spot_img
Homeຂ່າວທ້ອງຖິ່ນອາເມລິກາມອບເງິນຊ່ວຍເຫຼືອລາວ 100.000ໂດລາ! ພ້ອມໃຫ້ການຊ່ວຍເຫຼືອອີກຫຼາຍດ້ານ

ອາເມລິກາມອບເງິນຊ່ວຍເຫຼືອລາວ 100.000ໂດລາ! ພ້ອມໃຫ້ການຊ່ວຍເຫຼືອອີກຫຼາຍດ້ານ

Published on

ເມື່ອວັນທີ 28 ກໍລະກົດ 2018 ເວັບໄຊຂ່າວສະຖານທູດອາເມລິກາປະຈຳ ສປປ ລາວ ໄດ້ລາຍງານວ່າ ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດອາເມລິກາ ໄດ້ປະກາດ ການຈັດຕັ້ງປະຕິບັດທີມຊ່ວຍເຫຼືອບັນເທົາທາງດ້ານໄພພິບັດ Disaster Assistance Relief Team (DART) ພ້ອມທັງໄດ້ໃຫ້ການຊ່ວຍເຫຼືອເປັນເງິນທຶນຈຳນວນ 100,000 ໂດລາ ເພື່ອຊ່ວຍເຫຼືອສຸກເສີນທີ່ແຂວງອັດຕະປື ແລະ ພື້ນທີ່ໃກ້ຄຽງທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຢູ່ພາກໃຕ້ຂອງ ສປປ ລາວ ໃນວັນທີ 27 ກໍລະກົດ 2018ທີ່ຜ່ານມາ.

ໂດຍອົງການພັດພັດທະນາສາກົນສະຫະລັດອາເມລິກາ , ລັດຖະບານສະຫະລັດອາເມລິກາ (USAID) ໄດ້ຈັດຕັ້ງທີມຜູ້ຊ່ຽວຊານໃນການປະສານງານ ແລະ ບໍລິຫານງານໃນການຕອບສະໜອງຈາກລັດຖະບານສະຫະລັດ ແລະ ຍັງໄດ້ຮ່ວມມືກັບອົງການ UNICEF ລາວ ເພື່ອຊ່ວຍປະຊາຊົນຜູ້ທີ່ດ້ຮັບຜົນກະທົບໄດ້ເຂົ້າເຖິງນ້ຳສະອາດ, ອຸປະກອນສຸຂະອານາໄມຂັ້ນພື້ນຖານ ແລະ ບໍລິການສຸກເສີນອື່ນໆ, ເງິນຈຳນວນດັ່ງກ່າວຍັງໄດ້ສະໜັບສະໜູນຄວາມພະຍາຍາມຂອງອົງກອນ UNICEF ໂດຍກົງໃນການຈັດຫານ້ຳດື່ມສະອາດ ແລະ ວິທີການບຳບັດນ້ຳ ຟື້ນຟູແຫຼ່ງນ້ຳສະອາດ ແລະ ສິ່ງອຳນວຍຄວາມສະດວກທາງດ້ານສຸຂະອານາໄມ ທີ່ສູນສຸຂະພາບ ແລະ ໂຮງຮຽນທີ່ໄດ້ຮັບຜົນກະທົບ. ພ້ອມດຽວກັນຍັງໄດ້ສະໜັບສະໜູນຄວາມພະຍາຍາມໃນການສົ່ງເສີມຄວາມເຂົ້າໃຈກ່ຽວກັບສຸຂະອານາໄມ ເພື່ອເປັນການປ້ອງກັນພະຍາດທີ່ຈະເກີດຂຶ້ນໃນນ້ຳ ແລະ ຊ່ວຍເຫຼືອຄົ້ນຫາເດັກນ້ອຍທີ່ພັດພາກ ແລະ ຖືກແຍກອອກຈາກຄອບຄົວ

 

ແຫລ່ງຂ່າວ: www.la.usembassy.gov

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...