ເຈົ້າເມືອງສີສັດຕະນາກຖະແຫຼ່ງຂ່າວກ່ຽວກັບນັກໂທດໂຕນໜີຈາກຄ້າຍກັກຂັງຊົ່ວຄາວ

ໃນວັນທີ 16 ພຶດສະພາ 2018 ທີ່ຜ່ານມານີ້, ທ່ານ ໂພຄໍາ ໄຊຍະສອນ ເຈົ້າເມືອງສີສັດຕະນາກ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນກ່ຽວກັບເຫດການຂອງວັນທີ 11 ພຶດສະພາ 2018 ໂດຍມີຜູ້ຕ້ອງຫາ-ນັກໂທດຫ້ອງເບີ 4 ທີ່ຄ້າຍກັກຂັງຊົ່ວຄາວ (ບ້ານດົງສະຫວາດ) ເມືອງສີສັດຕະນາກນະຄອນຫລວງວຽງຈັນ ໄດ້ເຈາະຝາຫ້ອງນໍ້າໃນຫ້ອງຂັງແລ້ວລອດອອກປີນຂ້າມກຳແພງດ້ານຫລັງໂຕນໜີໄປຈຳນວນ 11 ຄົນ.

ຕໍ່ເຫດການໃນຄັ້ງນີ້, ທ່ານເຈົ້າເມືອງໄດ້ແຈ້ງໃຫ້ຊາບວ່າ: ຕາມບົດລາຍງານຂອງກອງບັນຊາການປ້ອງກັນຄວາມສະຫງົບເມືອງສີສັດຕະນາກ ແລະ ບົດລາຍງານການລົງກວດສະພາບຄວາມເປັນຈິງຂອງຄ້າຍກັກຂັງຊົ່ວຄາວດັ່ງກ່າວ ທີ່ປຸກສ້າງຂື້ນໃນປີ 2002 ເຫັນວ່າຢູ່ໃນສະພາບຊຸດໂຊມເພາະຂາດການບູລະນະສ້ອມແປງ,​ ມີຫ້ອງຂັງທັງໜົດ 7 ຫ້ອງ.

ທ່ານເຈົ້າເມືອງໃຫ້ຮູ້ວ່າ: ຜູ້ຕ້ອງຫາ-ນັກໂທດຫ້ອງເບີ 4 ຈຳນວນ 17 ຄົນ ໄດ້ເຈາະຝາຫ້ອງນໍ້າແລ້ວລອດອອກໄປປີນຂ້າມກຳແພງດ້ານຫລັງໂຕນໜີໄປຈຳນວນ 11 ຄົນຄື: ທ້າວ ຄຳຫລ້າ ອາຍຸ 28 ປີປັດຈຸບັນຢູ່ບ້ານທົ່ງພານທອງເມືອງສີສັດຕະນາກ ໃນຂໍ້ກ່າວຫາຄ້າຂາຍຢາເສບຕິດ (ຢາບ້າ). 2 ທ້າວ ສົມຊາຍ (ດ່ອງ) ອາຍຸ 22 ປີ ຢູ່ບ້ານທົ່ງມັ່ງເມືອງໄຊທານີໃນຂໍ້ກ່າວຫາຄ້າຂາຍຢາເສບຕິດ (ຢາບ້າ). 3 ທ້າວ ວຽງຄຳ (ຄຳນ້ອຍ) ອາຍຸ 24 ປີຢູ່ບ້ານໂພນເຄັງ ເມືອງໄຊເສດຖາໃນຂໍ້ກ່າວຫາ: ຊື້-ຂາຍອາວຸດເສິກ. 4 ທ້າວ ສຳລີ (ຕ໋ອກ) ອາຍຸ 34 ປີຢູ່ບ້ານດອນປ່າໃໝ່ ເມືອງສີສັດຕະນາກໃນຂໍ້ກ່າວຫາ: ທຳຮ້າຍຮ່າງກາຍ-ມີອາວຸດເສິກໄວ້ໃນຄອບຄອງ. 5 ທ້າວ ພອນປະເສີດ ອາຍຸ 16 ປີຢູ່ບ້ານດອນດູ່ ເມືອງຫາດຊາຍຟອງໃນຂໍ້ກ່າວຫາ: ລັກຊັບພົນລະເມືອງ. 6 ທ້າວ ທ໊ອບສະພອນ ອາຍຸ 17 ປີຢູ່ບ້ານສົມສະໜຸກເມືອງຫາດຊາຍຟອງໃນຂໍ້ກ່າວຫາ: ຄ້າຂາຍຢາເສບຕິດ (ຢາບ້າ). 7 ທ້າວ ໜ໋ອຍ ອາຍຸ 33 ປີຢູ່ ບ້ານທົ່ງປົ່ງ ເມືອງສີໂຄດຕະບອງໃນຂໍ້ກ່າວຫາ: ຄ້າຂາຍຢາເສບຕິດ (ຢາບ້າ) ກຸ່ມຂອງທ້າວ ສົມຊາຍ (ດ໋ອງ). 8 ທ້າວ ຖາວອນ (ອ້າຍ) ຢູ່ບ້ານທົ່ງປົ່ງ ເມືອງສີໂຄດຕະບອງ ໃນຂໍ້ຫາຄ້າຂາຍຢາເສບຕິດ ກຸ່ມທ້າວ ຊົມຊາຍ (ດ໋ອງ). 9 ທ້າວ ກ໋ອດ ອາຍຸ 17 ປີ ຢູ່ບ້ານທ່າສະຫວ່າງເມືອງໄຊທານີໃນຂໍ້ກ່າວຫາ: ຄ້າຂາຍຢາເສບຕິດ (ຢາບ້າ) ກຸ່ມຂອງທ້າວ ສົມຊາຍ (ດ໋ອງ). 10 ທ້າວ ເພັງພະຈັນ ອາຍຸ 35 ປີຢູ່ບ້ານໂນນຂີ້ເຫລັກ ເມືອງສີໂຄດຕະບອງໃນຂໍ້ກ່າວຫາລັກຊັບພົນລະເມືອງ ແລະ 11 ທ້າວ ອິນປອນ (ໜຳ) ອາຍຸ 26 ປີຢູ່ບ້ານກາງ ເມືອງຫາດຊາຍຟອງໃນຂໍ້ກ່າວຫາ:ຄ້າຂາຍຢາເສບຕິດ (ຢາບ້າ)

ຜ່ານການສືບສວນ-ສອບສວນ ຈໍານວນນັກໂທດ 6 ຄົນທີ່ບໍ່ໂຕນໜີອອກຈາກຫ້ອງຂັງ ແລະ ຈຳນວນ 4 ຄົນທີ່ຈັບໄດ້ມາແລ້ວ, ສາມາດສັງລວມໄດ້ຄື: ເວລາ 2:32 ໂມງຂອງວັນທີ 10 ພຶດສະພາ, ໄດ້ມີຜູ້ຕ້ອງຫາ (ນັກໂທດຢູ່ຫ້ອງເບີ 4) ໄດ້ນຳເອົາຢາງບ້ວງມາຂອດເຂົ້າກັນເຮັດເປັນຫອນໄກແລ້ວເອົາດ້າຍສານແຫມັດໃສ່ຢາງບ້ວງຍິງອອກໄປທາງປ່ອງຊ່ອງລົມຂ້າມກຳແພງດ້ານຫລັງ, ຈາກນັ້ນໄດ້ມີຄົນບໍ່ດີຢູ່ນອກກຳແພງເອົາເຫລັກຊະແລັງ, ເຫລັກສະກັດ ແລະ ໃບເລື່ອຍຕັດເຫລັກມັດໃສ່ເສັ້ນດ້າຍສານແຫແລ້ວດຶງເອົາເຂົ້າໃນຫ້ອງຂັງໂດຍແມ່ນທ້າວ ແສງພະຈັນ (ໝີດຳ)ທ້າວ ວຽງຄຳ (ຄຳນ້ອຍ) ແລະ ທ້າວ ສົມຊາຍ (ດ໋ອງ) ເປັນຄົນເລີ່ມເຈາະຝາຫ້ອງນໍ້າດັ່ງກ່າວ, ໂດຍໃຊ້ເຫລັກສະແລັງ, ເຫລັກສະກັດ ແລະ ໃບເລື່ອຍຕັດເຫລັກ ຈົນຮອດເວລາ 19:10 ໂມງຂອງວັນທີ 11 ພຶດສະພາ 2018 ຈິ່ງສາມາດເຈາະຊອດຝາຫ້ອງນໍ້າໃນຫ້ອງຂັງເປັນຮູພໍຫລົມຕົວ ແລ້ວລອດອອກຈາກຫ້ອງຂັງປີນຂ້າມກຳແພງດ້ານຫລັງໂຕນໜີໄປຈຳນວນ 11 ຄົນ ແລະ ຮອດປັດຈຸບັນ, ເຈົ້າໜ້າທີ່ສາມາດຈັບໂຕຄືນໄດ້ແລ້ວ 4 ຄົນຄື: ທ້າວ ອິນປອນ (ໝຳ), ທ້າວ ສຳລີ (ຕ໋ອກ), ທ້າວ ພອນປະເສີດ ແລະ ທ້າວ ທ໊ອບສະພອນ ສ່ວນຜູ້ຕ້ອງຫານັກໂທດຈຳນວນ 7 ຄົນ ທາງເມືອງກໍຄືເຈົ້າໜ້າທີ່ຮັບຜິດຊອບພວມກໍາລັງສົມທົບກັບອໍານາດການປົກຄອງ ແລະ ພາກສ່ວນກ່ຽວຂ້ອງອື່ນໆ ລົງຕິດຕາມຫາຄອບຄົວພວກກ່ຽວ, ພ້ອມທັງເຮັດບົດບັນທຶກໃຫ້ມອບຕົວ ແລະ ສືບຕໍ່ຕິດຕາມນຳຈັບໂຕມາດໍາເນີນການຕໍ່ໄປ.

ຈາກການລົງກວດກາສະພາບຂອງຄ້າຍກັກຂັງແຫ່ງນີ້ ເກົ່າແກ່ຊຸດໂຊມ ຂາດງົບປະມານໃນການປັບປຸງສ້ອມແປງ ກຳແພງອ້ອມຮອບຄ້າຍກັກຂັງຊົ່ວຄາວຍັງຕໍ່າ ແລະ ມີຊັ້ນດຽວ ຈິ່ງສາມາດປີນຂ້າມໄປໄດ້ ສະພາບຂອງຫ້ອງກັກຂັງຢູ່ໃກ້ກັບກຳແພງ ແລະ ອ້ອມຮອບກຳແພງຂອງຄ້າຍກັກຂັງແມ່ນເປັນຫົນທາງ ແລະ ເປັນທີ່ຢູ່ອາໄສ ຂອງປະຊາຊົນເຊິ່ງມີຄວາມຫຍຸ້ງຍາກໃນການກວດກາເຮັດໃຫ້ຄົນທີ່ບໍ່ຫວັງດີ ສາມາດສົ່ງສິ່ງທີ່ຜິດກົດໝາຍເຂົ້າໄປໃນຫ້ອງກັກຂັງໄດ້ງ່າຍ ຈຸດໄຟຟ້າມາກໍ່ບໍ່ເປັນປົກກະຕິ ປ້ອມຍາມມີປ້ອມດຽວຕັ້ງຢູ່ດ້ານໜ້າ, ຫ້ອງຂັງຍັງມີໜ້ອຍ ແລະ ຄັບແຄບ ບວກກັບສະພາບຜູ້ຕ້ອງຫານັກໂທດ ຖືກກັກຂັງມີຈຳນວນຫຼວງຫຼາຍ ແອອັດ ເຊິ່ງພວກເຮົາບໍ່ສາມາດລະບາຍຍົກຍ້າຍອອກໄປຝາກບ່ອນອື່ນຕາມຄວາມຕ້ອງການໄດ້.

ສະພາບຂອງເຈົ້າໜ້າທີ່ຕຳຫຼວດ ພະນັກງານຄ້າຍຄຸມຂັງຍັງມີໜ້ອຍ ການກວດກາບໍ່ເຂັ້ມງວດ, ຜູ້ຖືກປະຈຳການມື້ນັ້ນມີພຽງ 3 ຄົນ ບໍ່ສາມາດກວດກາໄດ້ຢ່າງລະອຽດຖີ່ຖ້ວນຈິ່ງເຮັດໃຫ້ຄົນບໍ່ດີ ໝູ່ຄູ່ພັກພວກຂອງ ຜູ້ຖືກຫາ-ນັກໂທດ ທີ່ຢູ່ທາງນອກເອົາເຄື່ອງຜິດກົດໝາຍ ແລະ ອຸປະກອນຕ້ອງຫ້າມເຂົ້າໄປໃນຫ້ອງກັກຂັງໄດ້ ແລະ ເຮັດໃຫ້ຜູ້ຕ້ອງຫານັກໂທດມີໂອກາດເຈາະຫ້ອງຂັງໂຕນໜີໄດ້.

ເຖິງຢ່າງໃດກໍດີ ທາງຄະນະປົກຄອງ ກໍຄືເຈົ້າໜ້າທີ່ຍັງພ້ອມກັນສືບຕໍ່ປະຕິບັດໜ້າທີ່ລົງຕິດຕາມກວດກາ ເພື່ອນໍາຜູ້ຕ້ອງຫາ-ນັກໂທດທີ່ໂຕນນີ້ໃນຄັ້ງນີ້ ກັບມາດໍາເນີນຂັ້ນຕອນຕາມລະບຽບກົດໝາຍ ແລະ ຮຽກຮ້ອງມາຍັງອໍານາດການປົກຄອງ ປະຊາຊົນຈົ່ງເປັນຫູເປັນຕາໃຫ້ການຮ່ວມມືເພື່ອຮັບປະກັນໃນການປະຕິບັດໜ້າທີ່ໃນຄັ້ງນີ້ປະກອບສ່ວນສ້າງຄວາມເປັນສະບຽບຮຽບຮ້ອຍໃນສັງຄົມ.

ແຫລ່ງຂ່າວ: ລາວພັດທະນາ.