spot_img
Homeຂ່າວຕ່າງປະເທດ2 ແຂວງພາກເໜືອຫວຽດນາມພົບອຸທົກກະໄພໜັກທັງນໍ້າຖ້ວມ ແລະ ດິນຖະລົ່ມ

2 ແຂວງພາກເໜືອຫວຽດນາມພົບອຸທົກກະໄພໜັກທັງນໍ້າຖ້ວມ ແລະ ດິນຖະລົ່ມ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກປະເທດຫວຽດນາມ ເມື່ອວັນທີ 25 ມິຖຸນາ 2018 ວ່າ ສຳນັກງານບໍລິຫານຈັດການໄພພິບັດຂອງລັດຖະບານຫວຽດນາມຖະແຫຼງວ່າ ພົບຜູ້ເສຍຊີວິດແລ້ວຢ່າງໜ້ອຍ 7 ສົບ ບາດເຈັບ 5 ຄົນ ແລະ ຍັງມີສູງຫາຍອີກ 12ຄົນ ຈາກເຫດການນໍ້າຖ້ວມ ແລະ ດິນຖະລົ່ມໃນພື້ນທີ່ 2 ແຂວງຄື: ຫລ່າວກາຍ ແລະ ຫ່າຊາງ ທາງພາກໜືອຂອງຫວຽດນາມ ເຊິ່ງເປັນພື້ນທີ່ສູງ ເນື່ອງມາຈາກຝົນຕົກໜັກຕໍ່ເນື່ອງ ຖະແຫຼງການດັ່ງກ່າວລະບຸວ່າ ເຖິງແມ່ນວ່າຝົນຈະຕົກຫຼຸດລົງແລ້ວໃນແຂວງ ຫລ່າວກາຍ ແຕ່ທາງການຢ້ານວ່າຕົວເລກຜູ້ເສຍຊີວິດຈະສູງຂຶ້ນ ເພາະໂອກາດທີ່ຈະພົບຜູ້ສູນຫາຍນັ້ນໜ້ອຍຫຼາຍ ນໍ້າຖ້ວມ ແລະ ດິນຖະລົ່ມຍັງກໍ່ໃຫ້ເກີດຄວາມເສຍຫາຍແກ່ອາຄານບ້ານເຮືອນ ຖະໜົນ ແລະ ພື້ນທີ່ກະເສດໃນແຂວງທີ່ໄດ້ຮັບຜົນກະທົບ ຄິດເປັນມູນຄ່າເສຍຫາຍທີ່ 76.000 ລ້ານດົງ

 

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...