Homeຂ່າວພາຍ​ໃນ8 ເດືອນຕົ້ນປີລົດໄຟລາວ-ຈີນ ຂົນສົ່ງສິນຄ້າໄດ້ 3 ລ້ານກວ່າໂຕນ

8 ເດືອນຕົ້ນປີລົດໄຟລາວ-ຈີນ ຂົນສົ່ງສິນຄ້າໄດ້ 3 ລ້ານກວ່າໂຕນ

Published on

ໃນໄລຍະ 8 ເດືອນກວ່າ ຂອງຕົ້ນປີ 2023 ນີ້, ລົດໄຟ ລາວ-ຈີນ ສາມາດຂົນ ສົ່ງສິນຄ້າໄດ້ 3.101.400 ໂຕນ, ທຽບໃສ່ໄລຍະດຽວກັນຂອງປີທີ່ຜ່ານມາ ເພີ່ມຂຶ້ນ 138%, ສະເລ່ຍ 11.928 ໂຕນ/ມື້, ຂົນສົ່ງສູງສຸດ 15.250 ໂຕນ/ມື້.

ທ່ານ ອານົງເດດ ເພັດໄກສອນ ຮອງຜູ້ອໍານວຍການ ບໍລິສັດທາງລົດໄຟລາວ-ຈີນ ໃຫ້ສໍາພາດຕໍ່ສື່ມວນຊົນລາວ-ຈີນ ເມື່ອບໍ່ດົນນີ້ວ່າ: ນັບແຕ່ເດືອນມັງກອນ ຮອດວັນທີ 17 ກັນ ຍາ 2023 ນີ້, ລົດໄຟ ລາວ-ຈີນ ສາມາດຂົນສົ່ງສິນຄ້າ ບັນລຸ 3.101.400 ໂຕນ. ໃນນັ້ນ, ສິນຄ້າຕົ້ນຕໍ ປະກອບມີ: ໝາກໄມ້, ແປ້ງມັນຕົ້ນ, ເຂົ້າບາເລ, ຢາງພາລາ, ເບຍ, ແຮ່ເຫລັກ, ຫີນຢົກ ແລະ ປຸ໋ຍເຄມີ; ສິນຄ້າທີ່ສົ່ງຈາກ ສປ ຈີນ ມາ ສປປ ລາວ ມີ 344.700 ໂຕນ ແລະ ສິນຄ້າ ທີ່ສົ່ງຈາກລາວ ໄປຈີນ 2.752.200 ລ້ານໂຕນ.

ການຂົນສົ່ງສິນຄ້າ ນັບແຕ່ມື້ເປີດດຳເນີນການ ມາຮອດວັນທີ 17 ກັນຍາ 2023 ນີ້, ສາມາດສົ່ງອອກສິນຄ້າໄດ້ 5.381.900 ໂຕນ, ສະເລ່ຍ 8,229 ໂຕນ/ມື້ ແລະ ຂົນສົ່ງສິນຄ້າໄດ້ສູງສຸດ 15,250 ໂຕນ/ມື້. ປະເພດສິນຄ້າຕົ້ນຕໍປະກອບມີ: ໝາກໄມ້, ແປ້ງມັນຕົ້ນ, ເຂົ້າບາເລ, ຢາງພາລາ, ເບຍ, ແຮ່ເຫລັກ, ແຮ່ເຫລັກເຂັ້ມຂຸ້ນ ແລະ ປຸ໋ຍເຄມີ, ສິນຄ້າທີ່ສົ່ງຈາກຈີນມາລາວ 770.900 ໂຕນ ແລະ ສິນຄ້າທີ່ສົ່ງຈາກລາວໄປຈີນ 4.560.800 ໂຕນ.

ທ່ານ ອານົງເດດ ເພັດໄກສອນ ໃຫ້ຮູ້ອີກວ່າ: ສຳລັບ ການຂົນສົ່ງຜູ້ໂດຍສານ ນັບແຕ່ມື້ເປີດດຳເນີນການທາງລົດໄຟ ມາຮອດ ວັນທີ 17 ກັນຍາ 2023 ໄດ້ຂົນສົ່ງຜູ້ໂດຍສານ ໄດ້ທັງໝົດ 3.197.600 ຄົນ, ສະເລ່ຍ 4.889 ຄົນ/ມື້ ແລະ ສະຖິຕິສູງສຸດ 10.197ຄົນ/ມື້. ສະເພາະປີ 2023 ມາຮອດວັນທີ 17 ກັນຍາ ຂົນສົ່ງຜູ້ໂດຍສານໄດ້ 1.759.900 ເທື່ອຄົນ, ທຽບໃສ່ໄລຍະດຽວກັນຂອງປີ 2022 ເພີ່ມຂຶ້ນ 103,7%, ຂົນສົ່ງໂດຍສານສະເລ່ຍ 6.768 ຄົນ/ມື້.

ສຳລັບ ຜູ້ໂດຍສານຂ້າມແດນ, ນັບແຕ່ໄດ້ເປີດດຳເນີນການຂະບວນລົດໄຟຂ້າມແດນ ໃນວັນທີ 13 ເມສາ ເປັນຕົ້ນມາ ຂົນສົ່ງຜູ້ໂດຍສານ ບັນລຸໄດ້ 61.698 ຄົນ. ໃນນັ້ນ, ຈຳນວນຜູ້ໂດຍສານເດີນທາງອອກນອກປະເທດ 31.781 ຄົນ, ສະເລ່ຍ 201 ຄົນ/ມື້ ແລະ ຜູ້ໂດຍສານທີ່ເດີນທາງເຂົ້າມາລາວ 29.917 ຄົນ, ສະເລ່ຍ 190 ຄົນ/ມື້.

ແຫຼ່ງຂ່າວ ປະເທດລາວ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...