Homeຂ່າວຕ່າງປະເທດເກີດເຫດປະທ້ວງທີ່ກາຊັກສະຖານ ຍ້ອນລັດຖະບານຂຶ້ນລາຄາແກັສນໍ້າມັນເຮັດໃຫ້ປະຊາຊົນເດືອດຮ້ອນ

ເກີດເຫດປະທ້ວງທີ່ກາຊັກສະຖານ ຍ້ອນລັດຖະບານຂຶ້ນລາຄາແກັສນໍ້າມັນເຮັດໃຫ້ປະຊາຊົນເດືອດຮ້ອນ

Published on

ວັັນທີ 6 ມັງກອນ 2022 ສໍານັກຂ່າວ CNN ໄດ້ລາຍງານກ່ຽວກັບເຫດປະທ້ວງຮຸນແຮງທີ່ເກີດຂຶ້ນຢູ່ທີ່ເມືອງອັນມາດີ ເມືອງທີ່ໃຫຍ່ທີ່ສຸດຂອງປະເທດກາຊັກ ຕັ້ງແຕ່ວັນທີ 1 ມັງກອນ 2022 ເຮັດໃຫ້ມີຜູ້ເສຍຊີວິດແລ້ວຫຼາຍສິບຄົນ, ບາດເຈັບລວມພັນຄົນ ໂດຍໃນຈໍານວນດັ່ງກ່າວ ແມ່ນມີຕໍາຫຼວດທີ່ເສຍຊີວິດຢ່າງໜ້ອຍ 13 ຄົນ, ມີຜູ້ບາດເຈັບຈົນໄດ້ເຂົ້າໂຮງໝໍເກືອບ 400 ຄົນ ແລະ 62 ຄົນແມ່ນກໍາລັງປິ່ນປົວໃນຫ້ອງໄອຊີຢູ.

ການປະທ້ວງຢູ່ທີ່ກາຊັກສະຖານ ເລີ່ມຕົ້ນຂຶ້ນຫຼັງຈາກລັດຖະບານໄດ້ຂຶ້ນລາຄາແກັສນໍ້າມັນ (LPG) ໃນຊ່ວງຕົ້ນເດືອນທີ່ຜ່ານມາ ສົ່ງຜົນໃຫ້ປະຊາຊົນທີ່ຈໍາເປັນຕ້ອງໃຊ້ແກັສນໍ້າມັນດັ່ງກ່າວ ຮູ້ສຶກບໍ່ພໍໃຈ ແລະ ອອກມາປະທ້ວງຢ່າງຮຸນແຮງ ກ່ອນຈະເກີດແຮງຈຸງໃຈໃຫ້ເກີດການປະທ້ວງໃຫຍ່ ແລະ ລຸກລາມໄປຍັງເລື່ອງການເມືອງອື່ນໆ.

ການປະທ້ວງຍັງເກີດຂຶ້ນຢ່າງຕໍ່ເນື່ອງ ຫຼັງຈາກທີ່ຜ່ານໄປຫຼາຍມື້ ກຸ່ມທີ່ຕໍ່ຕ້ານລັດຖະບານກໍໄດ້ກໍ່ເຫດເຂົ້າໄປຍັງທີ່ພັກປະທານາທິບໍດີ ພ້ອມທັງຈູດໄຟເຜົາສໍານັກງານຢູ່ທີ່ເມືອງອັນມາຕິ ແລະ ຍັງຈຸດໄຟເຜົາລົດອີກຫຼາຍຄັນ ນອກຈາກນັ້ນຍັງໄດ້ພາກັນເຂົົ້າໄປກໍ່ເຫດພາຍໃນສະໜາມບິນອີກດ້ວຍ, ຂະນະ​ທີ່​ລັດຖະບານ ​ພະຍາຍາມ​ເຮັດ​ໃຫ້​ການ​ປະ​ທ້ວງ​ສະຫງົບ​ລົງ ໂດຍການປະກາດລາຄາແກັສ (LPG) ອີກຄັ້ງ ເປັນເວລາ 6 ເດືອນ ກ່ອນທີ່ລັດຖະບານຈະລາອອກທັງກຸ່ມ ແຕ່ກໍບໍ່ໄດ້ຜົນ.

ວັນທີ 6 ມັງກອນ ທີ່ຜ່ານມາ ຍັງມີການປະທະກັນລະຫວ່າງກຸ່ມຄົນປະທ້ວງກັບເຈົ້າໜ້າທີ່ເຊິ່ງໄດ້ໃຊ້ປືນຍິງເຂົົ້າໃສ່ຜູ້ທີ່ຊຸມນຸມ ແລະ ເກີດມີສຽງລະເບີດດັາງຂຶ້ນຫຼາຍຄັັ້ງ.

ອົງກອນສົນທິສັນຍາຄວາມໝັ້ນຄົງຮ່ວມ (Collective Security Treaty Organization: CSTO) ເຊິ່ງເປັນກຸ່ມພັນທະມິດທາງທະຫານລະຫວ່າງ ລັດຖະບານລັດເຊຍ, ເບລາລຸສ, ອາເມເນຍ, ກາຊັກສະຖານ, ສີກີສສະຖານ ແລະ ທາຈິກິສະຖານ ເປີດເຜີຍ ວັນທີ 6 ມັງກອນ ວ່າ ພວກເຂົາໄດ້ສົ່ງເຈົ້າໜ້າທີ່ຮັກສາຄວາມສະຫງົບຈາກລັດເຊຍໄປທີ່ກາຊັກສະຖານແລ້ວ ຕາມຄໍາຮຽກຮ້ອງຂອງປະທານາທິບໍດີ ຄັດຊິມ ໂຈມາດ ໂຕຄາເຢ ເພື່ອຄຸ້ມຄອງລັດຖະບານ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...