Homeຂ່າວພາຍ​ໃນທະ​ນາຄາ​ນ​ໂລກ ຄາດ​ຄະ​ເນສົກ​ປີ 2014-2015 ການ​​ເຕີບ​ໂຕ​ຂອງ ຈີ​ດີ​ພີ ລາວ​ຈະ​ອ່ອນ​ຕົວ​ລົງ

ທະ​ນາຄາ​ນ​ໂລກ ຄາດ​ຄະ​ເນສົກ​ປີ 2014-2015 ການ​​ເຕີບ​ໂຕ​ຂອງ ຈີ​ດີ​ພີ ລາວ​ຈະ​ອ່ອນ​ຕົວ​ລົງ

Published on

 

ຂປລ. ​​ໃນ​ສົກ​ປີ 2014-2015 ທະນາຄານ​ໂລກ ​ໄດ້​ຄາດ​ຄະ​ເນ​ສະພາບ​ເສດຖະກິດ​ໄລຍະ​ສັ້ນຂອງ ສປປ ລາວ​ວ່າ ການ​ລົງ

ທຶນ​ຂະໜາດ​ໃຫຍ່​ໃນ​ຂະ​ແໜງ​ໄຟຟ້າ​ເພື່ອ​ການ​ສົ່ງ​ອອກ ຍັງ​ຄົງ​ຈະ​ສືບຕໍ່ສະໜັບສະໜູນ​ການ​ເຕີບ​ໂຕ​ທາງ​ດ້ານ​ເສດ

ຖ​ະກິດ​ຂອງ​ປະ​ເທດ​ ​ແຕ່​ການ​​ເຕີບ​ໂຕ​ຂອງ​​ລວມຍອດຜະລິດ​ຕະພັນ​ພາຍ​ໃນ (GDP) ຈະ​ອ່ອນ​ຕົວ​ລົງ​​ເນື່ອງ​ຈາກ​ການ

ຈັດຕັ້ງປະຕິບັດ​ບັນດາ​ໂຄງການ​ໄຟຟ້າ​ນ້ຳຕົກ​ໃໝ່ໆ​, ລວມທັງການ​ເຕີບ​ໂຕ​ໃນ​ລະດັບປານ​ກາງ​ ຢູ່​ບັນດາ​ປະ​ເທດ

​ເພື່ອນ​ບ້ານ, ພ້ອມ​ນີ້ການ​ສົ່ງ​ອອກ​ໄມ້​ທ່ອນກໍ​ຈະຫລຸດ​ລົງ​​ໃນ​ປີ 2015.

 

ທະນາຄານ​ໂລກ ໄດ້​ຈັດ​ກອງ​ປະຊຸມ​ເຜີຍ​ແຜ່​ບົດ​ສະ​ເໜີ​ກ່ຽວ​ກັບ​ສະພາບລວມຂອງ​ເສດຖະກິດ​ໂລກ ​ແລະ ພາກພື້ນ

ໃນ​ວັນ​ທີ 8 ເດືອນ​ກັນຍາ ປີ 2014 ຢູ່​ກະຊວງ​ແຜນການ ແລະ ການ​ລົງທຶນ​, ໂດຍ​ການ​ບັນ​ລະ​ຍາຍ​ຂອງ​ທ່ານ ອູຣິກ ຊັກ

ຄາວ ຜູ້​ອຳນວຍ​ການ​ທະນາຄານ​ໂລກ​ປະ​ຈຳ​ພາກພື້ນອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ແລະ ປາຊີ​ຟິກ ​ແລະ ທ່ານ ແມັກ​ທິວ

​ເວີ​ກິດ ຫົວໜ້າ​ຂະ​ແໜງ​ການ​ຄຸ້ມ​ຄອງ​​ເສດຖະກິດ​ມະຫາ​ພາກ ​ແລະ ການ​ເງິນ​ພາກ​ລັດ ທະນາຄານ​ໂລກ, ​ໃຫ້​ກຽດ

​ເຂົ້າ​ຮ່ວມ​ຮັບ​ຟັງ​ໂດຍ ທ່ານ ດຣ. ບຸນ​ປອນ ບຸດ​ຕະນະ​ວົງ ຮອງ​ນາຍົກລັດຖະມົນຕີ, ຜູ້​ຊີ້ນຳ​ວຽກ​ງານ​ເສດຖະກິດ​ມະຫາ

​ພາກ, ມີ​ບັນດາ​ທ່ານ​ລັດຖະມົນຕີ​ວ່າການ, ຊ່ວຍ​ວ່າການ, ຫົວໜ້າ​ກົມ, ຮອງ​ກົມ​ຈາກ​ຂະ​ແໜງ​ເສດຖະກິດ​ເຂົ້າ​ຮ່ວມ.

ທ່ານ ອູຣິກ ຊັກ​ຄາວ ​ໄດ້​ກ່າວ​ວ່າ:  ສຳລັບ​ໄລຍະ​ກາງ ສປປ ລາວ ​ແມ່ນ​ມີ​ໂອກາດ​ຄວາມ​ສ່ຽງ ​ແລະ ສິ່ງ​ທ້າ​ທາຍ​ຄື​ກັນ​ກັບ

ປະ​ເທດ​ອື່ນໆ​ໃນ​ອາຊີຄື ມີ​ການ​ຍາດ​ແຍ່ງ​​ເອົາ​ກາລະ​ໂອກາດ​ຜ່ານ​ການ​ຄ້າ​ໃນ​ພາກ​ພື້ນ ​​ເຊິ່ງ​ເປັນ​ພາກ​ພື້ນທີ່​ມີ​ການ​ສົ່ງ​

ອອກ​​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ. ດ້ວຍນະ​ໂຍບາຍການ​ລົງທຶນ​ທີ່​​ສະໜັບສະໜູນຂະ​ແໜງ​ຊັບພະຍາກອນ​ທຳ​ມະ​ຊາດທີ່​ເປັນ

​ຫລັກ​ຂອງ​ປະ​ເທດ​ລາວ ຈະ​ຊຸກຍູ້​ໃຫ້ການ​ຄ້າ​ມີ​ມູນ​ຄ່າ​ສູງ ພ້ອມ​ທັງ​ສ້າງ​ວຽກ​ເຮັດ​ງານ​ທຳຢ່າງກວ້າງ​ຂວາງ​ໃນ ສປປ ລາວ.

ຄຽງ​ຄູ່​ກັນ​ນັ້ນ ສປປ ລາວ ກໍ​ຕ້ອງລົງທຶນ​ໃສ່​ຊັບພະຍາກອນ​ມະນຸດ ​ໃຫ້​ມີ​ສີມື​ແຮງ​ງານ​ດີຂຶ້ນ ​ຜ່ານ​ການ​ປັບປຸງລະບົບ ​

ການ​ສຶກສາ ​ແລະ ສາທາ​ໃຫ້​ດີ​ຂຶ້ນກວ່າ​​ເກົ່າ. ​ແຕ່​ການ​ເຕີບ​ໂຕ​ທີ່​ວ່ອງ​ໄວ ກໍ​ຈະ​ຕິດຕາມ​ມາ​ດ້ວຍ​ສິ່ງ​ທ້າ​ທາຍ​ຄື​ກັບປະ​

ເທດ​ອື່ນໆ​ໃນ​ອາຊີ. ດັ່ງ​ນັ້ນ ຈຳ​ເປັນ​ ຕ້ອງ​ມີ​ມາດ​ຕະການ​ເພື່ອ​ຄຸ້ມ​ຄອງ​ຄວາມສ່ຽງ ​ແລະ ຮຽນ​ຮູ້ປະສົບ​ການຈາ​ກປະ​ເທດ

​ເພື່ອນ​ບ້ານ.

 

ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...