ສະຫະພາບເອີຣົບອະນຸມັດໃຫ້ໃຊ້ຢາສັກຮັກສາໂຣກເອສ໌

ອົງການຄວບຄຸມຢາຮັກສາໂຣກຂອງສະຫະພາບເອີຣົບ ໄດ້ອະນຸມັດຢາສູດປະສົມປະສານທີ່ຕ້ອງສັກຢາທຳອິດ ໃນວັນທີ 16 ຕຸລາ 2020 ທີ່ຜ່ານມາ ສຳລັບປິ່ນປົວຜູ້ປ່ວຍຕິດເຊື້ອ HIV ທີ່ເປັນສາເຫດເຮັດໃຫ້ພູມຄຸ້ມກັນຂອງຮ່າງກາຍມະນຸດບົກຜ່ອງ ຫຼື ໂຣກເອສ໌ ເຊິ່ງຈະໃຊ້ສັກໃຫ້ຜູ້ປ່ວຍເດືອນລະຄັ້ງ ຫຼື ສອງເດືອນຕໍ່ຄັ້ງ ໂດຍບໍ່ຕ້ອງກິນຢາເມັດທຸກມື້.

ອີງຕາມການລາຍງານຈາກເວັບໄຊ dailynews ວ່າ ຄຳຖະແຫຼງການຂອງອົງການຢາເອີຣົບ ຫຼື EMA ຈາກສຳນັກງານໃຫຍ່ ໃນນະຄອນອຳສະເຕີດຳ ເມື່ອວັນທີ 16 ຕຸລາ 2020 ກ່າວວ່າ ສູດປະສົມປະສານຢາຕໍ່ຕ້ານໄວຣັສ ຫຼື ARV (Antiretroviral) 2 ຂະໜາດຄື: ຣິວພິໄວຣີນ (Rilpivirine) ແລະ ທາໂວເທກຣາເວຍ (Cabotegravir) ສາມາດສັກໃຫ້ຄົນປ່ວຍທຸກໆ 1-2 ເດືອນແທນຢາເມັດທີ່ຕ້ອງກິນທຸກມື້ ເພື່ອຄວບຄຸມການຕິດເຊື້ອ HIV.

ຢາຄັອກເທລສູດໃໝ່ແບບສັກ ເຊິ່ງມີຊື່ທາງການຄ້າວ່າ ຣີແຄມບີສ໌ (Rekambys) ແລະ ໂວແຄບເບຣຍ (Vocabria) ທຳງານດ້ວຍການອອກລິດຮ່ວມກັນຂັດຂວາງຄວາມສາມາດໃນການເພີ່ມຈຳ ນວນຂອງໄວຣັສ HIV.

ຢາຮັກສາໂຣກ HIV ແບບສັກ ສາມາດປ່ຽນແປງຊີວິດຂອງຜູ້ປ່ວຍຕິດເຊື້ອ HIV ຫຼາຍລ້ານຄົນທົ່ວ ໂລກ ເນື່ອງຈາກຢາແບບເມັດຫາກຜູ້ປ່ວຍລືມກິນຢາທຸກມື້ ອາດຈະເຮັດໃຫ້ໂຣກກຳເລີບ ແລະ ລົ້ມປ່ວຍ ລວມເຖິງເຮັດໃຫ້ເຊື້ອໂຣກດື້ຢາທີ່ກຳລັງໃຊ້ຢູ່.

ຮຽບຮຽງຂ່າວ: ພຸດສະດີ