ຍີ່ປຸ່ນເປີດໂຕລົດໄຟຊິງຄັນເຊັນ Hello Kitty (ມີວິດີໂອ)

ສຳນັກຂ່າວ AFP ລາຍງານຈາກເມືອງຫລວງໂຕກຽວ, ປະເທດຍີ່ປຸ່ນ ເມື່ອວັນທີ 26 ມິຖຸນາ ວ່າລົດໄຟໂດຍສານຊິງຄັນເຊັນຖ້ຽວພິເສດທີ່ໃຊ້ສັນຍາລັກກາຕູນຍອດນິຍົມຂອງຍີ່ປຸ່ນ ຈະເປີດແລ່ນໃຫ້ບໍລິການເປັນເວລາ 3 ເດືອນ, ເຊີ່ງເລີ່ມຕັ້ງແຕ່ວັນເສົາ ທີ 30 ມິຖຸນາ ລະຫວ່າງ 2 ເມືອງໃຫຍ່ທາງພາກຕາເວັນຕົກ ໂອຊສາກ້າ – ຟຸກຸໂອກະ, ໂດຍຫວັງວ່າ Hello kitty ຊື່ງເປັນຫນື່ງໃນສິນຄ້າສົ່ງອອກທີ່ມີຊື່ສຽງຫລາຍທີ່ສຸດຂອງປະເທດ ນີ້ຈະຊ່ວຍສົ່ງເສີມການທ່ອງທ່ຽວພື້ນທີ່ດັ່ງກ່າວ.

ໂຄສົກຂອງບໍລິສັດ West Japan Railway ເຜີຍວ່າໃນຂະບວນລົດໄຟຖ້ຽວພິເສດນີ້ ຈະມີຫ້ອງຂະບວນທີ່ຈັດເປັນຫ້ອງຕຸກກະຕາ Hello Kitty ໃຫ້ຜູ້ໂດຍສານໄດ້ຖ່າຍຮູບຄູ່ກັບບັນດາຕຸກກະຕາທີ່ຫນ້າຮັກ, ບ່ອນຂາຍອາຫານ ແລະ ສິນຄ້າ. ໂດຍສະເພາະເພື່ອກະຕຸ້ນເສດຖະກິດ ແລະ ການທ່ອງທ່ຽວທ້ອງຖີ່ນໃຫ້ຟົດຟື້ນຍີ່ງຂື້ນ.

Hello Kitty ແມ່ນຕົວກະຕູນແມວຍີ່ປຸ່ນ ເປັນອຸດສາຫະກຳທີ່ສ້າງລາຍໄດ້ຫລາຍພັນລ້ານໂດລາສະຫະລັດ ນັບຕັ້ງແຕ່ບໍລິສັດຊານຣິໂອ ເລີ່ມເປີດໂຕເມື່ອປີ 1974.

 

 

 

ແຫລ່ງຂ່າວຕ່າງປະເທດ: TDN
ຮູບພາບຈາກ: AFP
ວິດີໂອປະກອບຈາກ: Japón And More