spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມ5 ສັນຍານເຕືອນວ່າ ມະເຮັງລຳໄສ້ຈະມາ

5 ສັນຍານເຕືອນວ່າ ມະເຮັງລຳໄສ້ຈະມາ

Published on

ມະເຮັງລຳໄສ້ແລະມະເຮັງຮູທວານໜັກ ນັບມືື້ພົບວ່າມີຄົນເປັນຫຼາຍຂຶ້ນ ດັ່ງນັ້ນ, ເຮົາຕ້ອງກວດກາຮ່າງກາຍຂອງເຮົາຢູ່ສະເໝີວ່າ ມີສັນຍານເຕືອນເຫຼົ່ານີ້ຫຼືບໍ່?

⚠ ສັນຍານທີ 1 ປວດທ້ອງເປັນໄລຍະໆ ຕາມຈັງຫວະການບີບໂຕຂອງລຳໄສ້ ເນື່ອງຈາກອາຈົມຜ່ານຕຳແໜ່ງທີ່ມີເນື້ອງອກໄດ້ຍາກລຳບາກກວ່າປົກກະຕິ.

⚠ ສັນຍານທີ 2 ມີອາການທ້ອງຜູກຕໍ່ເນື່ອງຫຼາຍວັນ ເພາະຮູຂອງລຳໄສ້ໃຫຍ່ແຄບລົງຈາກກ້ອນເນື້ອງອກທີ່ໃຫຍ່ໃນລຳໄສ້ ສະຫຼັບກັບການຖ່າຍໜັກແຫຼວລັກສະນະມີມູກ ທີ່ເກີດຈາກເຊວມະເຮັງຈຳນວນຫຼາຍປົນມານຳ.

⚠ ສັນຍານທີ 3 ອາຈົມຈະເປັນມູກປົນເລືອດ

⚠ ສັນຍານທີ 4 ໃນໄລຍະທີ່ອາຈົມບໍ່ເປັນມູກແຫຼວ ຖ້າສັງເກດຂະໜາດຂອງກ້ອນອາຈົມຈະພົບວ່າ ຂະໜາດນ້ອຍລົງເລື້ອຍໆ

⚠ ສັນຍານທີ 5 ຮູ້ສຶກຢາກເຂົ້າຫ້ອງນໍ້າຢູ່ຕະຫຼອດເວລາ ແຕ່ຖ່າຍແລ້ວບໍ່ຄ່ອຍມີຫຍັງອອກມາ ເນື່ອງມາຈາກມີກ້ອນເນື້ອງອກໃນທວານໜັກ ຮ່າງກາຍຈຶ່ງເຂົ້າໃຈວ່າເປັນອາຈົມເຮັດໃຫ້ປວດຖ່າຍໜັກຕະຫຼອດເວລາ

ໃຜມີອາການຕາມສັນຍານເຕືອນແບບນີ້ ຢ່າຢູ່ເສີຍໆເດີ ພວກເຮົາຂໍແນະນຳໃຫ້ໄປພົບແພດເພື່ອກວດກາໃຫ້ລະອຽດດ່ວນໆ ເລີຍ.

ຂອບໃຈຂໍ້ມູນຈາກ: ຫິຼນຈືມິນ ປະເທດລາວ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...