ຜູ້ນຳສອງປະເທດປ່ຽນກັນສະແດງຄວາມຍິນດີທີ່ຕ່າງຝ່າຍໄດ້ຮັບໄຊຊະນະ

SHANGHAI, CHINA - MAY 21: Chinese President Xi Jinping (L) and Russian President Vladimir Putin have a drink after the signing of joint documents on May 21, 2014 in Shanghai, China. PHOTOGRAPH BY ITAR-TASS / Barcroft Media UK Office, London. T +44 845 370 2233 W www.barcroftmedia.com USA Office, New York City. T +1 212 796 2458 W www.barcroftusa.com Indian Office, Delhi. T +91 11 4053 2429 W www.barcroftindia.com

ເມື່ອວັນທີ 19 ມີນາ 2018 ເອເອຟພີລາຍງານວ່າ ທ່ານ ສີຈິ້ນ ຜິງ ປະທານາທິບໍດີຈີນ ຕໍ່ສາຍສະແດງຄວາມຍິນດີກັບໄຊຊະນະຂອງ ປູຕິນ ໄດ້ຮັບເລືອກໃຫ້ເປັນປະທານາທິບໍດີຣັດເຊຍເປັນສະໄໝທີ 4

ທ່ານ ສີ ກ່າວວ່າ ຄວາມສຳພັນຫຸ້ນສ່ວນຍຸດທະສາດອັນຮອບດ້ານລະຫວ່າງຈີນ – ຣັດເຊຍຢູ່ໃນຊ່ວງທີ່ດີທີ່ສຸດເທົ່າທີ່ເຄີຍມີມາ ຮູບແບບຄວາມສຳພັນເປັນຕົວຢ່າງທີ່ດີໃນການເຄົາລົບເຊິ່ງກັນ ແລະ ກັນມີຄວາມເປັນທຳ ຮ່ວມມືເພື່ອຜົນປະໂຫຍດຂອງທັງສອງຝ່າຍ ຈີນເຕັມໃຈເຮັດວຽກຮ່ວມກັບຣັດເຊຍເພື່ອສົ່ງເສີມຄວາມສຳພັນຈີນ – ຣັດເຊຍສູ່ລະດັບທີ່ສູງຂຶ້ນ ຈັດຫາພະລັງງານເຄື່ອນທີ່ເພື່ອການພັດທະນາຂອງສອງຊາດ ແລະ ສົ່ງເສີມສັນຕິພາບ ແລະ ຄວາມສະຫງົບສຸກຂອງພູມິພາກ ແລະ ໂລກ

ທ່ານ ປູຕິນ ກ່າວຄືກັນວ່າຄວາມສຳພັນລະຫວ່າງຣັດເຊຍ – ຈີນ ຢູ່ໃນລະດັບສູງສຸດຢ່າງທີ່ບໍ່ເຄີຍເກີດຂຶ້ນມາກ່ອນ ເຊິ່ງເກີດມາຈາກການຜັກດັນສ່ວນຕົວຂອງປະທານາທິບໍດີສີ ຈິ່ງຍິນດີຫຼານທີ່ຈະໄດ້ພົບປະຫາລືກັນອີກຄັ້ງ ດ້ວຍຄວາມເຊື່ອວ່າ ຄວາມພະຍາຍາມຮ່ວມຂອງທັງສອງຝ່າຍຈະເຮັດໃຫ້ຫຸ້ນສ່ວນຄວາມຮ່ວມມືດ້ານຍຸດທະສາດລະຫວ່າງຣັດເຊຍ ແລະ ຈີນ ເຂັ້ມແຂງຂຶ້ນ