ເມື່ອວັນທີ 23 ກັນຍາ 2018 ສຳນັກຂ່າວຣອຍເຕີລາຍງານວ່າ ລັດຖະບານຈີນຕອບໂຕ້ສະຫະລັດທັນທີ ຫຼັງຈາກອອກມາດຕະການຄວໍ້າບາດໜ່ວຍງານໃນກອງທັບຈີນ ໂທດຖານສັ່ງຊື້ເຮືອບິນຮົບຂັບໄລ່ SU-35 ແລະ ລະບົບປ້ອງກັນທາງອາກາດຈາກຣັດເຊຍ ໂດຍ ທ່ານ ເຈີ້ນ ຊີກວງ ລັດຖະມົນຕີກະຊວງການຕ່າງປະເທດຈີນ ໄດ້ຮຽກຕົວທ່ານ ເທີຣີ ແບຣນສຕັດ ເອກອັກຄະຣາຊະທູດສະຫະລັດ ປະຈຳນະຄອນຫຼວງປັກກິ່ງເຂົ້າພົບເພື່ອນຍື່ນໜັງສືສະແດງຄວາມບໍ່ພໍໃຈຂອງລັດຖະບານຈີນຕໍ່ສະຫະລັດ.
ທັງນີ້, ເມື່ອວັນທີ 21 ກັນຍາ 2018ທີ່ຜ່ານມາ ປະທານາທິບໍດີ ໂດນັລ ທຣໍ້າຂອງສະຫະລັດໄດ້ອອກມາດຕະການຄວໍ້າບາດຕໍ່ກອງພັດທະນາຍຸດໂທປະກອນ ໜ່ວຍງານໃນກອງທັບຈີນ ລວມທັງທ່ານ ຫລີ່ ຊາງຟູ ຜູ້ອຳນວຍການກອງພັດທະນາຍຸດໂທປະກອນ ເພື່ອຕອບໂຕ້ທີ່ກອງທັບຈີນສັ່ງຊື້ເຮືອບິນຂັບໄລ່ SU-35 ຈຳນວນ 10 ລຳຈາກຣັດເຊຍໃນປີ 2017 ລວມເຖິງຍັງໄດ້ສັ່ງຊື້ຂີປະນາວຸດ ລະບົບປ້ອງກັນທາງອາກາດ S-400 ແລະ ອຸປະກອນທີ່ກ່ຽວຂ້ອງຈາກຣັດເຊຍ.
ດ້ານກະຊວງປ້ອງກັນປະເທດຂອງຈີນ ອອກຖະແຫຼງການກອງທັບໄດ້ຮຽກຕົວຜູ້ບັນຊາການກອງທັບເຮືອຂອງຈີນ “ສິ່ນ ຈິ້ນຫຼົງ” ທີ່ຢູ່ໃນລະຫວ່າງຢຽມຢາມສະຫະລັດກັບປະເທດ ພ້ອມຍົກເລີກແຜນເຈລະຈາລະຫວ່າງເຈົ້າໜ້າທີ່ລະດັບສູງຂອງກອງທັບຈີນກັບສະຫະລັດທີ່ຈະມີຂຶ້ນໃນເດືອນໜ້າ.
ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂ່າວ: www.thairath.co.th