Home​ຂ່າວບັນເທິງຄູ່ຮັກດາຣາ "ແອັບເປິ້ນ ແລະ ຟຣຸກ ຈິຣະ" ລະດົມທຶນຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມທີ່ແຂວງອັດຕະປື

ຄູ່ຮັກດາຣາ “ແອັບເປິ້ນ ແລະ ຟຣຸກ ຈິຣະ” ລະດົມທຶນຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມທີ່ແຂວງອັດຕະປື

Published on

ເປັນອີກໜຶ່ງຄູ່ຮັກດາຣາທີ່ມີຄວາມເປັນຫ່ວງເປັນໃຍຕໍ່ຜູ້ປະສົບເຄາະຮ້າຍຈາກເຫດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ຢ່າງ ແອ໋ບເປິ້ນ ສີສະຫງຽນ ສີຫາລາດ ແລະ ໜຸ່ມ ຟຣຸກ ຈີລະ ດາລານັກສະແດງ ສາວລາວບ່າວໄທ ສຳລັບຄົນທີ່ຕິດຕາມພວກເຂົາກໍ່ຈະເຫັນວ່າເມື່ອສອງວັນທີ່ຜ່ານມາເຮົາຈະເຫັນທັງຄູ່ມີການໄລນ໌ສົດຜ່ານເຟສບຸກ ທ່ີ່ມີຊື່ວ່າ Appleminiberry ເພື່ອລະດົມທຶນເຂົ້າຊ່ວຍເຫຼືອ ພີ່ນ້ອງຊາວລາວທີ່ປະສົບໄພພິບັດນ້ຳຖ້ວມໃຫຍ່ຈາກເຫດການເຂື່ອນແຕກທີ່ເມືອງສະໜາມໄຊ ແຂວງອັດຕະປື ປະເທດລາວ ເຊິ່ງປັດຈຸບັນລວມຍອດຈາກການບໍລິຈາກໄດ້ທັງໝົດ 320,000,000ກີບ ເຊິ່ງເງິນຈຳນວນດັ່ງກ່າວໄດ້ໃຊ້ຈ່າຍຊື້ເຄື່ອງຂອງທີ່ຈຳເປັນໄປຊ່ວຍຜູ້ປະສົບໄພ ຢ່າງເຊັ່ນ: ເຄື່ອງນຸ່ງຫົ່ມສຳລັບເດັກ ແລະ ຜູໃຫຍ່, ອາຫານ, ນົມ, ສາດ, ຢາກັນຍຸງ, ນ້ຳດື່ມ, ຢາ, ໄຟສາຍ ແລະ ອື່ນໆ ເຊິ່ງທັງຄູ່ພ້ອມດ້ວຍທີມງານມີແຜນນຳເຄື່ອງຊ່ວຍເຫຼືອເດີນທາງມາທີ່ແຂວງອັດປືໃນຕອນເຊົ້າຂອງມື້ນີ້ (26 ກໍລະກົດ 2018).

ນີ້ຄືນ້ຳໃຈອັນປະເສີດທີ່ທັງຄູ່ໄດ້ມອບໃຫ້ກັບຜູ້ປະສົບໄພພິບັດໃນຄັ້ງນີ້ ແລະ ນອກຈາກທັງຄູ່ແລ້ວກໍ່ຍັງມີສີລະປິນດາລາທັງລາວ ແລະ ໄທຫຼາຍທ່ານທີ່ຊ່ວຍລະດົມທຶນ, ປັດໄຈ, ເຄື່ອງຊ່ວຍຕ່າງໆ ແລະ ສີລະປິນບາງຄົນກໍ່ມາຊ່ວຍໃນນາມອາສາກູ້ໄພ

ແຫລ່ງຂ່າວຈາກ: Appleminiberry

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...