Homeຂ່າວຕ່າງປະເທດນັກເກັບກູ້ລະເບີດອັງກິດເຜີຍພື້ນທີ່ອົບພະຍົບເຂື່ອນແຕກມີວັດຖຸລະເບີດບໍ່ທັນທຳງານປົນຢູ່ຫຼາຍ

ນັກເກັບກູ້ລະເບີດອັງກິດເຜີຍພື້ນທີ່ອົບພະຍົບເຂື່ອນແຕກມີວັດຖຸລະເບີດບໍ່ທັນທຳງານປົນຢູ່ຫຼາຍ

Published on

ສຳນັກຂ່າວຣອຍເຕີລາຍງານຈາກນະຄອນຫຼວງພະນົມເປນ ປະເທດກຳປູເຈຍ ເມື່ອວັນທີ 7 ສິງຫາ 2018ວ່າ ສະຫະປະຊາຊາດຖະແຫຼງເມື່ອວັນຈັນທີ່ຜ່ານມາວ່າ ພົບຜູ້ເສຍີວິດແລ້ວ 34 ສົບ ສູນຫາຍ 97 ຄົນ ແລະ ອີກ 6,000ຄົນ ຕ້ອງອົບພະຍົບເນື່ອງຈາກນ້ຳຖ້ວມກະທັນຫັນ ເຊິ່ງເປັນຜົນມາຈາກເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ທີ່ເມືອງສະໜາມໄຊ ແຂວງອັດຕະປື ເມື່ອເດືອນ ກໍລະກົດ ທີ່ຜ່ານມາ.

ສຳລັບແຂວງ ອັດຕະປືນັ້ນ ເປັນພື້ນທີ່ທີ່ມີການປົນເປື້ອນສູງຂອງວັດຖຸລະເບີດທີ່ຍັງບໍ່ທັນໄດ້ທຳງານ ຄອບຄຸມພື້ນທີ່ເຖິງ 791 ເອເຄີ ຫຼື ປະມານ 1,977,5 ໄຮ່ ໃນເຂດສະໜາມໄຊ ເຊິ່ງຜູ້ຄົນທີ່ອົບພະຍົບມາຈາກພື້ນທີ່ນ້ຳຖ້ວມໄປຕັ້ງຮາກຖານອາໃສຢູ່ຊົ່ວຄາວນັ້ນເປັນພື່ນທີ່ອັນຕະລາຍທີ່ມີການປົນເປື້ອນສູງ ທ່ານ ບລອສຊັມ ກິລມູຣ໌ ຜູ້ອຳນວຍການຂອງກຸ່ມທີ່ປຶກສາກັບລະເບີດ (ເອັມເອຈີ) ໜ່ວຍບັນເທົາທຸກຂອງອັງກິດເຮັດໜ້າທີ່ເກັບກູ້ລະເບີດທີ່ຍັງບໍ່ທຳງານ ເປີດເຜີຍວ່າເປັນອັນຕະລາຍຫຼາຍທີ່ມີວັດຖຸຸລະເບີດທີ່ຍັງບໍ່ທັນທຳງານຢູ່ໃນພື້ນທີ່ ເຊິ່ງພວກເຮົາອາດຈະຕ້ອງເກັບກູ້ລະເບີດ ແລະ ເຄື່ອນຍ້າຍອອກໄປ ເຖິງແມ່ນວ່າພື້ນທີ່ດັ່ງກ່າວຈະມີເຄຣຍພື້ນທີ່ແລ້ວ ແຕ່ກໍ່ຍັງຈຳເປັນຕ້ອງມີການກວດກາຄືນອີກຄັ້ງ ເພາະຄົນທີ່ອົບພະຍົບເຂົ້າມາອາໃສອາດລົງຫຼັກປັກຖານໃນພື້ນທີ່ທີ່ຍັງບໍ່ທັນເຄຣຍສະຖານທີ່.

 

ແຫລ່ງຂ່າວ: www.dailynews.co.th

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...