spot_img
Homeຂ່າວຕ່າງປະເທດອິນໂດເນເຊຍເປີດຮັບຄວາມຊ່ວຍເຫຼືອຈາກຕ່າງຊາດ ຈາກເຫດແຜ່ນດິນໄຫວ ແລະ ສຶນາມິ

ອິນໂດເນເຊຍເປີດຮັບຄວາມຊ່ວຍເຫຼືອຈາກຕ່າງຊາດ ຈາກເຫດແຜ່ນດິນໄຫວ ແລະ ສຶນາມິ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງຈາກາຕ້າ ປະເທດອິນໂດເນເຊຍ ເມື່ອວັນທີ 1 ຕຸລາ 2018 ວ່າ ປະທານາທິບໍດີ ໂຈໂຄ ວິໂດໂດ ອະນຸມັດຄຳສັ່ງໃຫ້ເປີດຮັບຄວາມຊ່ວຍເຫຼືອຈາກນານາຊາດ ໃນການຊ່ວຍເຫຼືອປະຊາຊົນທີ່ເກາະສຸລາເວຊີ ຕັ້ງຢູ່ທາງຕອນກາງຂອງປະເທດອິນໂດເນເຊຍ ເຊິ່ງກຳລັງເດືອດຮ້ອນຢ່າງໜັກຫຼັງເກີດແຜ່ນດິນໄຫວຮຸນແຮງ 7.5 ແມັກນິຈູດ ແລະ ຕາມມາດ້ວຍສຶນາມິ ເມື່ອວັນສຸກທີ່ຜ່ານມາ.

ຂະນະທີ່ທ່ານ ຊູໂຕໂປ ປູຣໂວ ນູໂກຣໂຮ ໂຄສົກສຳນັກງານບໍລິຫານຈັດການໄພພິບັດແຫ່ງຊາດ (ບີເອັນພີບີ) ຍອມຮັບວ່າ ນອກເໜືອຈາກສິ່ງຂອງເພື່ອການບໍລິໂພກ ແລະ ອຸປະໂພກທີ່ຈຳເປັນແລ້ວ ສິ່ງທີ່ຂາດບໍ່ໄດ້ໃນຕອນນີ້ຄືເຄື່ອງມື ແລະ ອຸປະກອນສຳລັບຂຸດເຈາະ ໂດຍທຸກຝ່າຍເຊື່ອວ່າຜູ້ສູນຫາຍຈຳນວນຫຼາຍຍັງຄົງຕິດຢູ່ພາຍໃຕ້ຊາກຫັກພັງຂອງອາຄານ ແຕ່ຂະບວນການຊ່ວຍເຫຼືອເປັນໄປໄດ້ຢ່າງລຳບາກ ດ້ວຍຂໍ້ຈຳກັດດ້ານເຄື່ອງມື ແລະ ອຸປະກອນ.

ສຳລັບຈຳນວນຜູ້ເສຍຊີວິດຈາກເຫດການໄພພິບັດໃນຄັ້ງນີ້ມີ 832 ຄົນ ແຕ່ມີຄວາມເປັນໄປໄດ້ສູງທີ່ຈະເພີ່ມຈຳນວນຂຶ້ນອີກ “ອາດເຖິງຫຼັກພັນ” ເຊິ່ງເຈົ້າໜ້າທີ່ບາງສ່ວນເລີ່ມກຽມການປັບພື້ນທີ່ບາງແຫ່ງເຖິງເກາະສຸລາເວສີໃຫ້ເປັນສຸສານຂະໜາດໃຫຍ່ ເພື່ອເອົາໄວ້ຝັງຮ່າງຜູ້ເສຍຊີວິດເຊິ່ງມີການຄົ້ນພົບຢ່າງຕໍ່ເນື່ອງ.

 

ຮຽງຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂ່າວ ແລະ ຮູບປະກອບ: dailynews

ບົດຄວາມຫຼ້າສຸດ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...

ທ່ານ ເຫຼັກໄຫຼ ສີວິໄລ ລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ພ້ອມຄະນະລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ. ໃນວັນທີ 9 ສິງຫາ 2025...

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...