spot_img
Homeຂ່າວພາຍ​ໃນທ່ານນາຍົກຕ້ອນຮັບຄະນະຜູ້ແທນຈາກຍີ່ປຸ່ນ ພ້ອມສົ່ງ­ເສີມ​ສາຍ​ພົວ­ພັນ​ມິດ­ຕະ­ພາບ

ທ່ານນາຍົກຕ້ອນຮັບຄະນະຜູ້ແທນຈາກຍີ່ປຸ່ນ ພ້ອມສົ່ງ­ເສີມ​ສາຍ​ພົວ­ພັນ​ມິດ­ຕະ­ພາບ

Published on

ໜັງສືພິມວຽງຈັນໃໝ່ລາຍງານວ່າ ເມື່ອວັນ​ທີ 20 ສິງ­ຫາ 2018 ທີ່​ສຳ­ນັກ­ງານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ­ຍົກ­ລັດ­ຖະ­ມົນ­ຕີ ໄດ້​ໃຫ້​ກຽດ​ຕ້ອນ­ຮັບ​ການ​ເຂົ້າ​ຢ້ຽມ​ຄຳ­ນັບ​ຂອງ​ທ່ານ ຕາ​ເກ​ໂອະ ຄາ​ວາ​ມຸ​ຣະ (Honorable Mr. Takeo KAWAMURA) ປະ­ທານ​ກຳ­ມາ​ທິ​ການ​ງົບ­ປະ­ມານ ສະ­ພາ​ຜູ້​ແທນ​ລາ­ຊະ​ດອນ (ສະ­ພາ​ຕ່ຳ) ຍີ່­ປຸ່ນ ທັງ​ເປັນ​ປະ­ທານ​ສະ­ມາ­ຄົມ​ມິດ­ຕະ­ພາບ ຍີ່­ປຸ່ນ-ລາວ ພ້ອມ​ດ້ວຍ​ຄະ­ນະ ເນື່ອງ​ໃນ​ໂອ­ກາດ​ເດີນ­ທາງ​ມາ​ຢ້ຽມ­ຢາມ ແລະ ເຮັດ​ວຽກ​ຢູ່ ສປປ ລາວ ໃນ​ວັນ​ທີ 19-20 ສິງ­ຫາ 2018.

ການ​ເດີນ­ທາງ​ມາ​ຢ້ຽມ­ຢາມ ແລະ ເຮັດ​ວຽກ​ຂອງ​ຄະ­ນະ​ຜູ້​ແທນ​ຍີ່­ປຸ່ນ​ຄັ້ງ​ນີ້ ເປັນ​ການ​ສືບ­ຕໍ່​ສົ່ງ­ເສີມ​ສາຍ​ພົວ­ພັນ​ມິດ­ຕະ­ພາບ ແລະ ການ​ຮ່ວມ​ມື​ອັນ​ດີ­ງາມ​ທີ່​ມີ​ມາ​ແຕ່​ດົນ​ນານ​ຂອງ​ສອງ​ປະ­ເທດ ລາວ-ຍີ່­ປຸ່ນ ໂດຍ​ສະ­ເພາະ ການ​ຮ່ວມ​ມື ລະ­ຫວ່າງ​ສະ­ພາ​ແຫ່ງ​ຊາດ​ລາວ ແລະ ສະ­ພາ​ແຫ່ງ​ຊາດ​ຍີ່­ປຸ່ນ ລວມ​ທັງ​ວຽກ​ອື່ນໆ​ຂອງ​ສອງ​ຝ່າຍ ເພື່ອ​ເສີມ​ຂະ­ຫຍາຍ​ສາຍ​ພົວ­ພັນ​ຮ່ວມ​ມື ວຽກ​ງານ​ສະ­ພາ​ແຫ່ງ​ຊາດ​ຂອງ​ສອງ​ປະ­ເທດ​ໃຫ້​ນັບ​ມື້​ແໜ້ນ​ແຟ້ນ​ຍິ່ງໆ​ຂຶ້ນ ໂດຍ​ທັງ​ສອງ​ຝ່າຍ​ຢືນ­ຢັນ​ທີ່​ຈະ​ສືບ­ຕໍ່​ເສີມ​ຂະ­ຫຍາຍ​ສາຍ​ພົວ­ພັນ​ຮ່ວມ​ມື ໃນ​ວຽກ​ງານ​ສະ­ພາ​ແຫ່ງ​ຊາດ ແລະ ແລກ­ປ່ຽນ​ບົດ­ຮຽນ ຕະ­ຫຼອດ​ຮອດ​ການ​ເຂົ້າ​ເຖິງ​ຂໍ້​ມູນ​ຂ່າວ­ສານ ຕາມ​ແນວ­ທາງ​ນະ­ໂຍ­ບາຍ​ຂອງ​ລັດ­ຖະ­ບານ​ສອງ​ປະ­ເທດ​ວາງ​ໄວ້.

ໃນ​ໂອ­ກາດ​ເຂົ້າ​ຢ້ຽມ​ຄຳ­ນັບ​ຄັ້ງ​ນີ້​ຄະ­ນະ​ຜູ້​ແທນ​ຍີ່­ປຸ່ນ ຍັງ​ໄດ້​ມອບ​ເງິນ​ຊ່ວຍ­ເຫຼືອ​ຜູ້​ປະ­ສົບ​ຜົນ​ກະ­ທົບ​ຈາກ​ອຸ​ທົກ​ກະ​ໄພ​ນ້ຳ​ຖ້ວມ ຢູ່ ສປປ ລາວ ເປັນ​ຈຳ­ນວນ​ເງິນ 2 ແສນ​ເຢັນ ຫຼື ປະ­ມານ 15 ລ້ານ​ກວ່າ​ກີບ ເຊິ່ງ​ເງິນ​ຈຳ­ນວນ​ດັ່ງ­ກ່າວ​ແມ່ນ​ໄດ້​ຈາກ​ການ​ລະ­ດົມ​ຄະນະ​ຜູ້​ແທນ​ທີ່​ມາ​ດ້ວຍ​ກັນ.

 

ແຫລ່ງຂ່າວ: www.vientianemai.net, 

ຮູບພາບ: www.lsecuritynews.com

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...