ສະໝໍລະພູມເຕົາອົບທີ່ແທ້ຈິງຄົງຕ້ອງຍົກໃຫ້ອາກາດໃນຕອນນີ້ຂອງປະເທດເຮົາຢ່າງບໍ່ຕ້ອງສົງໄສເພາະທັງແດດແຮງ, ອາກາດກໍຮ້ອນຈັດ ແຖມຍັງມີຄວາມອົບເອົ້າເຮັດໃຫ້ເຫື່ອບໍ່ສາມາດລະເຫີຍອອກມາຈາກຮ່າງກາຍໄດ້ອີກ. ອີກຢ່າງໜຶ່ງຄືກິ່ນທີ່ບໍ່ພຶງປະສົງອັນເນື່ອງມາຈາກເຫື່ອທີ່ອອກມາ ເກີດຄວາມອັບໃນຈຸດຕ່າງໆຂອງຮ່າງກາຍ ເປັນເຫດໃຫ້ເຊື້ອແບັກທີເຣຍຈະເລີນເຕີບໂຕໄດ້ດີ ແລະ ໄວວາ.
ກິ່ນຕົວເກີດຂຶ້ນໄດ້ຈາກຫຼາຍສາເຫດ ແຕ່ສ່ວນໃຫຍ່ມັກເກີດຈາກກິ່ນຂອງເຫື່ອທີ່ສະສົມ ແລະ ລວມຕົວກັນກັບເຊື້ອແບັກທີເຣຍກ້ອງວົງແຂນທີ່ອຸ່ນ ແລະ ຊຸ່ມ ເຮັດໃຫ້ກາຍເປັນກິ່ນເໝັນສົ້ມ ໃນຊ່ວງໜ້າຮ້ອນໂອກາດທີ່ເຫື່ອອອກຈະຫຍິ່ງຫຼາຍກວ່າຊ່ວງອື່ນໆ. ສະນັ້ນ, ຄວນດູແລຕົວເອງດ້ວຍວິທີດັ່ງຕໍ່ໄປນີ້ເພື່ອຫຼຸດ ຫຼື ປ້ອງກັນການເກີດກິ່ນຕົວທີ່ບໍ່ຕ້ອງການ.
ສາມາດຮັກສາໄດ້ດັ່ງນີ້:
- ອາບນໍ້າຊໍາລະຮ່າງກາຍໃຫ້ສະອາດຢ່າງໜ້ອຍມື້ລະ 2 ຄັ້ງ ຫຼື ຫຼາຍກວ່ານັ້ນ, ຫາກຮູ້ສຶກວ່າຮ່າງກາຍມີເຫື່ອໄຫລ, ຮ້ອນອົບເອົ້າ ໃຫ້ໃຊ້ສະບູທໍາຄວາມສະອາດຢ່າງຈິງຈັງເນັ້ນບໍລິເວນກ້ອງແຂນ, ຫົວນົມ ແລະ ອະໄວຍະວະສືບພັນ.
- ປ່ຽນເຄື່ອງນຸ່ງທຸກມື້ ບໍ່ຄວນສວມໃສ່ເສື້ອຜ້າໂຕເກົ່າຊໍ້າອີກໂດຍທີ່ຍັງບໍ່ທັນຊັກ, ໃສ່ເສື້ອຜ້າທີ່ຫລົມໆ ເພື່ອໃຫ້ອາກາດຖ່າຍເທໄດ້ສະດວກເນັ້ນເສັ້ນໃຍຈາກທໍາມະຊາດເຊັ່ນ: ຜ້າຢ້າຍ, ຜ້າລີນິນ ຈະຊ່ວຍລະບາຍອາກາດໄດ້ດີກວ່າຈໍາພວກໃຍສັງເຄາະ.
- ກໍາຈັດຂົນໃຕ້ວົງແຂນ ເພາະຂົນເຫຼົ່ານີ້ຈະຊ່ວຍກັກເກັບຄວາມຊຸ່ມຂອງເຫື່ອ ແລະ ສິ່ງສົກກະປົກຕ່າງໆ ເຮັດໃຫ້ຈໍານວນແບັກທີເຣຍບໍລິເວນດັ່ງກ່າວເພີ່ມຂຶ້ນສົ່ງຜົນໃຫ້ເກີດມີກິ່ນຕົວຢ່າງຮຸນແຮງ.
- ປ່ຽນຜ້າປູບ່ອນນອນ ແລະ ຊັກບ່ອນນອນອາທິດລະຄັ້ງ ເພື່ອກໍາຈັດກິ່ນເຫື່ອທີ່ຕິດຢູ່.
- ຫຼີກລ້ຽງອາຫາານ ແລະ ໝາກໄມ້ບາງຊະນິດທີ່ມີກິ່ນແຮງເຊັ່ນ: ຖົ່ວລຽນ, ກະທຽມ, ໝາກກະຖິນ, ໝາກເຜັດປົົ່ນ, ເນຍ, ຕັບ, ຖົ່ວ ອັນເປັນແຫຼ່ງຂອງສານ Trimethylamine ໂດຍຈະຖືກຊັບອອກມາພ້ອມກັບເຫື່ອບໍລິເວນຕ່ອມ Apocrine ສົ່ງຜົນໃຫ້ກີິ່ນຕົວແຮງຂຶ້ນກວ່າເກົ່າ.
ນອກຈາກນີ້, ການຮັບປະທານເນື້ອສັດ, ໄຂ່, ຫົວຫອມ, ເຕົ້າຈ້ຽວ, ຜັກຊີ, ແກງກະຫຼີ່, ແຮມ, ປາທູ ແລະ ອື່ນໆ ລວມໄປເຖິງອາຫານທີ່ມີລົດຈັດກໍລ້ວນແຕ່ເປັນຕົວບົ່ງການໃຫ້ເກີດກິ່ນອັນບໍ່ພຶ່ງປະສົງໄດ້.