ເມື່ອວັນທີ 2 ສິງຫາ 2018 ທາງເວັບຂ່າວເລົ່າສູ່ກັນຟັງໄດ້ເຜີຍແຜ່ເອກະສານໃບແຈ້ງການແກ້ຂ່າວ ເລື່ອງມີກຸ່ມຄົນບໍ່ດີ 70 ຄົນ ເຂົ້າມາເຄື່ອນໄຫວ ຢູ່ບ້ານ ນາພະນັງ ເມືອງ ບົວລະພາ ແຂວງ ຄຳມ່ວນ ບໍ່ແມ່ນຄວາມຈິງ
ເມື່ອວັນທີ 31 ກໍລະກົດ 2018 ທີ່ຜ່ານມາ ຫຼັງຈາກຜູ້ໃຊ້ເຟສບຸກໄດ້ມີການໂພສໃນແຈ້ງການ ຈາກນາຍບ້ານ ນາສະພັງ ເລື່ອງມີກຸ່ມຄົນບໍ່ດີ 70 ຄົນ ເຂົ້າມາເຄື່ອນໄຫວ ຢູ່ບ້ານ ນາພະນັງ ເມືອງ ບົວລະພາ ແຂວງ ຄຳມ່ວນ ເຊິ່ງໄດ້ມີການແຊຣ໌ ແລະ ກະຈາຍຂ່າວນີ້ໄປໃນໂລກໂຊຊຽວຢ່າງວົງກວ້າງ ຂ່າວດັ່ງກ່າວມັນໄດ້ສ້າງຄວາມວິຕົກກັງວົນໃຫ້ແກ່ປະຊາຊົນທີ່ຮັບຮູ້ຂ່າວ ແລະ ເກີດຄວາມສົງໃສເກີດຄຳຖາມຕ່າງໆ ແລະ ຍັງມີກຸ່ມມືຄີບອດທີ່ບໍ່ຫວັງດີສວາຍໂອກາດນຳຮູບພາບທີ່ມີລັກສະນະເຊື່ອມໂຍງກັບໃບແຈ້ງການມາໂພສ ແລະ ສ້າງຄວາມແຕກຕື່ນໃຫ້ກັບຜູ້ທີ່ພົບເຫັນ.
ທ່ານ ບົວລຽນ ແສນສົມຫວັງ ນາຍບ້ານນາພະນັງ ເມືອງບົວລະພາ ແຂວງຄໍາມ່ວນ ໄດ້ອອກມາແກ້ຂ່າວ ເລື່ອງໃຫ້ພໍ່ແມ່ປະຊາຊົນ ມີສະຕິລະວັງຕົວ ກ່ຽວກັບຄົນບໍ່ດີ ມາເຄື່ອນໄຫວຢູ່ໃນບ້ານ, ນັ້ນ ເປັນຄວາມເຂົ້າໃຈຜິດຂອງນາຍບ້ານເອງທີ່ຟັງຂ່າວຈາກບ່ອນອື່ນ ແລະ ຂາດສະຕິ ໃນການຄົ້ນຄວ້າໃຫ້ລະອຽດ. (ຂ່າວນີ້ແມ່ນບໍ່ມີມູນຄວາມຈິງແຕ່ຢ່າງໃດ)
ສຳລັບວັນເດືອນປີທີ່ລົງໃນໃບແຈ້ງການສະບັບທີ 2 (ໃບແຈ້ງການແກ້ຂ່າວ) ທີ່ລົງວັນທີ 02/07/2018 ນັ້ນ ທາງນາຍບ້ານແຈ້ງມາວ່າລົງເດືອນຜິດ ຄວາມຈິງແລ້ວຕ້ອງແມ່ນ 02/08/2018.
ແຫລ່ງຂ່າວ: raosukunfung.com