spot_img
Homeຂ່າວພາຍ​ໃນສັ່ງຍຸບເລີກໂຮງງານ-ທຸລະກິດປຸງແຕ່ງໄມ້ 1000ຫົວໜ່ວຍ ຜູ້ກະທຳຜິດສ່ວນຫຼາຍເປັນພະນັກງານລັດ

ສັ່ງຍຸບເລີກໂຮງງານ-ທຸລະກິດປຸງແຕ່ງໄມ້ 1000ຫົວໜ່ວຍ ຜູ້ກະທຳຜິດສ່ວນຫຼາຍເປັນພະນັກງານລັດ

Published on

ໜັງສືພິມປ້ອງກັນຄວາມສະຫງົບລາຍງານເມື່ອວັນທີ 06 ມິຖຸນາ 2018 ວ່າ ລັດຖະບານ ໄດ້ສືບຕໍ່ປະຕິບັດຄໍາສັ່ງເລກທີ 15/ນຍ ຢ່າງເຂັ້ມງວດ ມາຮອດປັດຈຸບັນສາມາດດັດສົມ ແລະ ຍຸບເລີກໂຮງງານປຸງແຕ່ງໄມ້ ແລະ ທຸລະກິດປຸງແຕ່ງຂະໜາດນ້ອຍທີ່ບໍ່ໄດ້ຮັບອະນຸຍາດ ແລະ ຜິດກົດໝາຍໄດ້ທັງໝົດ 1.000 ກວ່າຫົວໜ່ວຍ, ກວດພົບເຫັນຜູ້ກະທໍາຜິດ 702 ກວ່າຄົນ, ສ່ວນຫຼາຍແມ່ນພະນັກງານລັດ ກວມເອົາ 400 ກວ່າຄົນ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ລາຍງານຕໍ່ໃນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 5 ພຶດສະພາ 2018 ວ່າ: ໃນໄລຍະ 4 ເດືອນຜ່ານມາ, ລັດຖະບານຖືເອົາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມເປັນພື້ນຖານ ແລະ ຮັກສາໄດ້ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ສ້າງເງື່ອນໄຂທີ່ອໍານວຍ ໃຫ້ແກ່ການພັດທະນາເສດຖະກິດ, ພິເສດສືບຕໍ່ເອົາໃຈໃສ່ຕໍ່ການແກ້ໄຂບັນຫາຢາເສບຕິດ, ອຸບັດຕິເຫດຕາມທ້ອງຖະໜົນ ແລະ ປະກົດການຫຍໍ້ທໍ້ຕ່າງໆທາງສັງຄົມ. ນອກນີ້, ການຈັດຕັ້ງປະຕິບັດຄໍາສັ່ງເລກທີ 15/ນຍ ມາຮອດປັດຈຸບັນລັດຖະບານສາມາດດັດສົມ ແລະ ຍຸບເລີກໂຮງງານປຸງແຕ່ງໄມ້ ແລະ ທຸລະກິດປຸງແຕ່ງໄມ້ຂະໜາດນ້ອຍທີ່ບໍ່ໄດ້ຮັບອະນຸຍາດ ແລະ ຜິດກົດໝາຍໄດ້ທັງໝົດ 1.545 ຫົວໜ່ວຍ, ຈາກຈໍານວນທັງໝົດ 2.857 ຫົວໜ່ວຍ; ໃນນັ້ນ, ມີໂຮງງານຕັ້ງຢູ່ໃນ ແລະ ໃກ້ກັບ 3 ປະເພດປ່າ ຈໍານວນ 27 ໂຮງງານ, ມີໂຮງງານອຸດສາຫະກໍາປຸງແຕ່ງໄມ້ 328 ໂຮງງານ, ແລະ ທຸລະກິດປຸງແຕ່ງໄມ້ຂະໜາດນ້ອຍແບບຄອບຄົວ 1.190 ຫົວໜ່ວຍ. ພ້ອມກັນນີ້, ກໍສາມາດກວດເຫັນຜູ້ກະທໍາ 631 ກໍລະນີ ລວມທັງໝົດ 702 ຄົນ, ໃນນີ້ມີພະນັກງານລັດ 421 ຄົນ, ຜູ້ປະກອບການ 59 ຄົນ, ປະຊາຊົນ 222 ຄົນ, ໄດ້ມີການປັບໃໝ ແລະ ລົງໂທດຜູ້ກະທໍາຜິດຕາມກົດໝາຍ ແລະ ລະບຽບການ.

ສ່ວນແຜນພັດທະນາເສດຖະກິດ ອີງຕາມຂໍ້ມູນທີ່ເກັບກໍາໄດ້ ໃນໄລຍະ 4 ເດືອນ, ອັດຕາການເຕີບໂຕຂອງເສດຖະກິດ 6 ເດືອນຕົ້ນປີ ຄາດວ່າຈະບັນລຸໄດ້ 6,7%. ໃນນັ້ນ, ຂະແໜງກະສິກໍາຄາດວ່າ: ຈະເພີ່ມ 2,9%, ຂະແໜງອຸດສາຫະກໍາເພີ່ມຂຶ້ນ 7%, ຂະແໜງບໍລິຫານເພີ່ມຂຶ້ນ 7,9%, ພາສີນໍາເຂົ້າເພີ່ມຂຶ້ນ 6,8%, ຄິດໄລ່ເປັນມູນຄ່າໃນປີໄດ້ປະມານ 152.436 ຕື້ກີບ, ຄາດຄະເນສະເລ່ຍຕໍ່ຫົວຄົນ 2.609 ໂດລາສະຫະລັດ, ການປະຕິບັດລາຍຮັບ-ລາຍຈ່າຍງົບປະມານ 6 ເດືອນຕົ້ນປີ ຄາດຄະເນວ່າ ລາຍຮັບຈະປະຕິບັດໄດ້ 12.084 ຕື້ກີບ ເທົ່າກັບ 95,9% ຂອງແຜນ, ລາຍຈ່າຍປະຕິບັດໄດ້ 15.731 ຕື້ກີບ ເທົ່າກັບ 95,4%.

ແຫລ່ງຂ່າວຈາກ: ໜັງສືພິມ ປກສ.

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...