Homeຂ່າວພາຍ​ໃນລັດກຳນົດວັນຈ່າຍເງິນເດືອນໃຫ້ພະນັກງານລັດຖະກອນບໍ່ໃຫ້ກາຍວັນທີ 30 ຂອງທຸກເດືອນ

ລັດກຳນົດວັນຈ່າຍເງິນເດືອນໃຫ້ພະນັກງານລັດຖະກອນບໍ່ໃຫ້ກາຍວັນທີ 30 ຂອງທຸກເດືອນ

Published on

ເວັບໄຊຂ່າວໜັງສືພິມວຽງຈັນໃໝ່ລາຍງານເມື່ອວັນທີ 29 ສິງຫາ 2018ວ່າ ໃນທ້າຍອາທິດທີ່ຜ່ານມາກະຊວງການເງິນ ຈັດ​ກອງ​ປະ­ຊຸມ​ປະ­ກອບ​ຄຳ​ເຫັນ​ໃສ່​ຮ່າງ​ແນະ­ນຳ​ກ່ຽວ​ກັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ລາຍ​ຈ່າຍ​ເງິນ­ເດືອນ ເງິນ​ອຸດ​ໜູນ ແລະ ເງິນ​ນະ­ໂຍ­ບາຍ ໃຫ້​ພະ­ນັກ­ງານ-ລັດ­ຖະ­ກອນ​ຜ່ານ​ລະ­ບົບ​ທະ­ນາ­ຄານ ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ ບຸນ​ເຫຼືອ ສິນ​ໄຊ​ວໍ​ຣະ​ວົງ ຫົວ­ໜ້າ​ກົມ​ນະ­ໂຍ­ບາຍ​ການ​ເງິນ ແລະ ນິ­ຕິ​ກຳ ມີ​ທ່ານ​ນາງ ວັນ​ພອນ ພົມ​ມະ​ສອນ ຫົວ­ໜ້າ​ຄັງ​ເງິນ​ແຫ່ງ​ຊາດ ພ້ອມ​ດ້ວຍ​ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ທ່ານ ບຸນ​ເຫຼືອ ສິນ​ໄຊ​ວໍ​ຣະ​ວົງ ໄດ້ກ່າວວ່າ ຈຸດ­ປະ­ສົງ​ຂອງ​ກອງ​ປະ­ຊຸມ​ຄັ້ງ​ນີ້ ເພື່ອ​ປະ­ກອບ​ຄຳ​ເຫັນ​ໃສ່​ຮ່າງ​ແນະ­ນຳ​ກ່ຽວ​ກັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ລາຍ​ຈ່າຍ​ເງິນ­ເດືອນ ເງິນ​ອຸດ​ໜູນ ແລະ ເງິນ​ນະ­ໂຍ­ບາຍ ໃຫ້​ພະ­ນັກ­ງານ-ລັດ­ຖະ­ກອນ ຜ່ານ​ລະ­ບົບ​ທະ­ນາ­ຄານ ເພື່ອ​ຄວາມ​ເປັນ​ເອ­ກະ​ພາບ​ໃນ​ການ​ເບີກ​ຈ່າຍ​ເງິນ​ດັ່ງ­ກ່າວ ໃນ​ແຕ່​ລະ​ເດືອນ​ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ.

ຮ່າງ​ແນະ­ນຳ​ກ່ຽວ​ກັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ລາຍ​ຈ່າຍ​ເງິນ­ເດືອນ ເງິນ​ອຸດ​ໜູນ ແລະ ເງິນ​ນະ­ໂຍ­ບາຍ​ໃຫ້​ພະ­ນັກ­ງານ-ລັດ­ຖະ­ກອນ​ຜ່ານ​ລະ­ບົບ​ທະ­ນາ­ຄານ ໄດ້​ແບ່ງ​ຄວາມ​ຮັບ­ຜິດ­ຊອບ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຄື: ບັນ­ດາ​ຫົວ­ໜ່ວຍ​ງົບ­ປະ­ມານ​ຂັ້ນ​ສູນ​ກາງ ແລະ ທ້ອງ­ຖິ່ນ ປະ­ກອບ​ເອ­ກະ­ສານ​ບັນ­ຊີ​ຈຳ­ນວນ​ພົນ ຊັ້ນ-ຂັ້ນ​ເງິນ­ເດືອນ ການ​ອຸດ​ໜູນ​ຂອງ​ພະ­ນັກ­ງານ-ລັດ­ຖະ­ກອນ ສົ່ງ​ຫາ​ກະ­ຊວງ​ພາຍ​ໃນ ຫຼື ຂະ­ແໜງ​ພາຍ​ໃນ​ຂັ້ນ​ທ້ອງ­ຖິ່ນ​ຂອງ​ງວດ​ຕໍ່​ໄປ​ບໍ່​ໃຫ້​ກາຍ​ວັນ​ທີ 15 ຂອງ​ເດືອນ​ສຸດ​ທ້າຍ​ໃນ​ແຕ່​ລະ​ງວດ ເອ­ກະ­ສານ​ລາຍ​ຈ່າຍ​ເງິນ­ເດືອນ ເງິນ​ອຸດ​ໜູນ ເງິນ​ນະ­ໂຍ­ບາຍ ສົ່ງ​ຫາ​ກົມ​ງົບ­ປະ­ມານ​ແຫ່ງ​ລັດ ຫຼື ຂະ­ແໜງ​ງົບ­ປະ­ມານ​ແຫ່ງ​ລັດ​ຂັ້ນ​ທ້ອງ­ຖິ່ນ ເພື່ອ​ຄົ້ນ­ຄວ້າ​ອະ­ນຸ­ມັດ​ລາຍ​ຈ່າຍ​ຂອງ​ງວດ​ຕໍ່​ໄປ​ບໍ່​ໃຫ້​ກາຍ​ວັນ​ທີ 30 ຂອງ​ເດືອນ​ສຸດ​ທ້າຍ​ໃນ​ແຕ່​ລະ​ງວດ ແລະ ໃບ​ຖອນ­ເງິນ​ສົ່ງ​ຫາ​ຄັງ​ເງິນ​ແຫ່ງ​ຊາດ ຫຼື ຄັງ​ເງິນ​ແຫ່ງ​ຊາດ​ປະ­ຈຳ​ທ້ອງ­ຖິ່ນ ເພື່ອ​ກວດ­ກາ​ຄວາມ​ຖືກ­ຕ້ອງ​ບໍ່​ໃຫ້​ກາຍ​ວັນ​ທີ 15 ຂອງ​ແຕ່​ລະ​ເດືອນ.

ສ່ວນ​ກະ­ຊວງ​ພາຍ​ໃນ ຫຼື ຂະ­ແໜງ​ພາຍ​ໃນ​ຂັ້ນ​ທ້ອງ­ຖິ່ນ ກວດ­ກາ ແລະ ຢັ້ງ­ຢືນ​ເອ­ກະ­ສານ​ບັນ­ຊີ​ຈຳ­ນວນ​ພົນ ຊັ້ນ-ຂັ້ນ​ເງິນ­ເດືອນ ການ​ອຸດ​ໜູນ​ຂອງ​ຫົວ­ໜ່ວຍ​ງົບ­ປະ­ມານ​ຂອງ​ງວດ​ຕໍ່​ໄປ​ບໍ່​ໃຫ້​ກາຍ​ວັນ​ທີ 20 ຂອງ​ເດືອນ​ສຸດ​ທ້າຍ​ແຕ່​ລະ​ງວດ ກົມ​ງົບ­ປະ­ມານ​ແຫ່ງ​ລັດ ຫຼື ຂະ­ແໜງ​ງົບ­ປະ­ມານ​ແຫ່ງ​ລັດ​ຂັ້ນ​ທ້ອງ­ຖິ່ນ ກວດ­ກາ ແລະ ອະ­ນຸ­ມັດ​ລາຍ​ຈ່າຍ​ເງິນ­ເດືອນ ເງິນ​ອຸດ​ໜູນ ເງິນ​ນະ­ໂຍ­ບາຍ​ໃຫ້​ບັນ­ດາ​ຫົວ­ໜ່ວຍ​ງົບ­ປະ­ມານ ບໍ່​ໃຫ້​ກາຍ​ວັນ​ທີ 10 ຂອງ​ເດືອນ​ທຳ​ອິດ​ໃນ​ງວດ​ທີ່​ປະ­ຕິ­ບັດ​ລາຍ​ຈ່າຍ ແລະ ຄັງ​ເງິນ​ແຫ່ງ​ຊາດ ຫຼື ຄັງ​ເງິນ​ແຫ່ງ​ຊາດ​ປະ­ຈຳ​ທ້ອງ­ຖິ່ນ ກວດ­ກາ​ເອ­ກະ­ສານ​ລາຍ​ຈ່າຍ​ເງິນ­ເດືອນ ເງິນ​ອຸດ​ໜູນ ເງິນ​ນະ­ໂຍ­ບາຍ​ຂອງ​ຫົວ­ໜ່ວຍ​ງົບ­ປະ­ມານ​ບໍ່​ໃຫ້​ກາຍ​ວັນ​ທີ 20 ຂອງ​ແຕ່​ລະ​ເດືອນ ແລະ ສົ່ງ​ເອ­ກະ­ສານ​ລາຍ​ຈ່າຍ​ເງິນ­ເດືອນ ເງິນ​ອຸດ​ໜູນ ເງິນ​ນະ­ໂຍ­ບາຍ​ໄປ​ຈ່າຍ​ຢູ່​ທະ­ນາ­ຄານ​ເປັນ​ແຕ່​ລະ​ວັນ ເຊິ່ງ​ເລີ່ມ​ແຕ່​ວັນ​ທີ 24-30 ຂອງ​ແຕ່​ລະ​ເດືອນ ແລະ ທະ­ນາ­ຄານ​ຜູ້​ໃຫ້​ບໍ­ລິ­ການ​ຕ້ອງ​ໂອນ​ເງິນ­ເດືອນ​ເຂົ້າ​ບັນ­ຊີ​ເງິນ​ຝາກ​ຂອງ​ພະ­ນັກ­ງານ-ລັດ­ຖະ­ກອນ ໃນ​ລະ­ຫວ່າງ​ວັນ​ທີ 25-30 ຂອງ​ແຕ່​ລະ​ເດືອນ ທັງ​ນີ້ ເພື່ອ​ຄວາມ​ເປັນ​ເອ­ກະ​ພາບ​ໃນ​ການ​ເບີກ​ຈ່າຍ​ເງິນ­ເດືອນ ເງິນ​ອຸດ​ໜູນ ແລະ ເງິນ​ນະ­ໂຍ­ບາຍ​ໃຫ້​ພະ­ນັກ­ງານ-ລັດ­ຖະ­ກອນ​ຜ່ານ​ລະ­ບົບ​ທະ­ນາ­ຄານ​ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ.

ແຫລ່ງຂ່າວ: www.vientianemai.net

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...