spot_img
Homeຂ່າວນໍ້າຖ້ວມຄຳມ່ວນນ້ຳຖ້ວມໜັກ 10 ເມືອງ 109 ບ້ານໄດ້ຮັບຜົນກະທົບ

ຄຳມ່ວນນ້ຳຖ້ວມໜັກ 10 ເມືອງ 109 ບ້ານໄດ້ຮັບຜົນກະທົບ

Published on

ຄະນະຮັບຜິດຊອບໄພພິບັດຂັ້ນແຂວງລາຍງານສະພາບນໍ້າຖ້ວມໃນທົ່ວແຂວງຄຳມ່ວນ ວັນທີ 26 ກໍລະກົດ 2018 ລາຍງານໃຫ້ຮູ້ວ່າ ເນື່ອງຈາກສະພາບອາກາດ ແລະ ພາຍຸໝູນເຂດຮ້ອນເຊິນເຕິນຫົວທີ 9 ປີ 2018 ພັດຜ່ານແຂວງຄຳມ່ວນ ຕັ້ງແຕ່ວັນທີ 16 ກໍລະກົດ 2018 ຈົນຮອດປັດຈຸບັນ ເຮັດໃຫ້ລະດັບນ້ຳຂອງ,​ນ້ຳເຊ, ນ້ຳຫີນບູນ ສາຂາແມ່ນ້ຳສາຂາຕ່າງໆ ໄດ້ເພີ່ມຂຶ້ນຢ່າງໄວວາ ແລະ ແຜ່ຂະຫຍາຍອອກເປັນບໍລິເວນກ້ວາງ ເຮັດໃຫ້ມີສະພາບນ້ຳຖ້ວມກວມເອົາ 10 ຕົວເມືອງຂອງແຂວງ ບາງເມືອງເສັ້ນທາງຄົມມະນາຄົມຖືກຕັດຂາດ ການສັນຈອນຂອງປະຊາຊົນພົບຄວາມຫຍຸ້ງຍາກ.

ມາຮອດວັນທີ 26 ກໍລະກົດ 2018 ລະດັບນ້ຳໄດ້ເພີ່ມຂຶ້ນໄຫລເຂົ້າສູ່ພື້ນທີ່ການຜະລິດຂອງປະຊາຊົນຢູ່ 8 ເມືອງຄື: ເມືອງບົວລະພາ, ເມືອງຫີນບູນ, ເມືອງ ທ່າແຂກ, ເມືອງ ໄຊບົວທອງ, ເມືອງ ຍົມມະລາດ, ເມືອງ ມະຫາໄຊ, ເມືອງ ໜອງບຶກ, ເມືອງ ເຊບັ້ງໄຟ, ມີ 109 ບ້ານ, ເນື້ອທີ່ນາຖືກນ້ຳຖ້ວມ 3.890.026 ເຮັກຕາ, ສຳລັບເມືອງ ຄຳຄູນ ແລະ ເມືອງ ນາກາຍຍັງບໍ່ທັນໄດ້ຮັບການລາຍງານ

ເຊິ່ງປັດຈຸບັນຄະນະກຳມະທີການ ຄພຍ ຂອງແຂວງໄດ້ຮັບການອຸປະຖຳຈາກພາກສ່ວນຕ່າງໆລວມມູນຄ່າເປັນເງິນຈຳນວນ 177.327.000 ລ້ານກີບ, ເປັນວັດຖຸ 71.662.000 ກີບ

 

ແຫລ່ງຂ່າວ:​ ແຂວງຄຳມ່ວນ

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...