ພັກ-ລັດເຮົາ ໃຫ້ຄວາມສໍາຄັນ ແລະ ຖືວ່າພະນັກງານ-ນັກຮົບທີ່ເສຍອົງຄະທີ່ໄດ້ເຂົ້າຮ່ວມເຄື່ອນໄຫວໃນຂະບວນການປະຕິວັດລາວ ແມ່ນເປັນຜູ້ທີ່ມີນໍ້າໃຈເສຍສະຫຼະອັນສູງສົ່ງຕໍ່ປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ.
ດັ່ງນັ້ນເພື່ອສະແດງຄວາມຮູ້ບຸນຄຸນຂອງພັກ-ລັດທີ່ມີຕໍ່ບັນດາສະຫາຍນັກຮົບທີ່ໄດ້ອຸທິດຊີວິດເລືອດເນື້ອເຫື່ອແຮງເພື່ອປະເທດຊາດກໍ່ຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ, ຈຶ່ງໄດ້ກໍານົດເອົາ ວັນທີ 21 ມີນາ ປີ 1946 ເປັນວັນເສຍອົງຄະ ແລະ ເສຍສະຫຼະ ຊີວິດເພື່ອປະເທດຊາດ ມາຮອດປີນີ້ກໍພໍດີຄົບຮອບ 72 ປີ.
ວັນທີ 21 ມີນາຈຶ່ງກາຍມາເປັນວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ, ເຊິ່ງເປັນວັນສໍາຄັນຍິ່ງ ເພື່ອຈາລຶກບຸນຄຸນ ແລະ ຄຸນງາມຄວາມດີຂອງຜູ້ນໍາ ແລະ ນັກຮົບ ປະຕິວັດໃນຂະບວນການຕໍ່ສູ້ກູ້ຊາດຢ່າງພິລະອາດຫານຂອງປະຊາຊົນລາວຂອງພວກເຮົາ, ໂດຍມີທີ່ມາຈາກເຫດການຕໍ່ສູ້ຂອງປະຊາຊົນຊາວເມືອງ ທ່າແຂກແຂວງຄໍາມ່ວນຕ້ານພວກລ່າເມືອງຂຶ້ນຝຣັ່ງໃນບັ້ນຮົບປ້ອງກັນຕົວເມືອງທ່າແຂກ. ທັງເປັນການເສີມຂະຫຍາຍມູນເຊື້ອຂອງບັນດານັກຮົບປະຕິວັດຮຸ່ນກ່ອນ, ໂຄສະນາສຶກສາອົບຮົມໃຫ້ຄົນຮຸ່ນຫຼັງຮັບຮູ້ ແລະ ຮໍ່າຮຽນເອົາແບບຢ່າງອັນດີງາມຂອງພວກເພິ່ນ.
ເພື່ອກະກຽມໃຫ້ແກ່ການຕໍ່ສູ້ຕ້ານກັບກໍາລັງທະຫານຂອງພວກລ່າເມືອງຂຶ້ນຝຣັ່ງ ແລະ ພວກປະຕິການຂາຍຊາດທີ່ຈະຍຶດເອົາຕົວເມືອງທ່າແຂກ, ໃນຕົ້ນເດືອນ ກຸມພາ ປີ 1946 ໜ່ວຍພັກ ປະຈໍາເມືອງທ່າແຂກໄດ້ເປີດກອງປະຊຸມ ແລະ ໄດ້ອອກມະຕິ ເຊິ່ງໄດ້ລະບຸໄວ້ວ່າ: “ຕ້ອງເພີ່ມ ທະວີຄວາມສາມັກຄີລະຫວ່າງ 2 ກໍາລັງປະກອບອາວຸດຂອງລາວ ແລະ ຊາວຫວຽດນາມຕ່າງດ້າວ ເພື່ອກະກຽມໃຫ້ແກ່ການຕໍ່ສູ້ ປ້ອງກັນຕົວເມືອງທ່າແຂກ, ປົກປັກຮັກສາຊັບສົມບັດຂອງປະຊາຊົນ ແລະ ເປັນການທົດສອບໃນ ແປວໄຟເພື່ອສ້າງກໍາລັງໃຫ້ເຕີບໃຫຍ່ຂະຫຍາຍຕົວ.
ປະຕິບັດຕາມມະຕິດັ່ງກ່າວ ຄະນະບັນຊາການທະຫານ ແລະ ຄະນະຮັກສາຕົວເມືອງທ່າແຂກ ໂດຍແມ່ນປະທານ ສຸພານຸວົງ ເປັນຜູ້ບັນຊາການສູງສຸດໄດ້ໂຮມປະຊຸມເພື່ອຜ່ານແຜນການສູ້ຮົບ ປ້ອງກັນຕົວເມືອງຢ່າງລະອິດ ລະອ້ຽວ. ຄະນະບັນຊາການໄດ້ມອບໜ້າທີ່ໃຫ້ 2 ສະຫາຍຄື: ສະຫາຍ ສິງກະໂປ ສີໂຄດຈຸນລະມະນີ ແລະ ສະຫາຍ ຫງວຽນແຈັງ ຮອງຫົວໜ້າຄະນະບັນຊາການ ຮັບຜິດຊອບເຂດຕາເວັນອອກ ສຽງເໜືອ ແລະ ທິດຕາເວັນຕົກສຽງໃຕ້ຂອງເມືອງທ່າແຂກ; ກໍາລັງທະຫານຂອງເຮົາລວມມີ 800 ກວ່າຄົນ ໄດ້ຈັດຕັ້ງເປັນ 4 ກອງຮ້ອຍ (ລາວ 2 ກອງຮ້ອຍ, ຊາວຫວຽດນາມຕ່າງດ້າວ 2 ກອງຮ້ອຍ) ປະກອບອາວຸດ ແລະ ມີໜ້າທີ່ຮ່ວມກັບໜ່ວຍປ້ອງກັນຕົວກຽມພ້ອມສູ້ຮົບພວກສັດຕູໃນທຸກທິດ.
ວັນທີ 21 ມີນາ 1946 ເວລາ 4 ໂມງ 50 ນາທີ ພວກຝຣັ່ງ ໃຊ້ຍົນສະປິດຟາຍ 4 ລຳ ບິນຂຶ້ນຫວ່ານໃບປິວທີ່ມີລາຍ ເຊັນຜູ້ບັນຊາການທະຫານສູງສຸດຂອງຝຣັ່ງປະຈຳຢູ່ອິນ ດູຈີນ ເຊິ່ງມີເນື້ອໃນວ່າ ” ໃຫ້ກອງກຳລັງປະກອບອາວຸດ ປະຈຳເມືອງທ່າແຂກ ອອກມາຍອມຈຳນົນທີ່ທາງ 3 ແຍກ ກິໂລແມັດທີ 4 ນາມະລາດ ໂດຍດ່ວນ ຖ້າບໍ່ປະຕິບັດພາຍ ໃນ 15 ນາທີ ເມືອງທ່າແຂກ ຈະຖືກທຳລາຍ ແລະ ທຸກຄົນ ຈະຖືກດັບສູນ ” ກອງກຳລັງຂອງ ສະເດັດເຈົ້າ ສຸພານຸວົງ ໄດ້ເດັດດ່ຽວບໍ່ ຍອມຈຳນົນ ແລະ ສຽງປືນກໍແຕກຂຶ້ນໃນໄລຍະຕໍ່ມາ ພວກເຂົາໄດ້ນຳໃຊ້ທັງປືນໃຫຍ່ ແລະ ເຮືອບິນສູ້ຮົບເຂົ້າ ທຳລາຍຕົວເມືອງທ່າແຂກ ເຮັດໃຫ້ປະຊາຊົນລົ້ມຕາຍ ເປັນຈຳນວນຫຼວງຫຼາຍ, ຮອດເວລາ 12 ໂມງທ່ຽງຂອງ ວັນດຽວກັນ ເມື່ອເຫັນວ່າສະພາບການເຫຼັກຫຼາຍກ່ວາ ຖ່ານ ແລະ ເພື່ອຮັກສາຄວາມປອດໄພໃຫ້ແກ່ສະເດັດ ເຈົ້າສຸພານຸວົງ ຄະນະປ້ອງກັນຈິ່ງຮ້ອງຂໍໃຫ້ ລຸງສຸພານຸ ວົງ ໂຕນໜີຂ້າມໄປນະຄອນພະນົມເພື່ອຫຼົບໄພເສຍ ກ່ອນ, ແຕ່ເພິ່ນຊໍ້າພັດບໍ່ຍອມໄປ ເພາະຕ້ອງລໍຟັງ ລາຍງານສະພາບການຈາກແນວຮົບ, ສະເດັດເຈົ້າສຸພາ ນຸວົງໄດ້ເວົ້າຂຶ້ນວ່າ ” ຈະໜີຈາກປະຊາຊົນໄດ້ຢ່າງໃດ ໃນເມື່ອເມືອງທ່າແຂກ ຍັງມີນັກຮົບກູ້ຊາດ ຕໍ່ສູ້ກັບສັດ ຕູຢູ່ ” ຄຳເວົ້າດັ່ງກ່າວ ໄດ້ສະແດງໃຫ້ເຫັນເຖິງຄວາມ ກ້າຫານ ແລະ ເດັດດ່ຽວຕໍ່ສູ້ຍອມເສຍສະຫຼະເພື່ອປະ ເທດຊາດ ເພື່ອປະຊາຊົນ ຂອງລຸງສຸພານຸວົງຢ່າງແທ້ຈິງ! ພາຍຫຼັງຈາກນັ້ນ, ເມື່ອສະພາບການບີບຮັດ ລຸງສຸພາ ນຸວົງ ຈິ່ງໄດ້ຖອຍໜີຈາກເມືອງທ່າແຂກທາງເຮືອ ເພື່ອ ຂ້າມໄປຝັ່ງໄທ ແຕ່ກໍຖືກເຮືອບິນຂອງສັດຕູບິນຍິງທຳ ລາຍເຮັດໃຫ້ເພິ່ນຖືກບາດເຈັບ ກະສຸນລູກປືນຍິງຖືກ ໂຕເພິ່ນກະດູກຂ້າງຫັກ 3 ຊີກ ແລະ ທະຫານຄຸ້ມກັນ ເພິ່ນໄດ້ເສຍສະຫຼະຊີວິດເພື່ອກັ້ງບັງກະສຸນລູກປືນໃຫ້ ເພິ່ນອີກ 2 ສະຫາຍ, ແຕ່ຖືວ່າໂຊກດີທີ່ເພິ່ນສາມາດ ຂ້າມໄປຝັ່ງນະຄອນພະນົມ ແລະ ຮັກສາຕົວຢູ່ທີ່ນັ້ນ. ສົງຄາມຮຸກຮານເມືອງທ່າແຂກ ໃນວັນທີ 21 ມີນາ 1946 ຂອງພວກລ່າເມືອງຂຶ້ນຝຣັ່ງ ໄດ້ສັງຫານປະຊາຊົນຊາວເມືອງທ່າແຂກຜູ້ບໍລິສຸດປະມານ 3000 ຄົນ ເຊິ່ງໃນນັ້ນ 1/5 ແມ່ນເປັນເດັກນ້ອຍ, ສອງວັນຜ່ານໄປຊາກສົບກໍເລີ່ມເນົ່າໄຄ່ ແລະ ຟູຂຶ້ນທົ່ວໜ້ານ້ຳແມ່ນໍ້າຂອງ ສົ່ງກິ່ນເໝັນສະເອືອນໄປທົ່ວບໍລິເວນ, ວັນດັ່ງກ່າວ ຈິ່ງໄດ້ກາຍມາເປັນວັນຄຽດແຄ້ນຫາອັນປຽບບໍ່ໄດ້ຂອງປະຊາຊົນລາວບັນດາເຜົ່າ ໂດຍສະເພາະຊາວເມືອງທ່າແຂກວິລະຊົນ! ປະທານສຸພານຸວົງ ວິລະບູລຸດຜູ້ພິລາດອາດຫານ ຈະຍັງ ຄົງຍືນຍົງຢູ່ໃນດວງໃຈຂອງປະຊາຊົນລາວ ຕະຫຼອດໄປ!!
ບັ້ນຮົບປ້ອງກັນຕົວເມືອງທ່າແຂກແມ່ນໜຶ່ງໃນບັ້ນຮົບຕໍ່ສູ້ທີ່ ສໍາຄັນທີ່ສຸດຢູ່ປະເທດເຮົາ, ມັນບໍ່ພຽງແຕ່ເປັນ “ວັນຄຽດແຄ້ນ” ຂອງປະຊາຊົນລາວຕໍ່ພວກລ່າເມືອງຂຶ້ນຜູ້ຮຸກຮານທໍ່ນັ້ນ, ແຕ່ຫາກຍັງເປັນວັນສາມັກຄີຕໍ່ສູ້ທີ່ ອາດຫານຊານໄຊ, ເດັດຂາດບໍ່ຍອມຈໍານົນຂອງກອງທັບລາວອິດສະຫຼະສົມທົບກັບກໍາລັງທະຫານຫວຽດນາມ ແລະ ປະຊາ ຊົນເມືອງທ່າແຂກພາຍໃຕ້ການບັນຊາປີຊາສາມາດ ແລະ ພິລະອາດຫານຂອງຄະນະກອງບັນຊາການກໍາລັງປະກອບອາວຸດ ພວກເຮົາ ໂດຍແມ່ນປະທານ ສຸພານຸວົງ ເປັນຜູ້ນໍາໜ້າ. ເຫດການວັນທີ 21 ມີນາໄດ້ຝັງເລິກ ໃນຄວາມຊົງຈໍາຂອງປະຊາຊົນລາວທີ່ຮັກຊາດ ແລະ ຖືກຈາລຶກ ໄວ້ຢູ່ໃນປະຫວັດສາດຂອງຊາດ ລາວເຮົາໄປຊົ່ວກາລະນານ. ນໍ້າ ໃຈວັນທີ 21 ມີນາ ບັ້ນຮົບເມືອງ ທ່າແຂກໄດ້ຮັບການເສີມຂະຫຍາຍຂຶ້ນສູ່ກະແສສູງໃນຊຸມປີ ຕໍ່ໆມາແຫ່ງການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ ແລະ ກາຍເປັນຂະບວນການຕໍ່ສູ້ອັນເດັດຂາດມີໄຊ, ໄດ້ສ້າງວີລະກໍາອັນລໍ້າເລີດແຫ່ງການຕໍ່ສູ້ປົດປ່ອຍປະເທດຊາດ ຢ່າງສົມບູນ ແລະ ສ້າງຕັ້ງສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວຂຶ້ນໃນວັນທີ 2 ທັນວາ 1975.
ເມື່ອຫວນຄືນປະຫວັດສາດ ຂອງວັນຄຽດແຄ້ນ 21 ມີນາ ສະມາຊິກພັກ-ພະນັກງານ ແລະ ປະຊາຊົນລາວບັນດາເຜົ່າພວກເຮົາຍິ່ງມີຄວາມຈົດຈໍາລໍ້າລຶກ ແລະ ມີຄວາມກະຕັນຍູຮູ້ບຸນຄຸນ ແລະ ຄຸນງາມຄວາມດີຂອງນັກຮົບປະຕິວັດຜູ້ເສຍສະຫຼະໃນບັ້ນຮົບປ້ອງກັນຕົວເມືອງທ່າແຂກ. ການກຳນົດເອົາວັນທີ 21 ມີນາ ຂອງທຸກໆປີເປັນວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອຊາດ, ເປັນວັນແຫ່ງການສະແດງ ຄວາມກະຕັນຍູຮູ້ບຸນຄຸນຕໍ່ນັກຮົບຜູ້ທີ່ເສຍສະຫຼະຊີວິດເພື່ອຊາດ ແລະ ການປະຕິວັດກໍຄືເພື່ອອະ ນາຄົດທີ່ສົດໃສຂອງພວກເຮົາ. ສະນັ້ນ, ພະນັກງານ, ທະຫານ-ຕໍ່າຫຼວດ ແລະ ປະຊາຊົນຊັ້ນຄົນຕ່າງໆທີ່ເປັນເຈົ້າຂອງປະເທດຊາດທຸກໆຄົນຈົ່ງຈົດຈໍາລໍ້າລຶກ ແລະ ສະແດງພະລັງແຫ່ງຄວາມ ຮັກຊາດຕິດພັນກັບການຮັກລະບອບໃໝ່ລະບອບປະຊາທິປະໄຕ ປະຊາຊົນ. ໃຫ້ຄວາມເຄົາລົບນັບຖື ແລະ ໃຫ້ການສະໜັບສະໜູນ ຊ່ວຍເຫຼືອແກ່ອະດິດພະນັກງານ-ນັກຮົບປະຕິວັດຜູ້ທີ່ຜ່ານ ຂະບວນການຕໍ່ສູ້ເສຍສະຫຼະທີ່ ຜ່ານມາ ແລະ ຄອບຄົວຂອງເຂົາເຈົ້າ, ປຸກລະດົມຊຸກຍູ້ໃຫ້ທຸກຄົນ ເຂົ້າຮ່ວມຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາຢ່າງເປັນເຈົ້າການຕາມໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນເພື່ອ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ.
ຂໍ້ມູນ: Sengaloun Sayalath