spot_img
Homeຂ່າວທ້ອງຖິ່ນສັງທອງ ຈະຍົກສະມັດຕະພາບການຜະລິດເຂົ້າໃຫ້ບັນລຸ 5 ໂຕນຕໍ່ເຮັກຕາ

ສັງທອງ ຈະຍົກສະມັດຕະພາບການຜະລິດເຂົ້າໃຫ້ບັນລຸ 5 ໂຕນຕໍ່ເຮັກຕາ

Published on

 

ຫ້ອງການກະສິກຳເມືອງສັງທອງໃຫ້ຮູ້ວ່າ: ສັງທອງມີແຜນຈະຍົກສູງສະມັດຖະພາບການຜະລິດເຂົ້ານາປີ-ນາແຊງ,

ດ້ວຍພັນເຂົ້າພື້ນເມືອງ ແລະ ພັນເຂົ້າປັບປຸງທີ່ມີຄຸນນະພາບຈາກ 4,7 ໂຕນ/ເຮັກຕາ ຂຶ້ນເປັນ 5,01 /ເຮັກຕາ, ໃນປີ

2015- 2020, ເພື່ອຮັບປະກັນໃຫ້ມີເຂົ້າກຸ້ມກິນຕະຫຼອດປີ ແລະ ຈຳໜ່າຍເປັນສິນຄ້າສ້າງລາຍຮັບໃຫ້ປະຊາຊົນ, ພ້ອມ

ທັງຊຸກຍູ້ສົ່ງເສີມໃຫ້ປະຊາຊົນປູກພືດເປັນສິນຄ້າ, ປັບປຸງການລ້ຽງສັດແບບທຳມະຊາດ, ຕາມແນວທາງນະໂຍບາຍ

ຂອງລັດຖະບານ, ພ້ອມນັ້ນ ກໍຕ້ອງຊຸກຍູ້ສົ່ງເສີມຂະຫຍາຍກອງທືນຂັ້ນບ້ານດ້ວຍຫຼາຍຮູບການ, ອາດຈະເປັນທຶນທີ່

ປະຊາຊົນສ້າງຂຶ້ນເອງ, ການປະກອບສ່ວນຂອງລັດ ແລະ ການລະດົມທຶນຈາກອົງການຈັດຕັ້ງອື່ນໆ, ໃນເບື້ອງຕົ້ນໃຫ້

ບັນລຸຄາດໝາຍສູ້ຊົນ 18 ບ້ານຂຶ້ນເປັນ 25 ບ້ານເປັນຢ່າງໜ້ອຍ.

 

ແຕ່ເພື່ອໃຫ້ການຈັດຕັ້ງປະຕິບັດສຳເລັດຕາມແຜນການ, ຄະນະອຳນາດການປົກຄອງທຸກຂັ້ນຕ້ອງເອົາໃຈໃສ່ຄົ້ນ

ຄວ້າເຊືອມຊຶມ, ກຳແໜ້ນບັນດາມະຕິຄຳສັ່ງ, ຄາດໝາຍໃນການພັດທະນາ ແລະ ຄາດໝາຍສູ້ຊົນຕ່າງໆ ເພື່ອນຳໄປ

ເຜີຍແຜ່ໃຫ້ປະຊາຊົນໄດ້ຮັບຮູ້, ເຂົ້າໃຈເລິກເຊິ່ງທົ່ວເຖິງ ແລະ ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດຕາມ

ແຜນງານ, ແຜນການ, ພ້ອມນັ້ນພາກສ່ວນກ່ຽວຂ້ອງກໍຈະຕ້ອງສືບຕໍ່ສົງພະນັກງານວິຊາການລົງຮາກຖານເພື່ອຕິດ

ຕາມໃກ້ຊິດຕິດແທດກັບປະຊາຊົນ,ນຳພາປະຊາຊົນສ້າງແຜນການຮ່ວມກັບຄອບຄົວ ແລະ ກຸ່ມບ້ານໃຫ້ແທດເໝາະ

ກັບທ່າແຮງຄວາມເປັນຈິງຂອງເຂົາເຈົ້າ, ໃນການແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ນັບມື້ດີຂຶ້ນຢ່າງຕໍ່ເນື່ອງ,

ກ້າວໄປສູ່ການພັດທະນາ, ພ້ອມທັງຍາດແຍ່ງທຶນຮອນຈາກລັດ, ເອກະຊົນ, ນັກທຸລະກິດ, ອົງການຈັດຕັ້ງສາກົນຕ່າງໆ,

ເພື່ອປຸກລະດົມແຫຼ່ງທຶນ ໃສ່ການພັດທະນາທຸກພາກສ່ວນເສດຖະກິດ-ສັງຄົມ, ສຳລັບການຈັດຕັ້ງປະຕິບັດກໍຕ້ອງມີ

ການມອບໝາຍຄວາມຮັບຜິດຊອບໃຫ້ອຳນາດການປົກຄອງແຕ່ລະຂັ້ນ, ມີການກຳນົດເວລາ, ກຳນົດເປົ້າໝາຍງົບ

ປະມານ ແລະ ການກວດກາປະເມີນຜົນຈັດຕັ້ງປະຕິບັດຢ່າງລະອຽດ, ພ້ອມທັງສະຫຼຸບຖອດຖອນບົດຮຽນເພື່ອສ່ອງ

ແສງ, ປັບປຸງແກ້ໄຂຂໍ້ຄົງຄ້າງ, ພ້ອມນັ້ນກໍຕ້ອງສູ້ຊົນເຮັດໃຫ້ເມືອງມີສະຖຽນລະພາບທ້າງດ້ານການເມືອງມີຄວາມ

ສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໂດຍພື້ນຖານ, ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ການພັດທະນາ

ເສດຖະກິດ-ສັງຄົມ, ຖືເອົາກະສິກຳເປັນກົກເຄົ້າ, ຊຶ່ງທັງໝົດແມ່ນນັ້ນແຜນພັດທະນາເສດຖະກິດ-ສັງຄົມແຕ່ປີ 2015

-2020 ຂອງເມືອງສັງທອງ, ກໍຄືການພັດທະນາດ້ານກະສິກຳ ແລະ ຍົກສູງສະມັດຖະ ພາບການຜະລິດເຂົ້າ ແລະ ປູກ

ພື້ນໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ຕໍ່ໜ້າ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...