ກຽມຮັບມືກັບພາຍຸໃຕ້ຝຸ່ນມັງຄຸດທີ່ຈະເຄື່ອນຜ່ານລາວ

ເມື່ອວັນທີ 14 ກັນຍາ 2018 ທາງກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກແຈ້ງເຕືອນພາຍຸໃຕ້ຝຸ່ນມັງຄຸດ ຫົວທີ 22 ໃນເວລາ 07 ໂມງເຊົ້າຂອງວັນທີ 14 ກັນຍາ 2018 ມີຈຸດທີ່ຕັ້ງຢູ່ທີ່ມະຫາສະໝຸດປາຊີຟິກ ກຳລັງເຄື່ອນໄປທາງຕາເວັນຕົກ ຫາ ຕາເວັນຕົກສຽງເໜືອ ດ້ວຍຄວາມໄວ 20 ກິໂລແມັດຕໍ່ຊົ່ວໂມງ ຄາດວ່າໃນໄລຍະວັນທີ 14-15 ກັນຍາ 2018 ພາຍຸໃຕ້ຝຸ່ນຫົວນີ້ຈະເຄື່ອນທີ່ຜ່ານປະເທດ ຟິລິບປິນ, ຈາກນັ້ນ ວັນທີ 16-17 ກັນຍາ 2018 ຈະເຄື່ອນຜ່ານເຂດພາກໃຕ້ຂອງປະເທດຈີນ ແລະ ຜ່ານເກາະໄຮໜານ ແລະ ສືບຕໍ່ເຄື່ອນຜ່ານປະເທດ ສສ ຫວຽດນາມ ໃນວັນທີ 17 -18 ກັນຍາ 2018 ແລະ ສືບຕໍ່ຜ່ານພາກເໜືອຂອງປະເທດລາວ ເຊິ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມແຮງຢູ່ເກືອບທົ່ວໄປ ແລະ ຕົກປານກາງຫາຕົກໜັກ ຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງຂອງປະເທດລາວເຊັ່ນ: ແຂວງຜົ້ງສາລີ, ຊຽງຂວາງ, ຫົວພັນ, ຫຼວງນໍ້າທາ, ຫຼວງພະບາງ, ອຸດົມໄຊ, ບໍ່ແກ້ວ, ໄຊຍະບູລີ, ໄຊສົມບູນ,​ ວຽງຈັນ,​ ບໍລິຄຳໄຊ, ຄຳມ່ວນ,​ ສະຫວັນນະເຂດ ແລະ ນະຄອນຫຼວງວຽງຈັນ.

ດັ່ງນັ້ນ, ຈິ່ງແຈ້ງເຕືອນພໍ່ແມ່ປະຊາຊົນຈົ່ງມີສະຕິ ແລະ ກຽມພ້ອມຮັບມືກັບສະພາບຝົນຕົກໜັກ ເຊິ່ງຈະເຮັດໃຫ້ຕົ້ນໄມ້ຫັກລົ້ມ, ດິນເຈື່ອນ, ນໍ້າຖ້ວມຊຸ, ນໍ້າຖ້ວມຂັງ ແລະ ລົມພັດແຮງ; ພ້ອມນີ້ຂໍໃຫ້ເກັບມ້ຽນ ແລະ ຍ້າຍວັດຖຸສິ່ງຂອງພ້ອມສັດລ້ຽງໄປຢູ່ບ່ອນສູງ ແລະ ປອດໄພ.

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂ່າວ: ກົມອຸຕຸນິຍົມ ແລະ ອຸທົກກະສາດ