spot_img
Homeຂ່າວຕ່າງປະເທດນາຍົກລັດຖະມົນຕີອັງກິດ ວອນກະກັອດແລນຢ່າແຍກປະເທດ ກ່ອນເຖິງວັນປະຊາມະຕິ

ນາຍົກລັດຖະມົນຕີອັງກິດ ວອນກະກັອດແລນຢ່າແຍກປະເທດ ກ່ອນເຖິງວັນປະຊາມະຕິ

Published on

 

ທ່ານ ເດວິດ ຄາເມຣອນ ນາຍົກລັດຖະມົນຕີອັງກິດ ອ້ອນວອນຊາວສະກັອດແລນຢ່າຄິດແຍກປະເທດ ຫລັງຜົນການ

ທາບທາມຄວາມເຫັນ ມີກະແສສະໜັບສະໜູນສູສີກັນກັບກະແສຄັດຄ້ານ.

 

ໃນວັນທີ 10 ກັນຍາ 2014 ຜ່ານມານີ້ ສຳນັກຂ່າວຕ່າງປະເທດ ໄດ້ລາຍງານວ່າ ທ່ານ ເດວິດ ຄາເມຣອນ ນາຍົກລັດຖະ

ມົນຕີຂອງປະເທດອັງກິດ ໄດ້ອອກມາຮຽກຮ້ອງໃຫ້ຊາວສະກັອດແລນ ປະຕິເສດການແຍກຕົວອອກເປັນເອກະລາດ

ຈາກສະຫະລາຊະອານາຈັກ ໃນການລົງປະຊາມະຕິ ເຊິ່ງຈະມີຂຶ້ນໃນອາທິດໜ້ານີ້ ຫລັງຈາກທີ່ຜົນການທາບທາມຄວາມ

ຄິດເຫັນຂອງປະຊາຊົນ ສະແດງໃຫ້ເຫັນມີຈຳນວນຜູ້ສະໜັບສະໜູນໃຫ້ແບ່ງແຍກເປັນເອກະລາດ ສູສີກັນກັບຈຳ

ນວນທີ່ມີຄວາມເຫັນຄັດຄ້ານການແຍກອອກຈາກອັງກິດ.

 

ທ່ານ ຄາເມຣອນ ໄດ້ຂຽນບົດຄວາມເຜີຍແຜ່ທາງໜັງສືພິມໄດລີ່ເມວ ລະບຸວ່າ ” ສະຫະລາຊະອານາຈັກ ຄືປະເທດທີ່ມີ

ຄຸນຄ່າ ແລະ ຄວາມພິເສດສຸດ ແລະ ນັ້ນຄືສິ່ງທີ່ກຳລັງຈະຖືກທຳລາຍລົງໄປ ເພາະສະນັ້ນ ຂໍໃຫ້ພົນລະເມືອງໃນສະກັອດ

ແລນທຸກຄົນ ຈົ່ງເຊື່ອເຖີດວ່າ ເຮົາປາຖະໜາໃຫ້ທ່ານຢູ່ກັບເຮົາຕໍ່ໄປ, ເຮົາບໍ່ຕ້ອງການໃຫ້ກຸ່ມປະເທດເຊິ່ງເປັນດັ່ງຄອບ

ຄົວດຽວກັນ ຕ້ອງແຕກສະຫລາຍ ເພາະຫາກສະຫະລາຊະອານາຈັກແຕກແຍກໄປແລ້ວ ມັນຈະບໍ່ມີວັນກັບຄືນມາເປັນ

ຄືເກົ່າອີກ, ແຕ່ຖ້າຫາກເຮົາຢູ່ຮ່ວມກັນ ເຮົາຈະສາມາດສ້າງອານາຄົດທີ່ດີກ່ວາໃຫ້ແກ່ລູກຫລານຂອງເຮົາໄດ້ ”

 

ໃນຂະນະທີ່ສຳນັກພະລາຊະວັງຂອງອັງກິດ ກໍໄດ້ອອກຖະແຫລງການເມື່ອວັນທີ 9 ກັນຍາ 2014 ຜ່ານມາວ່າ ສົມເດັດພະ

ລາຊີນີອາລິຊາເບດທີ 2 ກະສັດຂອງອັງກິດ ແມ່ນຈະບໍ່ມີສ່ວນຮ່ວມສະແດງຄວາມຄິດເຫັນໃດໆ ກ່ຽວກັບການເຮັດປະ

ຊາມະຕິເພື່ອແຍກປະເທດຂອງສະກັອດແລນ.

 

ທາງດ້ານຊາວສະກັອດແລນເອງ ກໍເຫລືອເວລາອີກພຽງບໍ່ເທົ່າໃດມື້ ກໍຈະເຖິງມື້ລົງປະຊາມະຕິຢ່າງເປັນທາງການ ໃນວັນ

ທີ 18 ກັນຍາ 2014 ທີ່ຈະມາເຖິງນີ້ ແລະ ຊາວສະກັອດແລນເອງ ກໍຈະຕ້ອງໄດ້ຕັດສິນໃຈຄັ້ງສຳຄັນແລ້ວວ່າ ຈະແຍກປະ

ເທດເປັນປະເທດສະກັອດແລນເອກະລາດ ອອກຈາກສະຫະລາຊະອານາຈັກ ຫລື ບໍ່ ຫລັງຈາກທີ່ສະກັອດແລນ ໄດ້ກາຍ

ເປັນສ່ວນໜຶ່ງຂອງສະຫະລາຊະອານາຈັກ ມາຍາວນານກ່ວາ 300​ ປີ.

 

CPQO4Axq3JW5gTDSouZivbpxvC8AWo
ປ້າຍ​ປຸກລະດົມ​ໃຫ້​ໂຫວດ No ເພື່ອຄັດຄ້ານການແບ່ງແຍກເອກະລາດ ອອກຈາກສະຫະລາຊະອານາຈັກ
CPQO4Axq3JW5gTDSouZivbpxvC8BGz
ປ້າຍຄັດຄ້ານອີກມູມໜຶ່ງ ຂຽນວ່າ ” ພວກເຮົາຢູ່ຮ່ວມກັນຢ່າງດີທີ່ສຸຸດ ໃນສະຫະລາຊະອານາຈັກ “

 

 

CPQO4Axq3JW5gTDSouZivbpxvC8BLe
ນັກປຸກລະດົມໃຫ້ມີການແຍກເປັນເອກະລາດ ຕິດສະຕິກເກີ້ Yes ເພື່ອຊວນໃຫ້ຊາວສະກັອດແລນໂຫວດ Yes ແຍກອອກເປັນເອກະລາດ
CPQO4Axq3JW5gTDSouZivbpxvC8Azm
ປ້າຍປຸກລະດົມ Yes ຖືກຕິດໄວ້ຢູ່ໃນທົ່ວທຸກມຸມເມືອງ

 

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...