Homeຂ່າວນໍ້າຖ້ວມບໍລິສັດຜູ້ຖືຫຸ້ນກໍ່ສ້າງເຂື່ອນເຊປຽນ-ເຊນ້ຳນ້ອຍໄທ ມອບເງິນໃຫ້ລາວ 1.3 ຕື້ກີບ

ບໍລິສັດຜູ້ຖືຫຸ້ນກໍ່ສ້າງເຂື່ອນເຊປຽນ-ເຊນ້ຳນ້ອຍໄທ ມອບເງິນໃຫ້ລາວ 1.3 ຕື້ກີບ

Published on

ເຖິງແມ່ນວ່າຈະຜ່ານມາເປັນວັນທີ 3 ແລ້ວ ແຕ່ຍັງມີປະຊາຊົນຈຳນວນຫຼາຍພັນຄົນລໍຄອຍການຊ່ວຍເຫຼືອ ເນື່ອງຈາກສະຖານທີ່ປະສົບໄພເຊິ່ງປະກອບດ້ວຍ 6 ໝູ່ບ້ານ ໃນເມືອງ ສະໜາມໄຊ ແຂວງອັດຕະປື ເປັນພື້ນທີ່ຫ່າງໄກ ເຊິ່ງຕິດກັບເຂດຊາຍແດນປະເທດຫວຽດນາມ ແລະ ກຳປູເຈຍ ຂະນະທີ່ການເດີນທາງເຂົ້າໄປຊ່ວຍເຫຼືອກໍ່ເປັນໄປໄດ້ຍາກລຳບາກເພາະເສັ້ນທາງຄົມມະນາຄົມບາງແຫ່ງຖືກຕັດຂາດເນື່ອງຈາກກະແສນ້ຳໄຫລແຮງ

ຢ່າງໃດກໍ່ຕາມຜູ້ສື່ຂ່າວບີບີຊີໃນນະຄອນຫລວງໂຊລ ຂອງເກົາຫຼີໃຕ້ລາຍງານວ່າ ທ່ານ ມຸນແຈອິນ ປະທານາທິບໍດີ ເກົາຫຼີໃຕ້ ໄດ້ມີຄຳສັ່ງໃຫ້ທີມກູ້ໄພສຸກເສີນເດີນທາງມາທີ່ ສປປ ລາວ ເພື່ອຊ່ວຍເຫຼືອ ແລະ ຄົ້ນຫາຜູ້ສູນຫາຍແລ້ວ

ດ້ານທ່ານ ອັນແຈ-ຮະຍອນ ຫົວໜ້າບໍລິຫານ (ຊີອີໂອ) ຂອງບໍລິສັດ SK Engineering and Construction ໄດ້ເດີນທາງລົງພື້ນທີ່ເພື່ອເປັນຜູ້ນຳປະຕິບັດກູ້ໄພ ໂດຍມີການຕັ້ງທີມປະຕິບັດການສຸກເສີນເພື່ອກວດສອບຄວາມເສຍຫາຍທີ່ເກີດຂຶ້ນແລ້ວ

ຂະນະທີ່ບໍລິສັດ ຜະລິດໄຟຟ້າ ຣາຊບູລີ ໂຮລດິ້ງ ຈຳກັດ (ມະຫາຊົນ) ເຊິ່ງເປັນ 1 ໃນຜູ້ຖືຫຸ້ນຂອງໂຄງການໄດ້ເປີດເຜີຍຜ່ານຖະແຫຼງການສະບັບທີ 2 ໃນວັນທີ 25 ກໍລະກົດ 2018 ວ່າໃຫ້ເງິນຊ່ວຍເຫຼືອ 1.3 ຕື້ກີບ ແກ່ທາງລັດຖະບານ ສປປ ລາວ ແລະ ຕອນນີ້ຜູ້ບໍລິຫານລະດັບສູງຂອງບໍລິສັດ ພ້ອມທີມງານໄດ້ເດີນທາງໄປທີ່ ສປປ ລາວແລ້ວ ເພື່ອດຳເນີນດ້ານການຊ່ວຍເຫຼືອແກ່ຜູ້ປະສົບໄພ ພ້ອມທັງປະສານຂໍການສະໜັບສະໜູນຈາກເຈົ້າແຂວງ ອຸບົນຣາຊທານີ ແລະ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທດ້ານເຄື່ອງອຸປະໂພກ ແລະ ບໍລິໂພກ ຕະຫຼອດຈົນຮອດລະບົບສາທາລະນະສຸກຊົ່ວຄາວ ເພື່ອບັນເທົາຄວາມເດືອດຮ້ອນໃນຊ່ວງການຟື້ນຟູແກ່ຜູ້ປະສົບໄພໃນພື້ນທີ່ ທັງນີ້ບໍລິສັດຢືນຢັນວ່າຈະໃຫ້ຄວາມຮ່ວມມື ສະໜັບສະໜູນທາງການລາວ ຢ່າງເຕັມທີ່ຕໍ່ໄປ.

 

ແຫລ່ງຂ່າວ: www.bbc.com

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...