ບົດຖະແຫຼງຂ່າວຂອງຄະນະສະເພາະກິດ ປະຈໍາວັນທີ 16 ມັງກອນ 2022

ວັນທີ 15 ມັງກອນ 2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊື້ອໂຄວິດ-19 ທັງໝົດ 3,273 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ກວດພົບເຊື້ອທັງໝົດ 538 ຄົນ (ຕິດເຊື້ອພາຍໃນ 531 ຄົນ ແລະ ນໍາເຂົ້າ 07 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊື້ອພາຍໃນໃໝ່ 531 ທັງໝົດ  ຄົນ ຈາກ 17ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້:

  • ນະຄອນຫຼວງ 180 ຄົນ
  • ຜົ້ງສາລີ 63 ຄົນ
  • ໄຊຍະບູລີ 37 ຄົນ
  • ຊຽງຂວາງ 35 ຄົນ
  • ອຸດົມໄຊ 31 ຄົນ
  • ຫຼວງພະບາງ 25 ຄົນ
  • ຫຼວງນໍ້າທາ 23 ຄົນ
  • ບໍລິຄໍາໄຊ 22 ຄົນ
  • ວຽງຈັນ 20 ຄົນ
  • ຫົວພັນ 20 ຄົນ
  • ຄໍາມ່ວນ 17 ຄົນ
  • ສາລະວັນ 13 ຄົນ
  • ບໍ່ແກ້ວ 12 ຄົນ
  • ເຊກອງ 11 ຄົນ
  • ຈໍາປາສັກ 6 ຄົນ
  • ອັດຕະປື 6 ຄົນ
  • ສະຫັວນນະເຂດ 5 ຄົນ
  • ໄຊສົມບູນ 5 ຄົນ

ສໍາລັບການຕິດເຊື້ອນໍາເຂົ້າ ມີ 07 ຄົນ ຈາກນະຄອນຫຼວງ 6 ຄົນ ແລະ ສະຫວັນນະເຂດ 1 ຄົນ ເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.

ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 124.731ກໍລະນີ, ອອກໂຮງໝໍວານນີ້ 135 ຄົນ , ກຳລັງປິ່ນປົວ 8,059 ຄົນ ແລະ ເສຍຊີວິດສະສົມທັງໝົດ 495 ຄົນ (ເສຍຊີວິດໃໝ່ 07 ຄົນ)

ສຳລັບຜູ້ເສຍຊີວິດໃໝ່ 07 ຄົນ ຈາກ: ນະຄອນຫຼວງ 03 ຄົນ, ຫຼວງພະບາງ 02 ຄົນ ແລະ ອຸດົມໄຊ 01 ຄົນ ແລະ ຫຼວງນໍ້າທາ 01 ຄົນ.