Homeຂ່າວພາຍ​ໃນປະທານາທິບໍດີມຽນມາລາອອກຈາກຕຳແໜ່ງ

ປະທານາທິບໍດີມຽນມາລາອອກຈາກຕຳແໜ່ງ

Published on

ເມື່ອວັນທີ 21 ມີນາ 2018 ບີບີຊີລາຍງານວ່າ ສຳນັກປະທານາທິບໍດີມຽນມາ ອອກຖະແຫຼງການວ່າ ທ່ານ ຕິນ ຈໍ ອາຍຸ 71 ປີ ປະທານາທິບໍດີມຽນມາລາອອກຈາກຕຳແໜ່ງ

ລາຍງານລະບຸວ່າ ການຖະແຫຼງການບໍ່ໄດ້ລະບຸເຖິງເຫດຜົນໃນການລາອອກ ແຕ່ລະບຸວ່າ ທ່ານ ຕິນ ຈໍ ຕ້ອງການພັກຜ່ອນ ໂດຍຊ່ວງບໍ່ພໍເທົ່າໃດເດືອນທີ່ຜ່ານມາມີກະແສຄວາມວິຕົກກັງວົນກ່ຽວກັບສຸຂະພາບຂອງທ່ານ ຕິນ ຈໍ ຫຼັງຈາກທີ່ທ່ານ ຕິນ ຈໍ ມີຄວາມອິດເໝື່ອຍຫຼາຍໃນຊ່ວງຂະນະທີ່ອອກປະຕິບັດໜ້າທີ່

ທັງນີ້ ທ່ານ ຕິນຈໍ ສາບານຕົນເປັນປະທານາທິບໍດີມຽນມາ ໃນປີ 2016 ຫຼັງພັກສັນຕິບານແຫ່ງຊາດເພື່ອປະຊາທິປະໄຕຂອງທ່ານນາງ ອອງຊານ ຊູຈີ ຊະນະການເລືອກຕັ້ງ

ຖະແຫຼງການຂອງສຳນັກປະທານາທິບໍດີລະບຸວ່າ ນາຍພົນ ມິນ ສ່ວຍ ຮອງປະທານາທິບໍດີ ຈະເຮັດໜ້າທີ່ຮັກສາການປະທານາທິບໍດີມຽນມາ ຈົນກວ່າຈະມີການເລືອກປະທານາທິບໍດີຄົນໃໝ່ພາຍໃນ 7 ວັນ

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...