ຄະດີລູກສາວ Huawei ເລື່ອນພິຈາລະນາຕັດສິນອອກໄປປີ 2021 ເພາະໂຄວິດ-19

ເວັບໄຊ mgronline ລາຍງານວ່າ ການພິຈາລະນາຄະດີສົ່ງຕົວຜູ້ຮ້າຍຂ້າມແດນໃນການາດາ ສຳລັບລູກສາວຂອງຜູ້ກໍ່ຕັ້ງບໍລິສັດ ຫົວເວີ່ຍ ຂອງຈີນ ນາງ ເມິ່ງ ຫວ່ານໂຈ ໃນຄະດີສໍ້ໂກງອາດຕ້ອງເລື່ອນເວລາໄປຈົນເຖິງຕົ້ນປີໜ້າ ເນື່ອງຈາກບັນຫາການລະບາດຂອງໂຄວິດ-19. 

ໜັງສືພິມເຊົາໄຊນ່າມໍນິງໂພສລາຍງານເມື່ອວັນທີ 4 ມິຖຸນາ ວ່າ ການພິຈາລະນາທີ່ສານສູງສຸດໃນເມືອງແວນຄູເວີ້ ເມື່ອວັນທີ 3 ມິຖຸນາ ທີ່ຜ່ານມາ ທີມນັກກົດໝາຍຂອງລູກສາວເຈົ້າຂອງບໍລິສັດ ຫົວເວີ່ຍ ແລະ ໄອຍະການລັດຖະບານການາດາ ທີ່ເປັນຕົວແທນໃຫ້ກັບອາເມລິກາໃນຄະດີນີ້ຮ່ວມກັນຕົກລົງວ່າເລື່ອນເວລາການພິຈາລະນາຄະດີການສົ່ງຕົວ ນາງ ເມິ່ງ ໄປດຳເນີນຄະດີໃນສະຫະລັດອາເມລິກາອອກໄປຈົນເຖິງຕົ້ນປີ 2021 ເຊິ່ງຕາມກຳນົດການເດີມ ຄະດີນີ້ຖືກຳນົດໃຫ້ມີການປິດພິຈາລະນາຄະດີໃນເດືອນຕຸລາ-ພະຈິກ 2020 ນີ້.

ຮຽບຮຽງຂ່າວ: ພຸດສະດີ