spot_img
Homeຂ່າວທ້ອງຖິ່ນດ່ານສະໜາມບິນ 4 ແຫ່ງໃນລາວ ບໍ່ຈຳເປັນຕ້ອງຂຽນຟອມແຈ້ງເຂົ້າ-ອອກເມືອງ

ດ່ານສະໜາມບິນ 4 ແຫ່ງໃນລາວ ບໍ່ຈຳເປັນຕ້ອງຂຽນຟອມແຈ້ງເຂົ້າ-ອອກເມືອງ

Published on

ກົມໃຫຍ່ສັນຕິບານ, ກະຊວງປ້ອງກັນຄວາມສະຫງົບ ໄດ້ອອກແຈ້ງການເມື່ອວັນທີ 26 ເມສາ 2018 ທີ່ຜ່ານມາວ່າ ໃຫ້ຍົກເລີກການຂຽນແບບຟອມແຈ້ງເຂົ້າ-ອອກເມືອງ ສຳລັບພົນລະເມືອງລາວ ແລະ ຄົນຕ່າງດ້າວເຊິ່ງອາໄສຢູ່ໃນລາວ ທີ່ເດີນທາງຜ່ານດ່ານສາກົນສະໜາມບິນ 4 ແຫ່ງ.

ແຈ້ງການດັ່ງກ່າວມີເນື້ອໃນລະບຸວ່າ ໃຫ້ຍົກເລີກການຂຽນແບບຟອມແຈ້ງເຂົ້າ-ອອກເມືອງຂອງພົນລະເມືອງລາວ ແລະ ຄົນຕ່າງດ້າວທີ່ອາໄສຢູ່ໃນ ສປປ ລາວ ທີ່ເດີນທາງຜ່ານດ່ານສາກົນສະໜາມບິນ ເຊິ່ງປະກອບດ້ວຍ 4 ແຫ່ງຄື: ສະໜາມບິນສາກົນວັດໄຕ, ສະໜາມບິນສາກົນຫຼວງພະບາງ, ສະໜາມບິນສາກົນສະຫວັນນະເຂດ ແລະ ສະໜາມບິນສາກົນປາກເຊ.

ຕາມແຈ້ງການ, ຄົນຕ່າງດ້າວໃນທີ່ນີ້ໝາຍເຖິງບຸກຄົນທີ່ມີສັນຊາດອື່ນ ແຕ່ເຂົ້າມາຕັ້ງຖິ່ນຖານ ແລະ ອາໄສຢູ່ໃນ ສປປ ລາວ ເປັນໄລຍະເວລາຍາວນານ ໂດຍຖືບັດຕ່າງດ້າວ ແລະ ລັດຖະບານຂອງຄົນຕ່າງດ້າວນັ້ນ ກໍຍັງຮັບຮູ້ສະຖານະພົນລະເມືອງຂອງພວກເຂົາຢູ່.

ທັງນີ້ ແຈ້ງການດັ່ງກ່າວນີ້ ປະກາດອອກມາກໍເພື່ອອຳນວຍຄວາມສະດວກໃນການເດີນທາງແຈ້ງເຂົ້າ-ອອກ ສປປ ລາວ ແລະ ທັງເປັນການຕ້ອນຮັບປີທ່ອງທ່ຽວລາວ 2018.

ແນວໃດກໍຕາມ ສຳລັບຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດ, ທາງກົມໃຫຍ່ສັນຕິບານ ຍັງຄົງໃຫ້ຂຽນແບບຟອມແຈ້ງເຂົ້າ-ອອກເມືອງຕາມປົກກະຕິ ຈົນກວ່າຈະມີແຈ້ງການເພີ່ມເຕີມ.

 

ຂ່າວຈາກ: @ມ່ວນ.

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...