ປະຫວັດຜູ້ຕິດເຊື້ອໂຄວິດ-19 ແລະ ເສຍຊີວິດໃໝ່ ລາຍງານ ວັນທີ 9 ພະຈິກ 2021

0
1090

ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ
ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ
ວັນທີ 8 ພະຈິກ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 7,107 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 1,049 ຄົນ (ຕິດເຊື້ອພາຍໃນ ມີ 1,045 ຄົນ ແລະ ຕິດເຊື້ອນໍາເຂົ້າ 4 ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 1,045 ຄົນ ຈາກ 14 ແຂວງ ເຊິ່ງລາຍລະອຽດ ດັ່ງນີ້:
1.​ນະຄອນຫຼວງ 512 ຄົນ: ມາຈາກ 159 ບ້ານ, ໃນ 8 ເມືອງ
•​ເມືອງຈັນທະບູລີ ມີ 15 ບ້ານ (57 ຄົນ)
•​ເມືອງສີໂຄດຕະບອງ ມີ 23 ບ້ານ (63 ຄົນ)
•​ເມືອງໄຊເສດຖາ ມີ 31 ບ້ານ (144 ຄົນ)
•​ເມືອງສີສັດຕະນາກມີ 11 ບ້ານ (40 ຄົນ)
•​ເມືອງ ນາຊາຍທອງ ມີ 06 ບ້ານ (9 ຄົນ)
•​ເມືອງໄຊທານີ ມີ 39 ບ້ານ (128 ຄົນ)
•​ເມືອງຫາດຊາຍຟອງ ມີ 22 ບ້ານ (38 ຄົນ)
•​ເມືອງປາກງື່ມ 12 ບ້ານ (40 ຄົນ)
•​ຕ່າງແຂວງ 03 ຄົນ ຈາກໂຮງໝໍເສດຖາທິລາດ
2. ຫຼວງພະບາງ, ມີ 137 ຄົນ ໃນ 29 ບ້ານ ແລະ 6 ເມືອງ
3. ແຂວງວຽງຈັນ ມີ 86 ຄົນ ໃນ 31 ບ້ານ ແລະ 9 ເມືອງ
4. ບໍ່ແກ້ວ ມີ 81 ຄົນ ໃນ 3 ເມືອງ
5. ຈຳປາສັກ ມີ 44 ຄົນ ໃນ 15 ບ້ານ ແລະ 3
6. ເມືອງຫຼວງນ້ຳທາ ມີ 44 ຄົນ ໃນ 23 ບ້ານ ແລະ 2 ເມືອງ
7. ຜົ້ງສາລີ ມີ 31 ຄົນ ໃນ 9 ບ້ານ ແລະ 2 ເມືອງ
8. ບໍລິຄຳໄຊ ມີ 25 ຄົນ ໃນ 6 ບ້ານ ແລະ 1 ເມືອງ
9. ສະຫວັນນະເຂດ ມີ 19 ຄົນ ໃນ 11 ບ້ານ ແລະ 2 ເມືອງ
10. ເຊກອງ ມີ 21 ຄົນ ໃນ 5 ບ້ານ ແລະ 2 ເມືອງ
11. ຄຳມ່ວນ ມີ 16 ຄົນ ໃນ 5 ບ້ານ ແລະ 1 ເມືອງ
12. ອຸດົມໄຊ ມີ 14 ຄົນ ໃນ 10 ບ້ານ ແລະ 3 ເມືອງ
13. ໄຊຍະບູລີ ມີ 12 ຄົນ ໃນ 5 ບ້ານ ແລະ 1 ເມືອງ
14. ໄຊສົມບູນ ມີ 3 ຄົນ ໃນ 1 ບ້ານ ແລະ 1 ເມືອງ

ສໍາລັບຜູ້ຕິດເຊືື້ອພາຍໃນ ທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະ ມີລົດໄປຮັບເພື່ອເຂົ້ານອນຕິດຕາມປິ່ນປົວ ຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້.
ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 04 ຄົນ ຈາກ ແຂວງສະຫວັນນະເຂດ 2 ຄົນ ແລະ ຈໍາປາສັກ 2 ຄົນ, ທັງໝົດແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.
•​ມາຮອດວັນທີ 9 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 48.892 ຄົນ, ເສຍຊີວິດສະສົມ 89 ຄົນ (ໃໝ່ 03), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 469 ຄົນ, ກໍາລັງປິ່ນປົວ 9,348 ຄົນ.
​ລາຍລະອຽດຜູ້ເສຍຊີວິດໃໝ່ 03 ຄົນ ມີດັ່ງນີ້:
ຜູ້ທີ 1: ​ເພດຍິງ, 52 ປີ, ອາຊີບ: ປະຊາຊົນ, ບ້ານດອນຂາຊ້າຍ, ເມືອງຫາດຊາຍຟອງ, ນະຄອນຫລວງ
-​ວັນທີ 18 ຕຸລາ 2021: ເກັບຕົວຢ່າງເພື່ອມາກວດຊອກຫາພະຍາດໂຄວິດ-19 ແລະ ຜົນກວດອອກມາແມ່ນພົບເຊື້ອ
-​ພະຍາດປະຈໍາຕົວ: ເບົາຫວານ ແລະ ຄວາມດັນເລືອດສູງ
-​ຍັງບໍ່ທັນໄດ້ຮັບການສັກຢາວັກຊີນ
-​ໄລຍະເວລານອນປີ່ນປົວ ຢູ່ໂຮງໝໍ 103 ແຕ່ວັນທີ 18 ຕຸລາ 2021 – 07 ພະຈິກ, ເປັນເວລາ 21 ວັນ
-​ມາຮອດເວລາ 16:00 ໂມງ ຂອງວັນທີ 07 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ
ຜູ້ທີ 2:​ເພດຍິງ, ອາຍຸ 65 ປີ, ອາຊີບ: ແມ່ເຮືອນ, ບ້ານສາຍລົມ, ນະຄອນຫລວງພະບາງ, ແຂວງຫລວງພະບາງ
-​ພະຍາດປະຈໍາຕົວ: ເບົາຫວານ ແລະ ຫົວໃຈຊຸດໂຊມ
-​ຍັງບໍ່ທັນໄດ້ຮັບການສັກຢາວັກຊີນ
-​ວັນທີ 04 ພະຈິກ 2021: ແໜ້າໜ້າເອີກ ແລະ ຫາຍໃຈຍາກ ພ້ອມທັງເກັບຕົວຢ່າງ ແລະ ຜົນກວດອອກມາແມ່ນພົບເຊື້ອ
-​ໄລຍະເວລານອນປີ່ນປົວ ຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 04 – 08 ພະຈິກ, ເປັນເວລາ 05 ວັນ
-​ເວລາ 19:00 ໂມງ ຂອງວັນທີ 08 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ
-​ບົ່ງມະຕິການເສຍຊີວິດ: Covid-19 + Respiratory failure + Cardiogenic Shock
ຜູ້ທີ 3: ເພດຊາຍ, 40 ປີ, ອາຊີບ: ປະຊາຊົນ, ບ້ານໜອງໜ້ຽວ, ເມືອງສີໂຄດຕະບອງ, ນະຄອນຫລວງ
-​ເວລາ 12 ໂມງ 45 ນາທີ ຂອງວັນທີ 06 ພະຈິກ 2021: ເຂົ້າມາກວດຢູ່ໂຮງໝໍ 103 ຍ້ອນເມື່ອຍ, ຫາຍ ໃຈຝຶດ ແລະ ແໜ້ນໜ້າເອິກ ພ້ອມເກັບຕົວຢ່າງເພື່ອມາກວດຊອກຫາພະຍາດໂຄວິດ-19 ແລະ ຜົນກວດອອກມາແມ່ນພົບເຊື້ອ
-​ພະຍາດປະຈໍາຕົວ: ພະຍາດຫືດ, ຄວາມດັນເລືອດສູງ ແລະ ອັກເສບຕັບບີ
-​ໄດ້ຮັບການສັກຢາວັກຊີນຊີໂນຟາມ ຈໍານວນ 01 ເຂັມ
-​ໄລຍະເວລານອນປີ່ນປົວ ຢູ່ໂຮງໝໍ 103 ແຕ່ວັນທີ 06 – 08 ພະຈິກ, ເປັນເວລາ 03 ວັນ
-​ມາຮອດເວລາ 23:00 ໂມງ ຂອງວັນທີ 08 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ
-​ບົ່ງມະຕິການເສຍຊີວິດ: Covid-19 + ຊຸດໂຊມລະບົບຫາຍໃຈ ແລະ ອັກເສບຕັບບີ
ການບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂຄວີດ-19