spot_img
Homeຂ່າວຕ່າງປະເທດໂຈນອາເມຣິກັນງັດເຮືອນລັກເຄື່ອງເພັດ ດັນນອນຫລັບຄາເຮືອນລະຫວ່າງປະຕິບັດການ!

ໂຈນອາເມຣິກັນງັດເຮືອນລັກເຄື່ອງເພັດ ດັນນອນຫລັບຄາເຮືອນລະຫວ່າງປະຕິບັດການ!

Published on

 

 

ໂຈນຂີ້ລັກອາເມຣິກັນ ງັດເຮືອນລັກເຄື່ອງເພັດ ແຕ່ກັບນອນຫລັບປານຕາຍຢູ່ໃນເຮືອນ ໃຫ້ຕຳຫລວດຈັບຢ່າງງ່າຍ

ດາຍ.

 

ເວັບຂ່າວຕ່າງປະເທດ ລາຍງານໃນວັນທີ 16 ກັນຍາ 2014 ນີ້ວ່າ ເກີດເລື່ອງສຸດຊວນຫົວຂຶ້ນໃນລັດຟໍຣິດາ ຂອງສະຫະລັດ

ອາເມຣິກາ ເມື່ອມີໂຈນຂີ້ລັກໜຸ່ມຜູ້ໜຶ່ງ ເກີດຢາກນອນໃນຂະນະປະຕິບັດໜ້າທີ່ ໂດຍເຂົາໄດ້ລັກລອບເຂົ້າໄປເອົາເຄື່ອງ

ເພັດຢູ່ໃນເຮືອນຫລັງໜຶ່ງ ແຕ່ຊ້ຳພັດເກີດຢາກນອນໃນລະຫວ່າງປະຕິບັດການ ເຂົາຈິ່ງລົ້ມໂຕລົງນອນ ແລະ ຫລັບປານ

ຕາຍຢູ່ໃນເຮືອນຂອງຜູ້ຖືກເສຍຫາຍ ແຖມຕຳຫລວດມາປຸກກໍຍັງບໍ່ຕື່ນອີກດ້ວຍ.

 

ເຫດການດັ່ງກ່າວນີ້ ເກີດຂຶ້ນເມື່ອວັນທີ 8 ກັນຍາ 2014 ທີ່ຜ່ານມາ ໂດຍທ້າວ ເດວິສ ອາຍຸ 29 ປີ ໄດ້ງັດເຂົ້າໄປໃນເຮືອນ

ຂອງຜູ້ຖືກເສຍຫາຍໃນເມືອງຊາຣາໂຊຕາ ລັດຟໍຣິດາ ເພື່ອເຂົ້າໄປລັກເອົາເຄື່ອງເພັດ ແຕ່ຫລັງຈາກທີ່ເຂົາໄດ້ຫອບເອົາ

ເຄື່ອງເພັດໃສ່ຖົງຢາງຮຽບຮ້ອຍແລ້ວ ປະກົດວ່າເຂົາເກີດອາການງ່ວງເຫງົາຫາວນອນຂຶ້ນມາ ໂດຍບໍ່ຊັກຊ້າ ແລະ ບໍ່ເກງ

ກົວຕໍ່ສິ່ງໃດໆ ທ້າວ ເດວິສ ຈິ່ງໄດ້ແຜ່ໂຕລົງນອນຢູ່ເທິງຕຽງຂອງເຮືອນຫລັງດັ່ງກ່າວຢ່າງແຈບສະໜິດ.

 

ຈົນເຖິງເວລາຕອນເຊົ້າຂອງມື້ຕໍ່ມາ ເມື່ອມີແມ່ບ້ານມາເຮັດອານາໄມຢູ່ໃນເຮືອນຫລັງດັ່ງກ່າວຕາມປົກກະຕິ ແລະ ຕ້ອງ

ຕື່ນຕົກໃຈ ເມື່ອໄດ້ເຫັນ ທ້າວ ເດວິສ ນອນຫລັບຢູ່ເທິງຕຽງ ໂດຍມີຖົງເຄື່ອງເພັດວາງຢູ່ຂ້າງໂຕ, ທາງແມ່ບ້ານຈິ່ງໄດ້ໂທ

ແຈ້ງຕຳຫລວດມາທັນທີ ແລະ ເມື່ອຕຳຫລວດມາເຖິງທີ່ເກີດເຫດ ປະກົດວ່າທ້າວ ເດວິສ ກໍຍັງຄົງນອນຫລັບສະໜິດບໍ່

ຮູ້ສຶກໂຕໃດໆ ທາງຕຳຫລວດຈິ່ງໄດ້ເອົາກ້ອງຖ່າຍເກັບພາບໄວ້ເປັນຫລັກຖານ ກ່ອນທີ່ຈະປຸກທ້າວເດວິສ ເພື່ອຈັບກຸມ

ເອົາຢ່າງງ່າຍດາຍ.

 

z-1_16

 

ບົດຄວາມຫຼ້າສຸດ

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...