spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມ5 ວິທີດູແລສຸຂະພາບງ່າຍໆ ດ້ວຍຕົວທ່ານເອງ

5 ວິທີດູແລສຸຂະພາບງ່າຍໆ ດ້ວຍຕົວທ່ານເອງ

Published on

ສຸຂະພາບທີ່ດີສາມາດສ້າງໄດ້ ຖ້າເຮົາຕັ້ງໃຈຈະປ່ຽນຕົນເອງເປັນຄົນໃໝ່ ປັບປ່ຽນວິຖີຊີວິດແລະອາຫານການກິນຂອງທ່ານໂດຍການພະຍາຍາມຫຼຸດຕົ້ນເຫດທີ່ເຮັດໃຫ້ສຸຂະພາບຂອງພວກເຮົາສຸດໂຊມ. ບໍ່ວ່າຈະເປັນການເສບຕິດສື່ສັງຄົມ ຂາດເວລາອອກກຳລັງກາຍ ມື້ນີ້ທີມງານລາວໂພສມີ 5 ວິທີງ່າຍໆໃນການດູແລສຸຂະພາບທີ່ຢາກບອກຕໍ່. ຖ້າທ່ານໄດ້ປະຕິບັດຕາມ ຮັບຮອງວ່າສຸຂະພາບຂອງເຈົ້າດີຂຶ້ນແນ່ນອນ.

1.ການເລືອກຮັບປະທານອາຫານ                                                                                               ອາຫານແມ່ນຫນຶ່ງໃນປັດໃຈສໍາຄັນທີ່ສຸດສໍາລັບຮ່າງກາຍ. ການຈະເກີດມີຜົນດີຫຼືບໍ່ດີ ມັນຂຶ້ນກັບການເລືອກຮັບອາຫານທີ່ເໝາະສົມ. ເພື່ອໃຫ້ຮ່າງກາຍໄດ້ຮັບການພັດທະນາແລະສ້ອມແປງໃນສ່ວນຕ່າງໆເພາະວ່າສຸຂະພາບທີ່ດີສາມາດສ້າງໄດ້ ພວກເຮົາພຽງແຕ່ເລີ່ມຕົ້ນເລືອກອາຫານທີ່ເປັນປະໂຫຍດ ແລະ ຫຼຸດຜ່ອນອາຫານທີ່ມີແຄເລີຣີ່ສູງ, ຂອງທອດ, ປິ້ງ, ຫຼືອາຫານທີ່ມີໄຂມັນຫຼາຍ ເພາະຖ້າຫາກຮ່າງກາຍເຜົາຜານບໍ່ໝົດຈະກາຍເປັນໄຂມັນທີ່ສະສົມໃນຮ່າງກາຍໃນທີ່ສຸດ, ທາງທີ່ດີຄວນຮັບປະທານອາຫານໃຫ້ຄົບ 5 ໝູ່ໃນປະ/ິມານທີ່ເໝາະສົມ ເລືອກຮັບປະທານແຕ່ອາຫານທີ່ມີປະໂຫຍດ.

2. ບໍລິຫານສະໝອງ                                                                                                  ການອອກກໍາລັງກາຍສະຫມອງແມ່ນຫນຶ່ງໃນ 5 ວິທີການດູແລສຸຂະພາບທີ່ສາມາດຊ່ວຍໃຫ້ສຸຂະພາບຂອງທ່ານແຂງແຮງໄດ້ ລອງຫາເກມຝຶກສະໝອງມາຫຼິ້ນເຊັ່ນ: ເກມອັກສອນໄຂວ, ເກມຈື່ຕຳແໜ່ງຮູບ, ເກມຈັບຜິດ ຫຼື ເກມມາກຮຸກຈີນ ແລະ ຄວນຫັນມາຮັບປະທານໝາກໄມ້ເຊັ່ນໝາກກ້ຽງ, ໝາກອາງຸ່ນ, ໝາກສະຕໍເບີລີ້ ໝາກໄມ້ຈຳພວກນີ້ມີສານຊ່ວຍຕ້ານອານຸມູນອິດສະຫຼະ ຫຼຸດອາການ ຫຼົງ-ລືມ ຫຼື ສຽງຫົວສາມາດຊ່ວຍໃຫ້ເລືອດໄຫຼດີຂຶ້ນ ເພາະຮ່າງກາຍຈະຫຼັ່ງສານເຄມີໃນລະບົບປະສາດທີ່ຜ່ອນຄາຍ ນີ້ຈະສົ່ງຜົນດີຕໍ່ຮ່າງກາຍ, ຈິດໃຈ, ແລະ ຄົນອ້ອມຂ້າງຈະມີຄວາມສຸກເຊັ່ນດຽວກັນ.

3. ພັກຜ່ອນຈາກການໃຊ້ສື່ສັງຄົມ                                                                                            ທຸກມື້ນີ້, ບໍ່ວ່າເຈົ້າຈະຫັນໄປທາງໃດຫຼືເຮັດຫຍັງ, ຕ້ອງເແບ່ງປັນຂໍ້ມູນເພື່ອບໍ່ໃຫ້ພາດເຫດການທີ່ສໍາຄັນ, ເຊິ່ງຖ້າໃຊ້ໃນປະລິມານທີ່ເຫມາະສົມຈະໃຫ້ຜົນໄດ້ຮັບທີ່ດີ, ແຕ່ຖ້າເຮົາໃຊ້ຫຼາຍເກີນໄປນອກຈາກຈະຕິດຫຼາຍແລ້ວ ຍັງເຮັດໃຫ້ກ້າມເນື້ອດວງຕາເມື່ອຍລ້າ ຫຼື ຕາແຫ້ງ ເພາະຕ້ອງແນມໜ້າຈໍເປັນເວລາດົນ ອາດເກີດໃຫ້ມີອາການເບີ, ຕາມົວ ຫຼື ສາຍຕາສັ້ນໄດ້ທາງທີ່ດີຄວນພັກສາຍຕາ ແລະ ບໍລິຫານສາຍຕາຂອງເົຮານຳເຊັ່ນ: ກະພິບຕາ ແນມໄປມາ ເພື່ອປ້ອງກັນາແຫ້ງ ຫຼື ແນມໄປຫາວັດຖຸທີ່ຢູ່ໄກ ກໍຈະຊ່ວຍຜ່ອນຄາຍດວງຕາລົງໄດ້ ແລະ ຖ້າຫຼຸດໂຊຊ້ຽວລົງກໍຈະຊ່ວຍໃຫ້ຄຽດຈາກການເສບຂ່າວ ສຸຂະພາບຈິດດີຂຶ້ນ.

4. ການອອກກຳລັງກາຍ                                                                                                        ໃນ 5 ວິທີດູແລສຸຂະພາບ ການອອກກຳລັງກາຍອາດເປັນສິ່ງທີ່ຍາກທີ່ສຸດສຳລັບຫຼາຍໆຄົນ, ແຕ່ການອອກກຳລັງກາຍມີປະໂຫຍດຫຼາຍກວ່າທີ່ເຮົາຄິດ. ເພາະນອກຈາກຈະມີສຸຂະພາບດີແລ້ວ ອາໄວຍະວະພາຍໃນຮ່າງກາຍຈະເຮັດວຽກໄດ້ຢ່າງມີປະສິດທິພາບແລ້ວ ຍັງເຮັດໃຫ້ເຮົາມີພູມຕ້ານທານຫ່າງໄກ ໂຣກໄພຕ່າງໆ ສຸຂະພາບຈິດກໍຈະດີໄປດ້ວຍ ດັ່ງນັ້ນເຮົາຄວນອອກກຳລັງກາຍຢ່າງນ້ອຍມື້ລະ 30 ນາທີຫຼັງເລີກວຽກ ລອງຍ່າງອອກກຳລັງກາຍທີ່ສວນສາທາລະນະໃກ້ບ້ານ, ແລ່ນ ຫຼື  ຄາດີໂອ ກໍລ້ວນແຕ່ເຮັດໃຫ້ຮ່າງກາຍມີສຸຂະພາບທີ່ດີຂຶ້ນທັງນັ້ນ ແຕ່ຖ້າໃຜບໍ່ມີເວລາອອກກຳລັງກາຍ ການເຮັດວຽກເຮືອນກໍຊ່ວຍໄດ້ຄືກັນເຊັ່ນ: ເຮັດສວນ, ກວາດບ້ານ, ຖູບ້ານ, ລ້າງລົດ, ກໍຖືວ່າເປັນການອອກກຳລັງກາຍພາຍໃນໂຕແລະ ເຮັດໃຫ້ບ້ານມີຄວາມສະອາດຮຍບຮ້ອຍອີກດ້ວຍ.

5. ພັກຜ່ອນໃຫ້ພຽງພໍ                                                                                                    ສຸຂະພາບທີ່ດີເຮັດໄດ້ງ່າຍໆ ພຽງແຕ່ເຮົານອນຫຼັບພັກຜ່ອນຢ່າງພຽງພໍ ດັ່ງນັ້ນເມື່ອເຮົາເຮັດກິດຈະວັດຕ່າງໆ ໃນແຕ່ລະມື້ຮຽບຮ້ອຍແລ້ວ ການພັກຜ່ອນທີ່ດີທີ່ສຸດຄືການນອນ ເພາະຮ່າງກາຍຈະໄດ້ ສ້ອມແປງ ແລະ ຟຶ້ນຟູໄດ້ຢ່າງເຕັມທີ່ ຄວນນອນໃຫ້ຄົບ 8 ຊົ່ວໂມງ ແລະ ນອນເປັນເວລາ ເພາະຖ້ານອນເດິກເກີນໄປ ຮ່າງກາຍອາດເມື່ອຍລ້າໄດ້.

ພຽງແຕ່ 5 ວິທີງ່າຍໆໃນການດູແລສຸຂະພາບຂອງທ່ານ ພຽງເທົ່ານີ້ກໍ່ສາມາດເຮັດໃຫ້ສຸຂະພາບແຂງແຮງຂຶ້ນໄດ້, ມັນອາດຈະໃຊ້ຄວາມພະຍາຍາມໃນຕອນທຳອິດ ແຕ່ຂ້າພະເຈົ້າສາມາດຮັບປະກັນທ່ານວ່າ ຄວາມພະຍາຍາມແມ່ນບໍ່ເສຍເປົ່າແນ່ນອນ ຖືວ່າເປັນກໍາໄລດ້ວຍຊໍ້າ ທີ່ສຸຂະພາບທີ່ດີສາມາດສ້າງໄດ້ ຢາກຮູ້ວ່າດີປານໃດຕ້ອງລອງ!

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...