Homeຂ່າວກິລາມະ​ຫະ​ກຳ​ກີ­ລາ​ອາ​ຊຽນເກມ 2018 ລາວໄດ້ເພີ່ມ 1 ຫຼຽນເງິນ ຢູ່ອັນດັບທີ 30 ຂອງຕາຕະລາງ

ມະ​ຫະ​ກຳ​ກີ­ລາ​ອາ​ຊຽນເກມ 2018 ລາວໄດ້ເພີ່ມ 1 ຫຼຽນເງິນ ຢູ່ອັນດັບທີ 30 ຂອງຕາຕະລາງ

Published on

​ງານ​ມະ​ຫະ​ກຳ​ກິລາ​ອາ​ຊຽນເກມ 2018 ທີ່​ອິນ​ໂດ​ເນ​ເຊຍ ປັດຈຸບັນໄດ້ດຳເນີນການແຂ່ງຂັນເປັນວັນທີ 12 ແລ້ວ ແລະ ປະເທດຈີນຍັງເປັນເຈົ້າຄອງຫຼຽນຄຳອັນດັບທີ 1 ຂອງຕາຕະລາງ ໂດຍມີຫຼຽນຄຳ 102 ຫຼຽນ, ຫຼຽນເງິນ 67 ຫຼຽນ ແລະ ຫຼຽນທອງ 50ຫຼຽນ; ອັນດັບ 2 ແມ່ນປະເທດຍີ່ປຸ່ນ; ອັນດັບທີ 3 ສາທາລະນະເກົາຫຼີ; ສ່ວນອິນໂດເນເຊຍເຈົ້າພາບແມ່ນນຳມາເປັນອັນດັບທີ 4 ຂອງຕາຕະລາງ.

ທັບ​ນັກ­ກີ­ລາ​ລາວ ໃນ​ງານ​ມະ​ຫະ​ກຳ​ກິ­ລາ​ອາ​ຊຽນ ເກມ 2018 ທີ່​ອິນ​ໂດ​ເນ​ເຊຍ ໃນ​ວັນ​ທີ 27 ສິງ­ຫາ 2018 ໄດ້​ເພີ່ມ​ອີກ 1 ຫຼຽນ​ເງິນ ຈາກ​ນາງ ອ້ອຍ ວົງ​ພັກ­ດີ ນັກ­ກິລາ​ປັນ​ຈັກ​ສີ​ລັດ ປະ­ເພດ​ຕໍ່­ສູ້ ລຸ້ນ 55-60 ກິ​ໂລກຣາມ ​ໃນ​ຮອບ​ຮອງ​ຊະ­ນະ​ເລີດ​ເຊິ່ງພົບກັບ​ນັກ­ກີ­ລາ​ເຈົ້າ­ພາບ ອິນ​ໂດ​ເນ​ເຊຍ ຜົນຂອງການແຂ່ງຂັນແມ່ນນັກ­ກີ­ລາ​ປັນ​ຈັກ​ສີ​ລັດລາວ ເສຍ​ໃຫ້ເຈົ້າພາບ 0-5 ຄະ­ແນນ ຈິ່ງໄດ້ຫຼຽນເງິນມາຄອງ.

ມາ​ຮອດ​ປັດ­ຈຸ­ບັນ, ທັບ​ນັກ­ກີ­ລາ​ລາວ ສາ­ມາດ​ຍາດໄດ້ 2 ຫຼຽນ​ເງິນ 2 ຫຼຽນ​ທອງລວມເປັນ 4 ຫຼຽນ ໃນກິລາອາ​ຊຽນເກມ 2018 ໄດ້ແກ່: 1 ຫຼຽນເງິນຈາກກິ­ລາ​ກະ­ຕໍ້​ທີມ​ຄູ່​ຊາຍ ແລະ 1 ຫຼຽນເງິນ 2 ຫຼຽນທອງ ຈາກກິລາປັນຈັກສີລັດ ເຮັດໃຫ້ ສປປ ລາວຢູ່ອັນດັບທີ 30 ຂອງຕາຕະລາງສະຫຼຸບຫຼຽນ.

ຕາຕະລາງສະຫຼຸບຫຼຽນມະຫະກຳກີລາເອຊຽນເກມ 2018 ປະຈຳວັນທີ 29 ສິງຫາ 2018

Rank Country Gold Silver Bronze Total
1 China 102 67 50 219
2 Japan 52 47 63 162
3 Republic of Korea 37 42 50 129
4 Indonesia 30 22 36 88
5 IR Iran 19 16 17 52
6 Chinese Taipei 13 17 21 51
7 Uzbekistan 12 17 16 45
8 DPR Korea 12 8 11 31
9 India 11 20 23 54
10 Thailand 9 13 36 58
11 Bahrain 9 3 6 18
12 Kazakhstan 8 9 34 51
13 Vietnam 4 15 13 32
14 Hong Kong, China 4 12 17 33
15 Malaysia 4 11 9 24
16 Qatar 4 3 3 10
17 Philippines 4 0 13 17
18 United Arab Emirates 3 6 3 12
19 Singapore 3 4 10 17
20 Mongolia 3 3 6 12
21 Kyrgyzstan 2 6 10 18
22 Jordan 2 1 8 11
23 Kuwait 2 1 1 4
24 Cambodia 2 0 1 3
25 Kingdom of Saudi Arabia 1 2 1 4
25 Macau, China 1 2 1 4
27 Iraq 1 2 0 3
28 Lebanon 1 1 2 4
29 Korea 1 0 2 3
30 Lao PDR 0 2 2 4
31 Tajikistan 0 2 0 2
32 Turkmenistan 0 1 2 3
33 Nepal 0 1 0 1
34 Pakistan 0 0 3 3
35 Afghanistan 0 0 2 2
35 Myanmar 0 0 2 2
37 Syria 0 0 1 1
– Total 356 356 475 1187

 

ແຫລ່ງຂ່າວ: ຂ່າວກິລາ Lao National TV, www.vientianemai.net, www.india.com

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...