6 ພຶດຕິກໍາທີ່ທໍາລາຍຕັບ ຢ່າງຮຸນແຮງ!!

0
5481

ໃນທຸກໆວັນ ຄົນເຮົາຕ້ອງປະເຊີນກັບບັນຫາສານພິດ, ມົນລະພາວະຫຼາກຫຼາຍ ທຸກຢ່າງເມື່ອໄດ້ເຂົ້າສູ່ຮ່າງກາຍ ຍ່ອມສົ່ງຜົນເສຍ ເປັນອັນຕະລາຍຕໍ່ສຸຂະພາບ ແຕ່ໂຊກດີທີ່ຮ່າງກາຍຂອງຄົນເຮົາ ມີວິທີການໃນການກຳຈັດສານພິດເຫຼົ່ານີອອກໄປ ໂດຍຕັບມີໜ້າທີ່ສຳຄັນຫຼາຍນອກຈາກຜະລິດພະລັງງານແລ້ວ ຍັງກຳຈັດສານພິດໃນຮ່າງກາຍອີກດ້ວຍ. ດັ່ງນັ້ນ ໃນແຕລະມື້ຕັບຕ້ອງໄດ້ເຮັດວຽກໜັກ ຍິ່ງເຮົາປະເຊີນກັບສານພິດຫຼາຍເທົ່າໃດ ຕັບກໍຕ້ອງເຮັດວຽກໜັກຫຼາຍຂຶ້ນ ແຕ່ກໍເປັນອະໄວຍະວະທີ່ຖືກປ່ອຍປະ ບໍ່ເບິ່ງແຍງຮັກສາ ເພາະພຶດຕິກຳບາງຢ່າງທີ່ເຮົາເຮັດຢູ່ຕະຫຼອດ ໂດຍບໍ່ຮູ້ໂຕ, ດົນເທົ່າໃດຕັບກໍຍິ່ງເສື່ອມສະພາບ ຕັບຈະເຮັດວຽກໄດ້ບໍ່ດີເທົ່າທີ່ຄວນ ສານພິດຈະສະສົມໃນຮ່າງກາຍ ແລະຕັບ ສົ່ງຜົນໃຫ້ສຸຂະພາບບໍ່ສະບາຍ ພະຍາດຕ່າງໆຈະເກີດຂຶ້ນກັບໂຕເຮົາ. ດັ່ງນັ້ນ ຫາກບໍ່ຢາກຈະທຳລາຍຕັບອີກຕໍ່ໄປ ຕ້ອງຫຼີກລຽງພຶດຕິກຳດັ່ງຕໍ່ໄປນີ້:

  1. ນອນເດິກຕື່ນສວາຍ: ເວລາການນອນຫຼັບນັ້ນ ເປັນເວລາທີ່ຮ່າງກາຍໄດ້ພັກຜ່ອນ ແລະທີ່ສຳຄັນຮ່າງກາຍຈະກຳຈັດສິ່ງເສດເຫຼືອຈາກອະໄວຍະວະຕ່າງໆ ຂອງຮ່າງກາຍ ໂດຍຂະບວນການຈະເລີ່ມຂຶ້ນຕັ້ງແຕ່ຊ່ວງເວລາ 9 ໂມງແລງ- 7 ໂມງເຊົ້າ ເຊິ່ງຖ້າເຮົາບໍ່ນອນ ລະບົບກໍຈະເຮັດວຽກໄດ້ບໍ່ເຕັມທີ່ ຈົນເກີດການສະສົມໃນຮ່າງກາຍເປັນຈຳນວນຫຼວງຫຼາຍ ຈົນເຮັດໃຫ້ເຄມີໃນຮ່າງກາຍຜິດປົກກະຕິໄດ້
  2. ກິນອາຫານປະເພດຈືນ ແລະມັນຫຼາຍ: ໂດຍປົກກະຕິແລ້ວ ຖ້າເຮົາກິນອາຫານຫຼາຍເກີນໄປ ຈະເຮັດໃຫ້ຕັບເຮົາເຮັດວຽກໜັັກຢູ່ແລ້ວ ເພາະໄດ້ຮັບສານອາຫານຈຳນວນຫຼາຍ ໂດຍສະເພາະອາຫານທີ່ຈືນ ແລະມັນຫຼາຍ ນັ້ນເຕັມໄປດ້ວຍໄຂມັນ ຕັບຈຶ່ງເຮັດວຽກໜັກຫຼາຍຂຶ້ນຫຼາຍ ເຊິ່ງເປັນສາເຫດໜຶ່ງຂອງພະຍາດຕັບແຂງ ແລະມະເຮັງຕັບໄດ້
  3. ກິນເຄື່ອງດື່ມມີທາດເຫຼົ້າຫຼາຍເກີນໄປ: ເຄື່ອງດື່ມທີ່ມາທາດເຫຼົ້າທຸກຊະນິດ ຫາກກິນຫຼາຍ ກິນເປັນປະຈຳ ຖືເປັນສາເຫດຫຼັກຂອງການທຳລາຍຕັບ ເພາະພິດຈາກເຫຼົ້າໄປສະສົມຢູ່ທີ່ຕັບ, ແຕ່ບໍ່ພຽງເທົ່ານັ້ນ ການກິນແຕ່ລະຄັ້ງກໍກັບເດິກຢູ່ສະເໝີ ກວ່າຈະໄດ້ນອນກໍເດິກຫຼາຍແລ້ວ ເປັນການລວມສາເຫດການທຳລາຍຕັບຂອງເຈົ້າ ພຶດຕິກຳນີ້ ຍັງເຮັດໃຫ້ເກີດພະຍາດໄວລັດຕັບອັກເສບໄດ້ ໄຂມັນສະສົມໃນຕັບ ຫຼືໄຂມັນພອກຕັບ ແລະອາການຕັບແຂງ ເນື່ອງຈາກເປັນກິດຈະກຳທີ່ຕັບຕ້ອງຮັບພາລະໜັກໃນການຂັບສານພິດອອກຈາກຮ່າງກາຍ
  4. ກິນຢາເປັນປະຈຳ: ເຮັດໃຫ້ຕັບເຮັດວຽກໜັັກກວ່າປົກກະຕິ ເພາະຢາຄືສານສັງເຄາະ ສານເຄມີຊະນິດໜຶ່ງ ອີກທັງຢາທີ່ຈຳເປັນບາງຊະນິດມີຜົນຂ້າງຄຽງຕໍ່ຕັບ ໂດຍສະເພາະຢາປາລາ ແລະຢາຮັກສາມະເລັງ, ສານສັງເຄາະບາງຊະນິດເປັນຢາ ອາດກາຍເປັນພິດຕໍ່ຕັບໄດ້
  5. ສູບຢາ: ອົງການອະນາໄມໂລກ ເປີດເຜີຍຂໍ້ມູນທີ່ໜ້າສົນໃຈວ່າ ໃນຄວັນຢາສູບ ມີສານ ນິໂຕຕິນ (ສານເສບຕິດ), ສານເຄມີ 7.000 ຊະນິດ, ສານພິດ ຫຼາຍກວ່າ 250 ຊະນິດ ແລະສານກໍ່ມະເຮັງ ຫຼາຍກວ່າ 70 ຊະນິດ, ສູບຢາດົນເທົ່າໃດ ສານພິດທີ່ຢູ່ຄວັນຢາສູບຍິ່ງເຂົ້າສູ່ຕັບຫຼາຍຂຶ້ນ
  6. ຄວາມຕຶງຄຽດ: ເມື່ອເຮົາເກີດຄວາມຕຶງຄຽດ ຕັບຂອງເຮົາກໍຈະເຮັດວຽກຜິດປົກກະຕິ ເຮັດໃຫ້ໝາກໄຂ່ຫຼັງ ຜິດຜະລິດໂຮໂມນຄໍຕິຊອນ (cortisol) ຫຼືເອີ້ນວ່າໂຮໂມນຄວາມຕຶງຄຽດ ໂດຍໂຮໂມນຊະນິດນີ້ ເປັນຕົ້ນເຫດເຮັດໃຫ້ຕັບຜະລິດນໍ້າຕານກຼູໂຄສ ຫຼາຍຂຶ້ນ ເຊິ່ງນໍ້າຕານຊະນິດນີ້ໃຫ້ພະລັງສູງ ເຖິງວ່າຈະສາມາດດູດຊຶມກັບມາໄດ້ ໂດຍບໍ່ເກີດການເສຍຫາຍໃດໆ ໃນຮ່າງກາຍ ແຕ່ມັນກໍເພີ່ມຄວາມສ່ຽງພະຍາດເບົາບານ ທີ່ເກີດພາວະນໍ້າຕານໃນເລືອດສູງໄດ້ເຊັ່ນດຽວກັນ ແຕ່ກໍບໍພຽງເທົ່ານັັ້ນ ເພາະຄວາມຕຶງຄຽດອາດເຮັດໃຫ້ເຈົ້ານອນບໍ່ຫຼັບ ຫຼືກິນອາຫານຫຼາຍຂຶ້ນໄດ້ ຄວາມຕຶງຄຽດທີ່ເກີດຂຶ້ນ ຈຶ່ງສົ່ງຜົນຮ້າຍຕໍ່ຕັບໄດ້ຫຼາຍທີ່ສຸດ.

 ທີ່ມາ: kaijew

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ