່າຍເງິນທົດແທນຜູ້ປະສົບໄພພິບັດໃນຄັ້ງນີ້ດ້ວຍ ແຕ່ຍັງບໍ່ທັນລະບຸຕົວເລກ.

ດ້ານທາງການສຸລາເວສີກາງໄດ້ປະກາດພາວະສຸກເສີນເປັນເວລາ 14 ວັນ ພ້ອມຮຽກຮ້ອງຂໍຄວາມຊ່ວຍເຫຼືອຈາກນານາປະເທດ ໂດຍສະເພາະອາຫານ ຢາຮັກສາໂຣກ ເຄື່ອງມືກົນຈັກໜັກ ແລະ ເຈົ້າໜ້າໃນການຄົ້ນຫາກູ້ໄພ.

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ

ແຫຼ່ງຂໍ້ມູນ: Thairath.co.th, news.mthai.com
ຮູບປະກອບ: Thairath.co.th