ຕອນທີ 3 ນາງເປັນຂອງຂ້ອຍ
ອາຣິຊ່າ ໃນຊຸດພະນັກງານເສີບມືໜຶ່ງກອດຖາດເປົ່າໄວ້ແນບໜ້າເອິກກໍ່ຢືນນິ້ງເບິ່ງຄົນເຊິ່ງໜ້າຢ່າງແປກໃຈ ແລ້ວຢູ່ໆຄວາມຄິດນາງກໍ່ຜຸດຂຶ້ນມາ “ວ້າວວວວວ! ຫຼໍ່ງົວຕາຍຄວາຍລົ້ມ ຕາຄົມປະກາຍສີຟ້ານ້ຳທະເລ, ດັງໂມໂດ່ງໄດ້ສ່ວນ, ປາກອວບອິ່ມໜ້າສຳຈູບຈິບຫາຍ ຫຸ່ນສູງລ້ຳປານນາຍແບບ ຜິວຂາວດັ່ງເກັດຫິມະ ຊາຍຜູ້ນີ້ງົດງາມດັ່ງກັບເຈົ້າຊາຍທີ່ຫຼຸດອອກມາຈາກເທບນິຍາຍ… ອື້…! ຢູ່ດີໆກໍ່ຢາກເປັນເຫຍື່ອ..ຢາກຖືກເສືອຢ່າງເຂົາກິນ” ນາງພາງຄິດຍິ້ມນ້ອຍຍິ້ມໃຫຍ່ບິດຕົວໄປມາ
ຣິສຊາສ໌ ທີ່ອ່ານຄວາມຄິດຂອງນາງອອກກໍ່ຍົກຍິ້ມໃຫ້ນາງດ້ວຍຄວາມຖືກໃຈ
ແລ້ວຢູ່ໆອາຣິຊ່າ ກໍ່ຕ້ອງຢຸດຄວາມຄິດທັງໝົດລົງ ເມື່ອມືປິດສະໜາທີ່ເຢັນປານນ້ຳກ້ອນມາສຳພັດກັບແຂນຂອງນາງຈົນເຮັດໃຫ້ທາງສະດຸ້ງຫັນໄປເບິ່ງ
“ຈັບເຈົ້າໄດ້ແລ້ວສາວນ້ອຍ…ກິ່ນກາຍຂອງເຈົ້າຊ່າງຫອມຫວານເຫຼືອເກີນ…” ໄຊມອນ ນ້ອງຊາຍຕ່າງແມ່ຂອງ ຣິສຊາສ໌ເອີ່ຍຊົມຍິງສາວພ້ອມຮອຍຍິ້ມ ແລະ ແວວຕາທີ່ມີເລ່ໃນ
“ປ່ອຍແຂນນາງດຽວນີ້ ໄຊມອນ” ຣິສຊາສ໌ເອີ່ຍສັ່ງນ້ອງຊາຍດ້ວຍນ້ຳສຽງເຄັ່ງຄຶງ ແລະ ແວວຕາທີ່ດຸດັນ
“ແຕ່ຄົນນີ້ຂ້ອຍເຫັນກ່ອນ” ໄຊມອນຈ້ອງໜ້າຜູ້ເປັນອ້າຍພ້ອມຍົກຍິ້ມມຸກປາກຂ້າງໜຶ່ງດ້ວຍທ່າທາງກວນປະສາດທ້າທາຍອຳນາດຂອງຜູ້ເປັນອ້າຍ
ຣິສຊາສ໌ ຮູ້ສຶກຫົວຮ້ອນຂຶ້ນມາເລັກນ້ອຍກັບພຶດຕິກຳກວນປະສາດຂອງນ້ອງຊາຍຕ່າງແມ່ຂອງເຂົາ ແຕ່ຣິສຊາສ໌ກໍ່ຂົ່ມອາລົມສ່ວນເລິກຂອງເຂົາໄວ້ “ຂ້ອຍບອກໃຫ້ປ່ອຍແຂນຂອງນາງດຽວນີ້” ພໍສິ້ນສຸດຄຳເວົ້າຂອງຣິສຊາສ໌ ເວລາກໍ່ຢຸດສະງັກທຸກສິ່ງຢ່າງໃນບໍລິເວນນັ້ນຢຸດການເຄື່ອນໄຫວຄ້າຍດັ່ງຖືກສະກົດເອົາໄວ້
“ຊາຍຜູ້ນີ້ກໍ່ງົດງາມແຕ່ເສຍທີມືເຢັນກະດໍ້ ມືຂອງລາວເຮັດໃຫ້ຂ້ອຍໜາວວວວວ…ເອ໋ະ!! ແລ້ວນີ້ມັນເກີດຫຍັງຂຶ້ນ…ເຫດໃດທຸກສິ່ງຢ່າງເຖິງນິ້ງບໍ່ມີການເຄື່ອນໄຫວ ແມ່ນແຕ່ສຽງເພງກໍ່ຢຸດລົງ ບັນຍາກາດແບບນີ້ຊວນຂົນລຸກຈິບຫາຍ…ແລ້ວນີ້ມັນ…” ທັນທີທີ່ຄວາມຄິດຂອງນາງຢຸດລົງ 3 ໜຸ່ມເຖິງກັບຕະລຶງດ້ວຍຄວາມແປກໃຈ ພວກເຂົາທັງສາມມີສຳພັດພິເສດທີ່ສາມາດໄດ້ຍິນຄວາມຄິດຂອງມະນຸດໄດ້
“ໂອ໊ຍ…! ເກີດເລື່ອງບ້າຫຍັງຂຶ້ນກັບຂ້ອຍອີກແລ້ວນິ…” ອາຣິຊ່າກ່າວຂຶ້ນດ້ວຍອາລົມຫງຸດງິດພ້ອມກັບຖົກແຂນຕົວເອງອອກຈາກມືໄຊມອນ… “ເຈົ້າກໍ່ປ່ອຍມືຈາກແຂນຂ້ອຍໄດ້ແລ້ວ…ມືເຢັນຈະຕາຍ”
“ມັນເປັນໄປໄດ້ແນວໃດ ນາງຕ້ານພະລັງສະກົດຈິດຂອງທ່ານຜູ້ນຳໄດ້” ຄວາມຄິດຂອງວິນລ້ຽມ
“ນາງຊ່າງວິເສດແທ້…! ຂ້ອຍຄົງປ່ອຍນາງໄປບໍ່ໄດ້ແລ້ວ” ຄວາມຄິດຂອງໄຊມອນ
“ຖ້າເຈົ້າຢາກໄດ້ນາງອອກໄປດ່ວນກັບຂ້ອຍຕົວຕໍ່ຕົວທາງນອກ ຖ້າເຈົ້າຊະນະຂ້ອຍຈະຍົກນາງໃຫ້ເຈົ້າ ແຕ່ຖ້າເຈົ້າແພ້ເຈົ້າຕ້ອງເລີກຫຍຸ້ງກັບນາງ” ຄວາມຄິດຂອງຣິສຊາສ໌ທີ່ຕອບໂຕ້ຄວາມຄິດຂອງໄຊມອນ
“ຮັບຄຳທ້າ” ໄຊມອນຕອນກັບດ້ວຍຮອຍຍິ້ມເຈົ້າເລ່
ບໍ່ເຖິງວິນາທີທັງສາມໜຸ່ມກໍ່ຫາຍຕົວອອກໄປຈາກພັບນີ້ຢ່າງໄວວາ ຈົນອາຣິຊ່າ ຮູ້ສຶກມຶນງົງ ແລະ ນາງຕ້ອງມຶນງົງຂຶ້ນໄປຕື່ມອີກ ເມື່ອທຸກຢ່າງກັບມາເຄື່ອນໄຫວຕາມປົກກະຕິ ທັງໆທີ່ກ່ອນໜ້ານີ້ບໍ່ພໍເທົ່າໃດນາທີທຸກຢ່າງນິ້ງບໍ່ໄຫວຕິງ ແມ່ນແຕ່ສຽງເພງຍັງມິດງຽບປານປ່າຊ້າ
“ສົງໃສເຮົາຈະຫຼອນໄປເອງ” ອາຣິຊ່າໃຊ້ມືຂ້າໜຶ່ງຕົບໜ້ານາງເບົາ ແລະ ລູບໄລ້ໄປຕາມແຂນນາງເບົາໆເພື່ອປອບຂົນທີ່ຍັງລຸກຕັ້ງບໍ່ທັນລົງ
ທີ່ກາງປ່າໃນອານາເຂດດິນແດນແຫ່ງແວມພາຍ ສອງອ້າຍນ້ອງ ຣິສຊາສ໌ ກັບ ໄຊມອນຢືນເຊິ່ງໜ້າກັນກຽພ້ອມຕໍ່ສູ້ແວວຕາສີນ້ຳຟ້າຂອງທັງຄູ່ໄດ້ປ່ຽນເປັນສີແສງໄຟ ເລັບມືທັງ 10 ນິ້ວຂອງພວກເຂົາຄ່ອຍໆຍາວອອກມາມັນທັງແຫຼມ ແລະ ແຂງ ທ້ອງຟ້າປັ່ນປ່ວນດ້ວຍເມກລົມຝົນຫ່າໃຫຍ່ກະໜ່ຳຕົກລົງມາຢ່າງໜັກ ສຽງຟ້າຮ້ອງບວກກັບສຽງຟ້າຜ່າເຮັດໃຫ້ ອາຣິຊ່າ ຍິງສາວທີ່ກຳລັງນອນສະຫຼົບໃນຫ້ອງນອນຂະໜາດໃຫຍ່ໃນປຣາສາດສະດຸ້ງຕື່ນ
“ນີ້…ຂ້ອຍຢູ່ໃສ” ນາງຕື່ນມາພົບແຕ່ຄວາມມືດສະໜິດຕາຂອງນາງບໍ່ສາມາດເຫັນສິ່ງທີ່ຢູ່ອ້ອມຂ້າງຕົວນາງ ເນື່ອງຈາກໃນຫ້ອງນີ້ມັນມືດເກີນໄປ ແຕ່ນາງສຳພັດໄດ້ຄືບ່ອນທີ່ນາງກຳລັງນອນຢູ່ນີ້ເປັນເສື່ອນອນນຸ້ມໆ ແຕ່ນາງບໍ່ແນ່ໃຈວ່ານາງນອນຢູ່ເຮືອນຂອງນາງ ຫລື ຢູ່ສະຖານທີ່ແຫ່ງໃດ… ຄວາມມືດປະສານກັບສຽງຟ້າມັນແຮງເຮັດໃຫ້ສ່ວນປະສາດຂອງນາງເກີດຄວາມຢ້ານກົວເຂົ້າໄປໃນສ່ວນລຶກຂອງຫົວໃຈ ແສງຈາກຟ້າແມບສາດຜ່ານເຂົ້າມາທາງປ່ອງຢຽມແວ່ນແກ້ວບານໃຫຍ່ ເຮັດໃຫ້ນາງເບິ່ງເຫັນສິ່ງອ້ອມຂ້າງ ເຖິງມັນຈະເປັນເວລາພຽງວິນາທີທີ່ນາງໄດ້ເຫັນມັນກໍ່ສ້າງຄວາມໝັ້ນໃຈໃຫ້ກັບນາງໄດ້ວ່າ ບ່ອນທີ່ນາງຢູ່ນີ້ບໍ່ແມ່ນເຮືອນຂອງນາງ ສ່ວນປະສາດຂອງນາງແຫ່ງເພີ່ມທະວີຄູນຄວາມຢ້ານ ຈົນຮ່າງກາຍຂອງນາງສັ່ນສະທ້ານ ນາງບໍ່ກ້າເໜັງຄີງໄປທາງໃດມີພຽງນອນນິ້ງໆ ແລ້ວແ່ອຍນ້ຳໃສໆທີ່ໄຫລອອກຈາກຕາທັງສອງຂ້າງ ກັບສຽງຫົວໃຈທີ່ເຕັ້ນແຮງໃກ້ຈະລະເບີດອອກມາໃນຕອນນີ້.
ຕຸ້ມ…! ຕຸ້ມ….! ຕຸ້ມ…! ສຽງຕົ້ນໄມ້ ແລະ ໂງ່ນຫີນແຕກກະຈາຍ
ສອງພີ່ນ້ອງພັດປ່ຽນປ່ອຍພະລັງເວດໃສ່ກັນ ແສງທີ່ປ່ອຍອອກຈາກມືຂອງພວກເຂົານັ້ນເມື່ອສາດສົ່ງໄປກະທົບກັບສິ່ງໃດກໍ່ຈະລຸກໄໝ້ ສາດແສງຖືກຕົ້ນໄມ້ຕົ້ນໄມ້ກໍ່ຫັກໂຄ້ນລົງ ສາດແສງຖືກໂງ່ນຫີນ ໂງ່ນຫີນກໍ່ແຕກກະຈາຍເປັນຝຸ່ນຜົງ ຮິສຊາສ໌ ບິນລົບຫຼີກແສງທີ່ນ້ອງຊາຍຍິ່ງໃສ່ເຂົາໄດ້ຢ່າງວຸດວິດໄປຫຼາຍຄັ້ງ ໄຊມອນເອງກໍ່ລົບຫຼີກແສງຈາກ ຣິສຊາສ໌ ໄດ້ວຸດວິດຫລາຍຄັ້ງຄືກັນ
“ເກັ່ງແທ້ເຈົ້າຢ່າເອົາແຕ່ໜີ…ຈັ່ງໃດສະນາງນັ້ນຕ້ອງເປັນຂອງຂ້ອຍ…ຮ່າ..!ຮ່າ…!” ໄຊມອນກ່າວກັບ ຣິສຊາສ໌ດ້ວຍນ້ຳສຽງສະໃຈ
“ຂ້ອຍຈະມອບຄວາມຜິດຫວັງໃຫ້ກັບເຈົ້າ…” ຣິສຊາສ໌ຍົກຍິ້ມມຸມປາກດ້ວຍສາຍຕາພິຄາດເມື່ອສິ້ສຸດຄຳກ່າວ ຣິສຊາສ໌ກະໂດດພິຕົວລົບແສງຂອງໄຊມອນທີ່ຍິ່ງມາໃສ່ເຂົາກ່ອນຈະສວນພະລັງກັບໄປໃສ່ເປົ້າໝາຍຢ່າງໄວ
ໂອ໊ຍ….!!!
ບຸ໊ບ…!!!
ໄຊມອນຫັກລົບບໍ່ທັນຈິ່ງຮັບແສງພະລັງນັ້ນເຂົ້າເຕັມໆເອິກ ເຖິງຣິສຊາສ໌ ຈະປ່ອຍພະລັງອອກພຽງ 6 ສ່ວນ ແຕ່ລະດັບຄວາມແຮງຂອງພະລັງນັ້ນ ຖ້າເປັນແວມພາຍທີ່ມີພະລັງເວດທຳມະດາອາດເຖິງຂັ້ນຕາຍໄດ້ ໄຊມອນໂຟ້ງໄປຕຳກັບຕົ້ນໄມ້ໃຫຍ່ ຫຼັງຂອງເຂົາກະແທກເຂົ້າຕົ້ນໄມ້ຢ່າງແຮງກ່ອນຈະລົ່ນລົງມາທີ່ພື້ນ ດ້ວຍອາການບາດເຈັບບໍ່ໜ້ອຍ
“ຝາກໄວ້…” ຍັງບໍ່ທັນເວົ້າສຸດຄວາມເລືອດແວມພາຍສີຂຽວກໍ່ພຸ່ງອອກຈາກປາກຂອງເຂົາເນື່ອງຈາກການກະແທກເທື່ອກີ້ນີ້ເຮັດໃຫ້ເຂົາບາດເຈັບໜັກ ໄຊມອນຮູ້ຕົວວ່າສຸ້ຕໍ່ໄປບໍ່ໄຫວ ຈິ່ງໃຊ້ພະລັງຫາຍຕົວລົບໜີໄປ
ການຕໍ່ສູ້ໄດ້ຈົບລົງກັບອາການຫອບເໝື່ອຍ ຣິສຊາສ໌ຢືນນິ້ງສະຫງົບຢູ່ບຶດໜຶ່ງດວງຕາຂອງເຂົາກໍ່ປ່ຽນກັບມາເປັນສີຟ້າທະເລຄືເກົ່າ ຣິສຊາສ໌ຟ້າວເດີນໜ້າກັບປຣາສາດຂອງເຂົາເພື່ອຫວັງຈະພົບກັບໃຜຄົນໜຶ່ງທີ່ເຂົາຕ້ອງການພິສູດ
ຍ້ອນກັບໄປເມື່ອຫຼາຍຊົ່ວໂມງກ່ອນ ໃນຂະນະທີ່ ຣິສຊາສ໌ ກັບ ໄຊມອນ ກຳລັງທ້າທາຍກັນຢູ່ນັ້ນ ຣິສຊາສ໌ ໄດ້ສົ່ງສາຍຕາໃຫ້ວິນລ້ຽນເພື່ອສື່ບາງຢ່າງ ວິນລ້ຽນກໍ່ກົ້ມຫົວຕອບຮັບຄຳສັ່ງຢ່າງຮູ້ງານ ເຖິງແມ່ນວ່າທັງສາມຈະຫາຍຕົວອອກໄປຈາກບ່ອນນັ້ນ ແຕ່ມີພຽງ ໄຊມອນ ກັບ ຣິສຊາສ໌ເທົ່ານັ້ນທີ່ເຂົ້າໄປສູ້ກັນໃນປ່າ ສ່ວນວິນລ້ຽມແມ່ນນັ່ງຢູ່ເທິງຫຼັງຄາອາພາດເມັ້ນໃກ້ໆພັບ ເພື່ອສັງເກດການ ແລະ ລໍຄອຍເວລາພັບປິດ ເຫັນຜູ້ຄົນຖະຍອຍອອກມາຈາກພັບເພື່ອເດີນທາງກັບເຮືອນ ໃນຂະນະທີ່ ອາຣິຊ່າ ເດີນທາງກັບເຮືອນເມື່ອຮອດຈຸດຖະໜົນປອດຄົນ ວິນລ້ຽມຈິ່ງໃຊ້ໂອກາດນັ້ນລັກພາຕົວນາງມາ ແລະ ນຳຕົວນາງມາໄວ້ໃນຫ້ອງນອນຂອງ ຣິສຊາສ໌
ຣິສຊາສ໌ ຍ່າງເຂົ້າມາໃນປຣາສາດ ກໍ່ຍ່າງມຸ່ງໜ້າມາທາງຫ້ອງນອນຂອງຕົນ ເຂົາໄດ້ກິ່ນກາຍຫອມຂອງຍິງສາວ
“ນາງນອນຢູ່ໃນຫ້ອງ” ວິນລ້ຽມທີ່ຢືນຮັກສາຄວາມປອດໄພໜ້າປະຕູໄດ້ກ່າວບອກຜູ້ເປັນນາຍ
“ເຈົ້າເຮັດໄດ້ດີ…ແລ້ວຂ້ອຍຈະມີລາງວັນໃຫ້ກັບເຈົ້າ” ເຂົາຢຸດແລະຫັນໄປກ່າວກັບວິນລ້ຽມດ້ວຍນ້ຳສຽງສີໜ້າພໍໃຈຢ່າງທີ່ບໍ່ເຄີຍເຫັນມາກ່ອນກ່ອນທີ່ຈະໄຂປະຕູຫ້ອງນອນເຂົ້າໄປ