spot_img
Homeຂ່າວຕ່າງປະເທດປະທານປະເທດຫວຽດນາມເຖິງແກ່ມໍລະນະກຳແລ້ວ ດ້ວຍໄວອາຍຸ 61 ປີ

ປະທານປະເທດຫວຽດນາມເຖິງແກ່ມໍລະນະກຳແລ້ວ ດ້ວຍໄວອາຍຸ 61 ປີ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງຮ່າໂນຍ ປະເທດຫວຽດນາມ ເມື່ອວັນທີ 21 ກັນຍາ 2018 ວ່າ ປະທານປະເທດດີເຈິ່ນດ້າຍ ກວາງ ປະທານາທິບໍດີແຫ່ງຫວຽດນາມໄດ້ເຖິງແກ່ມໍລະນະກຳແລ້ວທີ່ໂຮງໝໍທະຫານ 108 ໃນນະຄອນຫຼວງຮ່າໂນຍ ໃນຕອນເຊົ້າມື້ນີ້ເວລາ 10:01 ດ້ວຍໄວອາຍຸ 61 ປີ  ຫຼັງຈາກປ່ວຍໜັກໃນຊ່ວງໄລຍະຫຼາຍເດືອນທີ່ຜ່ານມາ ແລະ ໄດ້ເຂົ້າຮັກສາຕົວທັງໂຮງໝໍໃນຫວຽດນາມ ແລະ ໂຮງໝໍໃນຕ່າງປະເທດ.

ປະທານປະເທດ ເຈິ່ນດ້າຍ ກວາງ ເປັນປະທານປະເທດຄົນປັດຈຸບັນຂອງຫວຽດນາມ ໂດຍໄດ້ຮັບເລືອກໃຫ້ດຳລົງຕຳແໜ່ງປະທານປະເທດຫວຽດນາມ ເມື່ອວັນທີ 2 ເມສາ 2016 ແລະ ກ່ອນໜ້ານີ້ເຄີຍດຳລົງຕຳແໜ່ງອະດີດລັດຖະມົນຕີກະຊວງຄວາມໝັ້ນຄົງສາທາລະນະຂອງຫວຽດນາມ.

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂ່າວ:​ thairath.co.th, dailynews.co.th

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...