ຜູ້ອອກແຮງງານໃນອາຊີ ມີຄວາມສ່ຽງວ່າງງານ ຫຼາຍລ້ານຄົນ

ຕາມບົດລາຍງານຂອງຄະນະກຳມະການ ເສດຖະກິດ-ສັງຄົມ ໃນພາກພື້ນອາຊີ-ປາຊິຟິກ ຮ່ວມກັບສະຫະ​ປະຊາ​ຊາດ (ESCAP) ລາຍງານວ່າ ມີຫຼາຍລ້ານແຮງງານໃນພາກພື້ນອາຊີ-ປາຊິຟິກອາດຈະຕ້ອງວ່າງງານ ເມື່ອການເຄື່ອນໄຫວເສດຖະກິດຕ້ອງຢຸດສະງັດ ເນື່ອງຈາກລັດຖະບານໄດ້ເພີ່ມທະວີຄວາມພະຍາຍາມໃນການຈຳກັດການແຜ່ລາມຂອງພະຍາດໂຄວິດ-19.

ອົງການແຮງງານສາກົນ (ILO) ຄາດຄະເນຕົວເລກເມື່ອເດືອນມີນາຜ່ານມາວ່າ ຈະມີ 25 ລ້ານແຮງງານໃນທົ່ວໂລກຈະບໍ່ມີວຽກເຮັດງານທຳ. ໃນຂະນະນັ້ນບໍ່ທັນມີຂໍ້ມູນຂ່າວສານຢ່າງຊັດເຈນກ່ຽວກັບຜົນກະທົບຂອງພະຍາດໂຄວິດ-19 ສຳລັບຂົງເຂດການຄັດເລືອກແຕ່ຈະສົ່ງຜົນກະທົບຢ່າງໃຫຍ່ຫລວງເນື່ອງຈາກຂະແໜງການບໍລິການ ແລະການຜະລິດຈະຕ້ອງການ ແຮງງານຈຳນວນຫຼວງຫຼາຍກວມເອົາ 80% ຢ່າງບໍ່ເປັນທາງການ ແລະ ບັນດາວິສາຫະກິດຂະໜາດກາງ ແລະນ້ອຍ (SME).

ບັນດາວິສາຫະກິດນີ້ໄດ້ສ້າງວຽກເຮັດງານທຳຈຳນວນຫຼາຍໃນພາກພື້ນ. ບັນດາປະເທດທີ່ມີລະບົບການອຸດໜູນສັງຄົມບໍ່ຫລາຍຈະສົ່ງຜົນກະທົບຢ່າງໜັກ.

 

ຮຽບຮຽງໂດຍ: ບຸດສະດີ