spot_img
Homeເກັບຕົກ-ເລື່ອງແປກຍີ່ປຸ່ນເຮັດແຮັມເບີເກີ້ສີດຳ ເມນູສຸດແປກວາງຂາຍພາຍໃນອາທິດໜ້າ!

ຍີ່ປຸ່ນເຮັດແຮັມເບີເກີ້ສີດຳ ເມນູສຸດແປກວາງຂາຍພາຍໃນອາທິດໜ້າ!

Published on

 

 

ເບີເກີຄິງຍີ່ປຸ່ນ ເຮັດແຮມເບີເກີສີດຳ ເມນູສຸດແປກ ດຳຕັ້ງແຕ່ຂະໜົມປັງໄປຈົນເຖິງນ້ຳຊ໊ອດ.

 

ເມື່ອວັນທີ 10 ກັນຍາ 2014 ທີ່ຜ່ານມາ ເວັບຂ່າວຂອງຕ່າງປະເທດ ລາຍງານວ່າ ຮ້ານເບີເກີຄິງທີ່ປະເທດຍີ່ປຸ່ນ

ໄດ້ກຽມເຮັດເມນູສຸດແປກ ແຮັມເບີເກີ້ສີດຳ ເຊິ່ງເປັນເມນູໃໝ່ຂອງຮ້ານ ທີ່ມີທັງແປ້ງຂະໜົມປັງ, ຊ໊ອດ ແລະ

ຊີສ ທັງໝົດແມ່ນເປັນສີດຳ ເພື່ອໃຫ້ລູກຄ້າຊາວຍີ່ປຸ່ນລອງຮັບປະທານ ຫລັງຈາກທີ່ປະສົບຜົນສຳເລັດກັບເມ

ນູ ພລີມ່ຽມ ຄຸໂຣະ ເບີເກີ ແລະ ຄຸໂຣະ ນິນຈາ ເຊິ່ງເປັນສອງເມນູແຮັມເບີເກີ້ສີດຳ ເຊິ່ງໄດ້ຮັບຄວາມນິຍົມເປັນ

ຢ່າງສູງໃນຊ່ວງ 2 ປີກ່ອນໜ້ານີ້.

 

ລາຍງານລະບຸວ່າ ແຮັມເບີເກີ້ສີດຳ ລຸ້ນທີ 3 ນີ້ ມີຊື່ເມນູວ່າ ຄຸໂຣະ ເພີນ ແລະ ຄຸໂຣະ ໄດມອນ ໂດຍເມນູ ຄຸໂຣະ

ເພີນ ເຊິ່ງມີຂະໜາດນ້ອຍກ່ວາ ຈະປະກອບໄປກ້ວຍແປ້ງຂະໜົມປັງສີດຳ ທີ່ເຮັດມາຈາກຖ່ານໄມ້ໄຜ່, ຊີສສີດຳ

ຈາກຖ່ານໄມ້ໄຜ່ ແລະ ຊ໊ອສກະທຽມຫົວຫອມ ທີ່ມີສ່ວນປະສົມຂອງປາໝຶກຈົນກາຍເປັນສີດຳ ແລະ ຊີ້ນງົວ

ມັກພິກໄທດຳ, ສ່ວນເມນູ ຄຸໂຣະ ໄດມອນ ມີສ່ວນປະສົມທີ່ຄ້າຍຄືກັນ ແຕ່ຈະມີການເພີ່ມຜັກກາດຫອມ, ຫົວ

ຫອມ ແລະ ໝາກເລັ່ນເຂົ້າໄປນຳ.

 

ທັງນີ້ ທັງສອງເມນູເບີເກີ້ສີດຳດັ່ງກ່າວ ຈະສາມາດຊື້ໄດ້ນັບຕັ້ງແຕ່ວັນທີ 19 ກັນຍາ 2014 ເປັນຕົ້ນໄປ ທີ່ຍີ່ປຸ່ນ

ແລະ ສິນຄ້າກໍມີຈຳນວນຈຳກັດອີກດ້ວຍ.

 

vumi9v2adfhepdcndzhn
          

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...