ເມື່ອວັນທີ 23 ກັນຍາ 2018 ເອເອຟພີລາຍງານຄວາມວຸ້ນວາຍໃນປະເທດອົດສະຕາລີ ຈາກກໍລະນີພົບເຂັມຫຍິບຜ້າຝັງໃນໝາກສະຕໍເບີຣີ ຕໍ່ເນື່ອງທົ່ວປະເທດກວ່າ 100 ຄັ້ງ ແລະ ປັດຈຸບັນເຈົ້າໜ້າທີ່ຕຳຫຼວດຍັງຢູ່ໃນລະຫວ່າງການຕິດຕາມຫາຜູ້ກໍ່ເຫດມາລົງໂທດຕາມກົດໝາຍ.
ລ່າສຸດ ເມື່ອອາທິດທີ່ຜ່ານມາ ມີການພົບໝາກສະຕໍເບີຣີຝັງເຂັມໃນຊຸບເປີ້ມາເກັດ ເຄົ້າດາວ ໃນນິວຊີແລນ ເຊິ່ງສະຕໍເບີຣີດັ່ງກ່າວແມ່ນນໍາເຂົ້າຈາກລັດເວສເທຼີນ ອົດສະຕາລີ.
ຜູ້ດຳເນີນທຸລະກິດຊຸບເປີ້ມາເກັດ ເຄົ້າດາວ ມີຄຳສັ່ງໃຫ້ງົດຈຳໜ່າຍ ແລະ ນຳສະຕໍເບີຣີຈາກລັດເວສເທຼິນ ອອກຈາກແຜງທັນທີຢ່າງບໍ່ມີກຳນົດ ພ້ອມແຈ້ງວ່າຜູ້ບໍລິໂພກທີ່ຊື້ໄປແລ້ວສາມາດນຳກັບມາຂໍເງິນຄືນກັບທາງຫ້າງໄດ້ ແລະ ແນະນຳໃຫ້ລູກຄ້າຜ່າໝາກໄມ້ອອກກ່ອນຮັບປະທານທຸກຄັ້ງ.
ຢ່າງໃດກໍ່ຕາມ, ຍັງບໍ່ມີລາຍງານວ່າມີຜູ້ໄດ້ຮັບບາດເຈັບຈາກການກິນໝາກໄມ້ດັ່ງກ່າວໃນນິວຊີແລນ ແຕ່ເຫດການທີ່ເກີດຂຶ້ນມັນໄດ້ສ້າງຜົນກະທົບຮ້າຍແຮງຕໍ່ພາກອຸດສະຫະກຳສະຕໍເບີຣີທີ່ກຳລັງສັ່ນຄອນໃຫ້ຮ້າຍແຮງຂຶ້ນໄປອີກ. ເຊັ່ນດຽວກັນກັບທາງການອົດສະຕາລີປະກາດຈະດຳເນີນຂັ້ນເດັດຂາດກັບຜູ້ຢູ່ເບື້ອງຫຼັງໂດຍໂທດຈຳຄຸກສູງສຸດ 15 ປີ.
ຮຽບຮຽງຂ່າວ: ບຸດສະດີ ສາຍນ້ຳມັດ
ແຫຼ່ງຂ່າວ: www.khaosod.co.th