ປະຊາຊົນຣັດເຊຍແຫ່ກັນອອກຈາກຊາຍແດນປະເທດ ຫຼັງປູຕິນອອກຄຳສັ່ງເກນທະຫານເພີ່ມ

0
746

ປະຊາຊົນຣັດເຊຍແຫ່ກັນໄປຊາຍແດນຂ້າມປະເທດ ຈົນຕ້ອງໄດ້ຕໍ່ຄິວຍາວຢຽດຫຼາຍຊົ່ວໂມງເພື່ອໜີອອກຈາກປະເທດ ຫຼັງຈາກທີ່ ທ່ານ ວະລາດິເມຍ ປູຕິນ ອອກຄຳສັ່ງລະດົມກຳລັງສຳຮອງເພື່ອເຂົ້າຮ່ວມສົງຄາມໃນຢູເຄຣນ.

ການລຽນແຖວຕໍ່ຄິວໃນຊາຍແດນຣັດເຊຍ

ສຳນັກຂ່າວ ABC Australia ໄດ້ລາຍງານວ່າ: ມີລົດຈຳນວນຫຼາຍເຂົ້າຄິວບໍລິເວນຊາຍແດນຣັດເຊຍ ເພື່ອອອກນອກປະເທດ ຫຼັງຈາກ ທ່ານ ວະລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍ ໄດ້ມີຄຳສັ່ງໃຫ້ລະດົມກຳລັງທະຫານບາງສ່ວນເພື່ອໄປເສີມກອງກຳລັງທະຫານຂອງຣັດເຊຍໃນຢູເຄຣນ ໃນວັນພຸດທີ່ຜ່ານມານີ້ ເຊິ່ງເຮັດໃຫ້ມີຜູ້ທີ່ຖືກເອີ້ນໂຕໄປຫຼາຍເຖິງ 300.000 ຄົນ.

ລັດຖະບານຣັດຊຍ ລາຍງານວ່າ ຜູ້ຊາຍທີ່ສາມາດຕໍ່ສູ້ໄດ້ກຳລັງໜີຈາກການເອີ້ນໂຕໃນເທື່ອນີ້ ເປັນການກ່າວເກີນຄວາມຈິງ, ຢ່າງໃດກໍຕາມ ຮູບພາບ ແລະ ວິດີໂອຈາກປະຊາຊົນຣັດເຊຍທີ່ເຜີຍແຜ່ທາງອອນລາຍ ກໍເຮັດໃຫ້ເຮົາເຫັນວ່າ ບໍລິເວນຊາຍແດນທີ່ຕິດກັບຈໍເຈຍ ມີລົດຈຳນວນຫຼາຍເຂົ້າຄິວຍາວເພື່ອຖ້າຂ້າມຊາຍແດນ ລວມເຖິງຜູ້ທີ່ຕ້ອງການຫຼີກໜີຈາກສົງຄາມ ທັ້ງນີ້ຈໍເຈຍກໍເປັນປະເທດໜຶ່ງທີ່ຕິດຈອດກັບຣັດເຊຍ ແລະ ບໍ່ມີວິຊ່າກໍ່ສາມາດເຂົ້າປະເທດໄດ້.

ພາບຈາກປະຊາຊົນຣັດເຊຍໃນສະໜາມບິນ

ນອກຈາກການເດີນທາງດ້ວຍລົດແລ້ວ ປີ້ເຮືອບິນຂາອອກຈາກຣັດເຊຍທີ່ໄປເມືອງອິສຕັນບຣູ ປະເທດຕວກກີ ແລະ ເຢເລວານ ປະເທດອາເມເນຍ ກໍຂາຍໝົດຢ່າງໄວ ຫຼັງຈາກທີ່ປູຕິນໄດ້ປະກາດມາດຕະການດັ່ງກ່າວບໍ່ເທົ່າໃດຊົ່ວໂມງ ຂະນະທີ່ລາຄາປີ້ທີ່ເຫຼືອກໍ່ເພີ່ມຂຶ້ນຫຼາຍເທົ່າ.

ການຈັບກຸມຜູ້ປະທ້ວງໃນຣັດເຊຍ

ຄຳສັ່ງລະດົມກຳລັງທະຫານ ຍັງເຮັດໃຫ້ເກີດການປະທ້ວງຕາມເມືອງໃຫຍ່ໃນຫຼາຍເມືອງທົ່ວຣັດເຊຍໃນວັນອັງຄານ ຈຶ່ງເຮັດໃຫ້ມີຜູ້ຖືກຈັບກຸມຫຼາຍກວ່າ 1.300 ຄົນ.