spot_img
Homeຂ່າວທ້ອງຖິ່ນລາວກຽມອອກບັດພະນັກງານ-ລັດຖະກອນ

ລາວກຽມອອກບັດພະນັກງານ-ລັດຖະກອນ

Published on

ໜັງສືິພິມລາວພັດທະນາລາຍງານວ່າ ໃນວັນທີ 10 ສິງຫາ 2018ທີ່ຜ່ານມາ ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ແນະນໍາ ການອອກບັດ ພະນັກງານ-ລັດຖະກອນ, ໂດຍການເປັນປະທານຮ່ວມຂອງທ່ານ ແສງເພັດ ຮຸ່ງບຸນຍວງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ວິໄຊ ພັນດານຸວົງ ຮອງລັດຖະມົນຕີກະຊວງພາຍໃນ, ທັງເປັນຫົວໜ້າຄະນະຊີ້ນໍາການອອກບັດ ພະນັກງານ-ລັດຖະກອນຂັ້ນສູນກາງ, ມີ ພະນັກງານ-ລັດຖະກອນ ກະຊວງດັ່ງກ່າວເຂົ້າຮ່ວມເປັນຈໍາຫຼາຍ ເພື່ອຈະໄດ້ຮັບຮູ້ ແລະ ເຂົ້າເຖິງຄວາມສໍາຄັນຂອງບັດດັ່ງກ່າວຕໍ່ການຄຸ້ມຄອງ ປະຫວັດພະນັກງານ-ລັດຖະກອນໃຫ້ຖືກຕ້ອງສອດຄ່ອງກັບລະບຽນການ.

ໃນໂອກາດດັ່ງກ່າວ ທ່ານປະທານກອງປະຊຸມ ຍັງໄດ້ຍົກໃຫ້ເຫັນຄວາມສໍາຄັນ ຂອງບັດດັ່ງກ່າວ ເພື່ອເພີ່ມທະວີການຄຸ້ມຄອງພະນັກງານ-ລັດຖະກອນ, ນັບທັງດ້ານຈໍານວນມີໜ້າຕົວຈິງຢູ່ແຕ່ລະກະຊວງ, ອົງການຂັ້ນສູນກາງ ແລະ ທ້ອງຖິ່ນ, ທັງເປັນການປັບປຸງຂໍ້ມູນປະຫວັດລັດຖະກອນໃຫ້ຖືກຕ້ອງ, ໃຫ້ສອດຄ່ອງກັບລະບຽນການໃນການຄຸ້ມຄອງພະນັກງານ-ລັດຖະກອນຕາມກົດໝາຍໃຫ້ມີຄວາມທັນສະໄໝ, ພ້ອມທັງເບີກຈ່າຍເງິນເດືອນ, ເງິນອຸດໜູນ ແລະ ນະໂຍບາຍຕ່າງໆ ຖືກຕ້ອງຕາມຕົວຈິງ ແລະ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງພະນັກງານ-ລັດຖະກອນຢູ່ແຕ່ລະຂັ້ນ ມີຄວາມສະດວກ ແລະ ຄວາມເປັນເອກະພາບການຈັດຕັ້ງປະຕີບັດຕົວຈິງໃນຂອບເຂດທົ່ວປະເທດ.

ພາບ-ຂ່າວ: ນສພ ລາວພັດທະນາ

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...