spot_img
Homeຂ່າວຕ່າງປະເທດຍອດຜູ້ເສຍຊີວິດເພີ່ມເປັນ 200 ຄົນແລ້ວໃນເຫດການນ້ຳຖ້ວມ ແລະ ດິນຖະລົ່ມທີ່ຍີ່ປຸ່ນ

ຍອດຜູ້ເສຍຊີວິດເພີ່ມເປັນ 200 ຄົນແລ້ວໃນເຫດການນ້ຳຖ້ວມ ແລະ ດິນຖະລົ່ມທີ່ຍີ່ປຸ່ນ

Published on

ເມື່ອວັນທີ 13 ກໍລະກົດ 2018 ຜູ້ສື່ຂ່າວລາຍງານວ່າ ໜ່ວຍກູ້ໄພຂອງຍີ່ປຸ່ນຍັງພົບຮ່າງຜູ້ເສຍຊີວິດທ່າມກາງຊາກຫັກພັງຈາກໄພພິບັດນ້ຳຖ້ວມ ແລະ ດິນຖະລົ່ມໃນພື້ນທີ່ພາກຕະເວັນຕົກ ເຊິ່ງເປັນໄພທຳມະຊາດຮ້າຍແຮງທີ່ສຸດໃນຮອບ 36 ປີ ຫຼ້າສຸດມີຍອດຜູ້ເສຍຊີວິດສູງເຖິງ 200 ຄົນ ແລະ ມີຜູ້ສູນຫາຍໄປອີກຫຼາຍສິບຄົນ ຄາດວ່າຈະມີຜູ້ເສຍຊີວິດເພີ່ມສູງຂຶ້ນອີກ ມີລາຍງານວ່າມີບ້ານເຮືອນໃນເຂດພື້ນທີ່ໄພພິບັດກວ່າ 200,000 ຫຼັງ ບໍ່ມີນ້ຳໃຊ້ມາເປັນເວລາ 1 ອາທິດແລ້ວ ໂດຍທາງແຂວງ ໂອກາຍາມາ ແລະ ແຂວງ ຮີໂຣຊິມາ ເປັນໜຶ່ງໃນພື້ນທີ່ທີ່ໄດ້ຮັບຄວາມເສຍຫາຍຫຼາຍທີ່ສຸດ ທາງລັດຖະບານຍີ່ປຸ່ນໄດ້ຈັດສັນງົບປະມານເພື່ອດູແລຜູ້ປະສົບໄພ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...