ສຳນັກຂ່າວຕ່າງປະເທດລາຍງານຈາກປະເທດ ສິງກະໂປ ເມື່ອວັນທີ 7 ມິຖຸນາ 2018 ວ່າກະຊວງການຕ່າງປະເທດສິງກະໂປອອກຖະແຫຼງການເມື່ອວັນພຸດວ່າ ທ່ານ ວິວຽນ ບາລາກຣິຊນັນ ລັດຖະມົນຕີກະຊວງການຕ່າງປະເທດ ຈະເດີນທາງໄປຢຽມຢາມນະຄອນປຽງຢາງລະຫວ່າງວັນທີ 7-8 ມິຖຸນາ 2018ນີ້ ຢ່າງໃດກໍ່ຕາມ ລັດຖະບານສິງກະໂປບໍ່ໄດ້ໃຫ້ລາຍລະອຽດກ່ຽວກັບພາລະກິດຂອງທ່ານ ບາລາກຣິຊນັນໃນຄັ້ງນີ້ ໂດຍລະບຸພຽງວ່າ ຈະມີການເຂົ້າພົບທ່ານ ຄິມຍອງນັມ ປະທານສະພາປະຊາຊົນສູງສຸດຂອງເກົາຫຼີເໜືອພ້ອມ ແລະ ກ່ອນການເດີນທາງໄປນະຄອນປຽງຢາງ ທ່ານ ບາລາກຣິຊນັນ ໄດ້ມີການພົບປະຫາລືກັບ ທ່ານ ໄມເຄິລ ປອມເປໂອ ລັດຖະ ມົນຕີກະຊວງການຕ່າງປະເທດສະຫະລັດ ທີ່ນະຄອນວໍຊິງຕັນ
ລັດຖະມົນຕີກະຊວງການຕ່າງປະເທດສິງກະໂປຢຽມຢາມເກົາຫຼີເໜືອ
1992
ບົດຄວາມຫຼ້າສຸດ
ຂ່າວພາຍໃນ
ອົງການກວດກາລັດແຂວງເຊກອງ ແລະ ນະຄອນດາໜັງ ພົບປະແລກປ່ຽນບົດຮຽນ ຕ້ານການສໍ້ລາດບັງຫຼວງ.
ກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງອົງການກວດກາລັດແຂວງເຊກອງ ສປປ ລາວ ແລະ ອົງການກວດກາລັດນະຄອນດາໜັງ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 9 ສິງຫາ 2026 ທີ່ຫ້ອງວ່າການແຂວງເຊກອງ, ໂດຍມີທ່ານ...
ຂ່າວພາຍໃນ
ຍີ່ປຸ່ນ-ລາວ ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ກໍຄືການເປັນຄູ່ຮ່ວມຍຸດທະສາດຮອບດ້ານ.
ໃນຕອນບ່າຍຂອງວັນທີ 5 ສິງຫາ 2026 ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມເອກະສານແລກປ່ຽນ (ສະບັບປັບປຸງ) ສໍາລັບໂຄງການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ໃນການປັບປຸງສະໜາມບິນສາກົນວັດໄຕ ມູນຄ່າລວມທັງໝົດ 3,863,000,000 ເຢນ ຫຼື...
ຂ່າວພາຍໃນ
ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບລັດຖະບານອົດສະຕຣາລີ ໄດ້ນຳສະເໜີເຄື່ອງມືປະເມີນຕົນເອງສຳລັບຄູຊັ້ນປະຖົມສຶກສາ ເພື່ອສົ່ງເສີມຄຸນນະພາບການສຶກສາ.
ກະຊວງສຶກສາທິການ ແລະ ກິລາ (ສສກ), ໂດຍໄດ້ຮັບການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ, ໄດ້ນຳສະເໜີເຄື່ອງມືປະເມີນຕົນເອງສຳລັບຄູຢ່າງເປັນທາງການໃນວັນທີ 4 ສິງຫາ 2026. ກອງປະຊຸມແມ່ນພາຍໃຕ້ການເປັນປະທານຂອງ ທ່ານ ປອ...
ຂ່າວຕ່າງປະເທດ
ຈັບນັກບິນມາເລເຊຍ ພ້ອມຍຶດເຄື່ອງຂອງກາງ ຢາອີ ຫຼາຍກວ່າ 70,000 ເມັດ
ສຳນັກຂ່າວຕ່າງປະເທດລາຍງານວ່າ ນັກບິນມາເລເຊຍ ອາດຖືກໂທດປະຫານຊີວິດ ຫຼັງຖືກຈັບກຸມຢູ່ສະໜາມບິນນານາຊາດ ຊູກາໂນ-ຮັດຕາ ໃນນະຄອນຫຼວງຈາກາຕາ ພ້ອມເຄື່ອງຂອງກາງເປັນຢາອີ ຫຼາຍກວ່າ 70,000 ເມັດ ເຊື່ອງຢູ່ໃນກະເປົາເດີນທາງ ໂດຍຜົນກວດຍັງພົບວ່າ ນັກບິນມີສານເສບຕິດໃນຮ່າງກາຍ ຂະນະປະຕິບັດໜ້າທີ່ຂັບເຮືອບິນໂດຍສານ...

