spot_img
Homeຂ່າວຕ່າງປະເທດຄູກັ້ນນໍ້າເຂື່ອນໃນມຽນມາແຕກ! ນີ້ເພີ່ມຄວາມວິຕົກເລື່ອງຄວາມປອດໄພຂອງເຂື່ອນອີກຈຳນວນຫລາຍໃນອາຊີຕາເວັນອອກສຽງໃຕ້

ຄູກັ້ນນໍ້າເຂື່ອນໃນມຽນມາແຕກ! ນີ້ເພີ່ມຄວາມວິຕົກເລື່ອງຄວາມປອດໄພຂອງເຂື່ອນອີກຈຳນວນຫລາຍໃນອາຊີຕາເວັນອອກສຽງໃຕ້

Published on

ໃນວັນທີ 29 ສິງຫາ 2018 ເວລາ 05:30 ນາທີ ຕາມເວລາທ້ອງຖີ່ນ ເຊິ່ງກົງກັບເວລາ 06:40 ໃນລາວ, ຄູກັ້ນນໍ້າເຂື່ອນ Swar Chaung ໃນມຽນມາແຕກ ເຮັດໃຫ້ນໍ້າໄຫລຖ້ວມພື້ນທີ່ຕອນກາງຂອງປະເທດມຽນມາ ຖ້ວມຊຸມຊົນໃກ້ຄຽງ ແລະ ທາງຫລວງທີ່ເຊື່ອມຕໍ່ກັບນະຄອນຫລວງຢາງກຸ້ງ, ເມືອງມັນດາເລ ແລະ ເມືອງເນປີດໍ.

ສຳນັກງານດັບເພີງມຽນມາສົ່ງເຈົ້າຫນ້າທີ່ໄປຍັງທາງກັ້ນເຂື່ອນທີ່ແຕກ, ນໍ້າໄຫລຖ້ວມເມືອງ ແລະ ຫມູ່ບ້ານສອງແຫ່ງທີ່ໃກ້ຄຽງ ຂະນະນີ້ຍັງບໍ່ມີລາຍງານຂອງຜູ້ເສຍຊີວິດ. ເຈົ້າຫນ້າທີ່ມຽນມາກ່າວວ່າປະຊາຊົນຫລາຍກວ່າ 50,000 ຄົນ ຕ້ອງອົບພະຍົບອອກຈາກບ້ານພາຍຫລັງຄູກັ້ນນໍ້າລົ້ນ ອັນເນື່ອງມາຈາກຝົນຕົກຫນັກເປັນຫລາຍມື້ໃນເຂດພະໂຄ.

ເຈົ້າຫນ້າທີ່ສຳນັກງານບໍລິຫານຈັດການໄພພິບັດແຫ່ງຊາດກ່າວວ່າ ຊາວບ້ານຈຳນວນຫລາຍຊື່ງບາງສ່ວນບໍ່ໄດ້ຢູ່ທາງນໍ້າຖ້ວມ ໄດ້ຕັດສິນໃຈທີ່ຈະອົບພະຍົບອອກຈາກບ້ານເຮືອນເພາະຢ້ານວ່າລະດັບນໍ້າຈະສູງຂື້ນເລື້ອຍໆ. ທາງດ້ານເຈົ້າຫນ້າທີ່ສຳນັກງານບັນເທົາທຸກ (ບໍ່ເປີດເຜີຍຊື່) ກ່າວເຖີງຄວາມເສຍຫາຍບາງສ່ວນວ່າ ພົນລະເມືອງຍັງບໍ່ມີທີ່ຢູ່ອາໄສທັງຫມົດ 12.000 ຄອບຄົວ ຫລື ປະມານ 54.000 ຄົນແລ້ວ.

ຫນັງສືພິມໂກລບອນນິວໄລຟອອຟມຽນມາ ລາຍງານກ່ຽວກັບການຖະແຫລງການຂອງ ຊໍ ວິນຕຸນ, ຮອງອະທິບໍດີກຳມະການບໍລິຫານການໃຊ້ນໍ້າ ແລະ ຊົນລະປະທານວ່າ ນໍ້າຖ້ວມຈາກຄູກັ້ນນໍ້າແຕກໄດ້ຫຼຸດລະດັບລົງແລ້ວ, ສ່ວນເຂື່ອນຍັງຄົງຢູ່ໃນສະພາບດີ ຫລັງຈາກທີ່ເມື່ອວານນີ້ນໍ້າໄດ້ໄຫລທະລັກເຂົ້າເມືອງ ແລະ ຫມູ່ບ້ານໃກ້ຄຽງ ຮວມທັງຖ້ວມຂົວທີ່ເຊື່ອມຕໍ່ລະຫວ່າງຢາງກຸ້ງ, ເມືອງ ມັນດາເລ ແລະ ເມືອງເນປີດໍ ເຮັດໃຫ້ການຈະລາຈອນມີບັນຫາ, ເຈົ້າຫນ້າທີ່ດັບເພີງ ແລະ ທະຫານແມ່ນໄດ້ສຸມໃສ່ປະຕິບັດຊ່ວຍເຫລືອກູ້ໄພຕໍ່ປະຊາຊົນຢ່າງຮີບດ່ວນ.

ສື່ທາງການມຽນມາລາຍງານວ່າ ກ່ອນຫນ້ານີ້ແມ່ນໄດ້ຮັບການແຈ້ງການຈາກເຈົ້າຫນ້າທີ່ ຢືນຢັນວ່າເຂື່ອນດັ່ງກ່າວມີຄວາມບັນຈຸນໍ້າປະມານ 266 ຕື້ ລິດ, ມີຄວາມປອດໄພ ແມ່ນວ່າປະຊາຊົນເປັນຫ່ວງກ່ຽວກັບເລື່ອງນໍ້າລົ້ນເຂື່ອນກໍຕາມ. ເຫດການຄັ້ງນີ້ຍີ່ງເພີ່ມຄວາມກັງວົນຕໍ່ຄວາມປອດໄພຫລາຍໆເຂື່ອນໃນອາຊີຕາເວັນອອກສຽງໃຕ້.

 

 

 

 

ແຫລ່ງຂ່າວຕ່າງປະເທດ: TDN

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...