ປ່າເຢັ່ງຊາ ລໍ່ ກຽມເດີນທາງໄປຮ່ວມງານໃນຫຼາຍປະເທດ

0
3550

ປ່າເຢັ່ງຊາ ລໍ່ Miss Universe Laos 2022 ໃຫ້ສຳພາດໃນງານເປີດໂຕ Miss Universe Laos 2023 ເມື່ອບໍ່ດົນມານີ້ວ່າ ກຽມເດີນທາງໄປປະເທດຝຣັ່ງ ຈີນ ແລະ ອາເມຣິກາ.

ປ່າເຢັ່ງຊາ ກ່າວເພີ່ມວ່າ: ໃນການໄປປະເທດຕ່າງໆກໍມີຈຸດປະສົງຄື ໄປຝຣັ່ງແມ່ນໄປເດີນພົມແດງທີ່ເມືອງຄານ ໄປປະເທດຈີນກໍເພື່ອຮ່ວມງານ National Festival ສ່ວນການໄປອາເມຣິກາແມ່ນການໄປໃຫ້ແຮງບັນດານໃຈ ພ້ອມທັງພົບກັບນ້ອງໆແຕ່ລະໂຮງຮຽນ ແລະ ພົບປະຜູ້ຄົນໃນບັນດາງານຕ່າງໆ.

ຢ່າງໃດກໍຕາມ ບັນດາມວນຊົນກໍຍັງຖ້າຕິດຕາມຜົນງານຂອງ ປ່າເຢັ່ງຊາ ຕໍ່ໄປວ່າງານຕ່າງໆທີ່ຈະໄປນັ້ນເປັນແບບໃດ.