ຍີ່ປຸ່ນເສຍຫາຍວົງກວ້າງ “ໄຕ້ຝຸ່ນຈ່າມີ” ຖະລົ່ມ! ລັດອອກຄຳສັ່ງ 210,000 ຄົນອົບພະຍົບໄປຢູ່ທີ່ປອດໄພ

ພາຍຸໄຕ້ຝຸ່ນ “ຈ່າມີ” ໄດ້ເຄື່ອນຕົວເຂົ້າທາງພາກໃຕ້ຂອງປະເທດຍີ່ປຸ່ນຕັ້ງແຕ່ວັນທີ 28 ກັນຍາ 2018 ທີ່ຜ່ານມາ ດ້ວຍກຳລັງແຮງລົມສູງສຸດໃກ້ຈຸດສູນກາງ 162 ກິໂລແມັດຕໍ່ຊົ່ວໂມງ ກ່ອນຈະເຄື່ອນຕົວຊ້າໆໄປທາງທິດຕາເວັນຕົກສຽງເໜືອ ແລະ ຫັກໄປທາງທິດຕາເວັນອອກເຂົ້າໃກ້ໝູ່ເກາະໂອກິນາວາ ແລະ ໝູ່ເກາະອາມາມິ ຂອງຍີ່ປຸ່ນ ໃນວັນເສົາທີ 29 ກັນຍາ 2018 ເຮັດໃຫ້ເກີດມີຝົນຕົກໜັກ, ລົມແຮງ ແລະ ຄື້ນທະເລສູງ; ຈາກນັ້ນພາຍຸໄຕ້ຝຸ່ນໄດ້ເຄື່ອນຕົວຂຶ້ນຝັ່ງເກາະຮອນຊູ ພາກກາງຂອງປະເທດຍີ່ປຸ່ນແລ້ວໃນຊ່ວງຕອນແລງຂອງວັນທີ 30 ກັນຍາ 2018. ດ້ວຍຄວາມໄວລົມໃກ້ຈຸດສູນກາງ 144 ກິໂລແມັດຕໍ່ຊົ່ວໂມງ ເຊິ່ງໄດ້ສ້າງຄວາມເສຍຫາຍໃນວົງກວ້າງ.

ສຳນັກຂ່າວ NHK ຂອງຍີ່ປຸ່ນລະບຸວ່າ ພາຍຸຈ່າມີອາດເຮັດໃຫ້ເກີດລົມແຮງທຸບສະຖິຕິເປັນວົງກວ້າງທີ່ເກາະຮອນຊູ ແລະ ອາດເຮັດໃຫ້ເກີດຄື້ນພາຍຸໝູນຊັດຝັ່ງຕາມແນວຊາຍຝັ່ງມະຫາສະໝຸດແປຊີຟິກຕະຫຼອດວັນຈັນ (01 ຕຸລາ 2018) ເຊິ່ງອາດເຮັດໃຫ້ເກີດນໍ້າຖ້ວມໃນບໍລິເວນດັ່ງກ່າວ.

ລັດຖະບານຍີ່ປຸ່ນໄດ້ອອກຄຳສັ່ງໃຫ້ປະຊາຊົນຫຼາຍກວ່າ 210,000 ຄົນ ໃນພາກຕາເວັນຕົກຂອງປະເທດ ແລະ ທີ່ເກາະຮອກໄກໂດທາງພາກເໜືອອົບພະຍົບອອກຈາກພື້ນທີ່ສ່ຽງແລ້ວ. ສ່ວນໃນພູມິພາກຄັນໂຕ (ພາກກາງຂອງຍີ່ປຸ່ນ) ມີບ້ານເຮືອນກວ່າ 190,000 ຫຼັງຄາເຮືອນໄຟຟ້າດັບ ແລະ ກວ່າ 750,000 ຫຼັງຄາເຮືອນທົ່ວປະເທດ; ປັດຈຸບັນ ມີຜູ້ໄດ້ຮັບບາດເຈັບ 80 ຄົນ ແລະ ມີຜູ້ສູນຫາຍ 1 ຄົນທີ່ແຂວງມິຍາຊາກິ ທາງພາກຕາເວັນຕົກສ່ຽງໃຕ້, ໃນແຂວງທົດໂຕຣີທາງຕາເວັນຕົກມີຊາຍຄົນໜຶ່ງເສຍຊີວິດ ແລະ ມີຜູ້ສູນຫາຍ 1 ຄົນ.

ຂະນະທີ່ລະບົບຂົນສົ່ງຫຼາຍຈຸດໄດ້ຮັບຜົນກະທົບຈາກພາຍຸຈົນຕ້ອງຢຸດບໍລິການ, ສາຍການບິນຕ່າງໆ ໄດ້ຍົກເລີກຖ້ຽວບິນໃນທົ່ວປະເທດຫຼາຍກວ່າ 1,200 ຖ້ຽວບິນ ແລະ ຍົກເລີກຖ້ຽວບິນໃນວັນຈັນ (ມື້ວານ) ຫຼາຍກວ່າ 170 ທ້ຽວບິນ.

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂ່າວ ແລະ ຮູບປະກອບ: thairath.co.th, dailynews.co.th